ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພາຍຸເຂດຮ້ອນ ຮຳເບີໂຕ ຖືກພະຍາກອນ ວ່າ ຈະເປັນ ພາຍຸເຮີຣິເຄນ ທີ່ມີກຳລັງ ແຮງຂຶ້ນ


ເລຂາທິການໃຫຍ່ ສະຫະປະຊາຊາດ ທ່ານແອນໂຕນີໂອ ກູເຕເຣັສ ໂອ້ລົມກັບ ສື່ມວນຊົນ ຢູ່ນອກສູນການຍົກຍ້າຍ ຜູ້ປະສົບໄພ ໃນເມືອງ ນາສຊາວ (Nassau) ຂອງບາຮາມັສ, ວັນທີ 13 ກັນຍາ 2019.
ເລຂາທິການໃຫຍ່ ສະຫະປະຊາຊາດ ທ່ານແອນໂຕນີໂອ ກູເຕເຣັສ ໂອ້ລົມກັບ ສື່ມວນຊົນ ຢູ່ນອກສູນການຍົກຍ້າຍ ຜູ້ປະສົບໄພ ໃນເມືອງ ນາສຊາວ (Nassau) ຂອງບາຮາມັສ, ວັນທີ 13 ກັນຍາ 2019.

ພາຍຸເຂດຮ້ອນ ຮຳບີໂຕ (Humberto) ແມ່ນຄາດກັນວ່າ ຈະກາຍເປັນພາຍຸເຮີຣິເຄນ
ໃນວັນອາທິດມື້ນີ້ ໃນຂະນະທີ່ມັນ ເຕົ້າໂຮມກຳລັງຂຶ້ນ ຢ່າງຊ້າໆ ຢູ່ທາງພາກເໜືອ ຂອງ
ເກາະບາຮາມັສ ອີງຕາມ ສູນກາງພາຍຸເຮີຣິເຄນແຫ່ງຊາດ ສະຫະລັດ ຫຼືເອີ້ນຫຍໍ້ວ່າ
NHC.

ບັນດານັກພະຍາກອນອາກາດ ຍັງບໍ່ໄດ້ອອກແຈ້ງ ການເຝົ້າຊອມເບິ່ງຢູ່ແຄມຝັ່ງ ແຕ່
ຢ່າງໃດເທື່ອ ສຳລັບພາຍຸຫົວດັ່ງກ່າວ ທີ່ກຳລັງເຄື່ອນຕົວໄປໃນທິດ ເໜືອຫາທິດຕາເວັນ
ຕົກສຽງເໜືອໂດຍມີລົມພັດສູງສຸດຢ່າງສະໝ່ຳສະເໝີ ເຖິງ 95 ກິໂລແມັດຕໍ່ຊົ່ວໂມງ.

ສູນກາງ NHC ໄດ້ກ່າວເມື່ອຕອນແລງວັນເສົາວານນີ້ວ່າ “ໃຈກາງຂອງພາຍຸ ຮຳເບີໂຕ
ຄວນຈະສືີບຕໍ່ ເຄື່ອນຕົວອອກຈາກແຄມຝັ່ງຂອງລັດຟລໍຣີດາ ໄປໃນທິດຕາເວັນອອກ
ໃນລະຫວ່າງ ບໍ່ເທົ່າໃດວັນຂ້າງໜ້ານີ້ ແລະຕໍ່ຈາກນັ້ນ ຈະເຄື່ອນຕົວຫ່າງໄປຈາກ
ສະຫະລັດ.”

ສູນກາງດັ່ງກ່າວນີ້ ຍັງກ່າວຕື່ມອີກວ່າ “ນ້ຳທະເລຍື່ງຂຶ້ນ ທີ່ເກີດຈາກພາຍຸຮຳເບີໂຕ
ແມ່ນຄາດກັນວ່າ ຈະສົ່ງຜົນກະທົບຕໍ່ເຂດກ້ຳຕາເວັນຕົກສຽງເໜືອຂອງເກາະບາຮາມັສ
ແລະເຂດແຄມຝັ່ງຂອງສະຫະລັດ ຈາກກ້ຳຕາເວັນອອກ ຫາ ພາກກາງຂອງລັດຟລໍຣີດາ
ຈົນຮອດ ລັດຄາໂຣໄລນາເໜືອ ໃນລະຫວ່າງສອງສາມວັນຂ້າໜ້ານີ້.” ສູນກາງ NHC
ຍັງໄດ້ເຕືອນວ່າ “ນໍ້າທະເລຍື່ງຂຶ້ນ ອາດກໍ່ໃຫ້ເກີດຄື້ນຟອງທະເລທີ່ເປັນໄພອັນຕະລາຍ
ຕໍ່ຊີວິດ ແລະເຮັດໃຫ້ເກີດສະພາບ ກະແສນ້ຳໃຕ້ທະເລນຳດ້ວຍ.”

ການມີພາຍຸຮຳເບີໂຕ ໄດ້ກົດດັນບັນດາເຈົ້າໜ້າທີ່ ໃຫ້ໂຈະຄວາມພະຍາຍາມໃຫ້ການ
ຊ່ອຍເຫຼືອໄວ້ ແລະ ປິດສະໜາມບິນຫຼາຍແຫ່ງ ໃນວັນເສົາວານນີ້ ໃນເກາະບາຮາມັສ
ຂະນະທີ່ ປະເທດເກາະແຫ່ງນີ້ ກຳລັງບຸກບືນຟື້ນຕົວຄືນຈາກຄວາມເສຍຫາຍ ຢ່າງໜັກ
ໜ່ວງໂດຍພາຍຸໂດຣຽນ. ຊຶ່ງພາຍຸໂດຣຽນຫົວນີ້ ໄດ້ກາຍເປັນພາຍຸ ຄວາມແຮງລະດັບ 5
ອັນເປັນພາຍຸທີ່ແຮງທີ່ສຸດຫົວນຶ່ງ ຂອງມະຫາສະໝຸດແອັດແລນຕິກ ທີ່ບໍ່ເຄີຍມີມາກ່ອນ
ໄດ້ປະທະຂຶ້ນຝັ່ງ ແລະໄດ້ພັດຖະລົ່ມຂົງເຂດໝູ່ເກາະທາງພາກຕາເວັນຕົກສຽງເໜືອ
ເມື່ອສັບປະດາແລ້ວນີ້.

ເລຂາທິການໃຫຍ່ ສະຫະປະຊາຊາດ ທ່ານແອນໂຕນີໂອ ກູເຕເຣັສ ໄດ້ກ່າວໃນວັນເສົາ
ວານນີ້ວ່າ ຫຼັງຈາກທີ່ ໄດ້ເດີນທາງກັບຄືນມາ ຈາກການໄປຢ້ຽມຢາມ ເກາະອາບາໂກ
ໃນບາຮາມັສ ວ່າ ທ່ານຮູ້ສຶກ “ສະຫຍອງຂວັນ” ໂດຍສິ່ງທີ່ທ່ານໄດ້ເຫັນ. ທ່ານກ່າວວ່າ
“ຂ້າພະເຈົ້າ ບໍ່ເຄີຍເຫັນລະດັບຂອງການທຳລາຍລ້າງທີ່ເປັນລະບົບແບບນີ້. ພາຍຸ
ເຮີຣິເຄນ ໄດ້ຖືກຈັດອັນດັບໃຫ້ເປັນ ລະດັບທີ 5. ຂ້າພະເຈົ້າຄຶດວ່າ ມັນເປັນຄືກັບລະດັບ
ຂອງນາຮົກ.”

“ແຕ່ ບໍ່ແມ່ນພະລັງອຳນາດຂອງພີມານ” ທ່ານກູເຕເຣັສ ໄດ້ກ່າວເຕືອນ ມັນເປັນ “ພະລັງ
ອຳນາດ ຂອງການປ່ຽນແປງຂອງດິນຟ້າອາກາດ.” ທ່ານໄດ້ກ່າວອີກວ່າ ປະຊາຄົມນານາ
ຊາດ ຄວນທອດຖອນບົດຮຽນສອງຢ່າງ ຈາກຄວາມເສຍຫາຍຂອງພາຍຸເຮຣິເຄນໂດຣຽນ
ໃນບາຮາມັສ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG