ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ພາຍຸຝົນຖະຫຼົ່ມເມືອງວັງວຽງ ສ້າງຄວາມເສຍຫາຍຢ່າງໜັກ ຕໍ່ເຮືອນຊານ ບ້ານພັກ ແລະໂຮງແຮມ


ຂົວຂ້າມນ້ຳຊອງ ໃນເມືອງວັງວຽງ ໃນເມື່ອກ່ອນທີ່ບັນດານັກທ່ອງທ່ຽວຊາວລາວ ແລະຊາວຕ່າງປະເທດ ໄດ້ໃຊ້ເພື່ອຍ່າງຂ້າມໄປຖ້ຳຈັງ ນັ້ນ ໄດ້ຖືກນ້ຳພັດຫັກພັງລົງ ເມື່ອວັນທີ 14 ມິຖຸນາທີ່ຜານມາ ຍ້ອນພາຍຸຝົນທີ່ຕົກລົງມາເປັນເວລາ 4 ວັນ.
ຂົວຂ້າມນ້ຳຊອງ ໃນເມືອງວັງວຽງ ໃນເມື່ອກ່ອນທີ່ບັນດານັກທ່ອງທ່ຽວຊາວລາວ ແລະຊາວຕ່າງປະເທດ ໄດ້ໃຊ້ເພື່ອຍ່າງຂ້າມໄປຖ້ຳຈັງ ນັ້ນ ໄດ້ຖືກນ້ຳພັດຫັກພັງລົງ ເມື່ອວັນທີ 14 ມິຖຸນາທີ່ຜານມາ ຍ້ອນພາຍຸຝົນທີ່ຕົກລົງມາເປັນເວລາ 4 ວັນ.

ນັບຕັ້ງແຕ່ທາງການລາວ ໄດ້ອອກຄຳສັ່ງໃຫ້ປະຕິບັດມາດຕະການປິດຄຸ້ມບ້ານຕະຫຼອດເຖິງເມືອງຕ່າງໆຫຼາຍແຫ່ງ ໃນເດືອນເມສາ ເປັນຕົ້ນມາ ແລະຫ້າມຊາວຕ່າງປະເທດເຂົ້າມາໃນລາວ ໂດຍສະເພາະແລ້ວແມ່ນພວກນັກທ່ອງທ່ຽວ ຈຶ່ງເຮັດໃຫ້ເມືອງວັງວຽງ ສະຖານທີ່ທ່ອງທ່ຽວຢູ່ໃນແຂວງວຽງຈັນ ຊຶ່ງເປັນທີ່ນິຍົມຊົມຊອບໂດຍນັກທ່ອງທ່ຽວຊາວຕ່າງຊາດທັງຫຼາຍ ຮວມທັງພວກບ້ານພັກແລະໂຮງແຮມຫຼາຍແຫ່ງ ຕັ້ງຢູ່ເລາະຕາມແຄມຝັ່ງແມ່ນ້ຳຊອງ ກໍໄດ້ຮັບຜົນກະທົບຢ່າງໜັກທາງດ້ານເສດຖະກິດ.

ນອກຈາກນັ້ນແລ້ວ ຕົກມາໃນວັນທີ 11 ເດືອນມິຖຸນາ ຜ່ານມານີ້ ພາຍຸຫົວໜຶ່ງໄດ້ພັດເຂົ້າມາໃນພື້ນທີ່ເມືອງວັງວຽງ ໂດຍມີຝົນຕົກລົງມາຢ່າງໜັກ ເປັນເວລາສີ່ມື້ ເຮັດໃຫ້ແມ່ນ້ຳຊອງທີ່ໄຫລຜ່ານຕົວເມືອງວັງວຽງ ຂຶ້ນສູງເປັນປະຫວັດການດັ່ງທີ່ປະຊາຊົນເມືອງວັງວຽງທ່ານນຶ່ງ ກ່າວໃຫ້ວີໂອເອລາວຟັງ ກ່ຽວກັບພາຍຸຝົນດັ່ງກ່າວວ່າ “ຝົນເລີ້ມຕົກຢູ່ວັງວຽງ ມັນເລີ້ມຕົກ ໃນວັນທີ 11 ເດືອນ 6 ມັນຕົກຕະຫຼອດທັງເວັນທັງຄືນຫັ້ນແຫຼະ ຕົກຊາວສີ່ຊົ່ວໂມງ ມາຮອດວັນທີ 14 ລະພາໃຫ້ນ້ຳຊອງນີ້ຂຶ້ນຫຼາຍເນາະ ຂຶ້ນຫຼາຍຫຼາຍກວ່າທຸກໆປີ ແຕ່ປີນີ້ນ້ຳຂຶ້ນ ຂຶ້ນຫຼາຍເຮັດໃຫ້ນ້ຳຖ້ວມເຮືອນຊານ ບ້ານພັກ ເຄື່ອງໃຊ້ຂອງບ້ານພັກຫັ້ນລະປຽກໝົດເອົາບໍ່ທັນ ນ້ຳຂຶ້ນໄວ ໄວຫຼາຍ ຄວາມເສຍຫາຍແທ້ກະແມ່ນເຄື່ອງປຽກຫັ້ນລະ ນ້ຳຖ້ວມແອເຢັນ ຜ້າເຊື່ອ ຄວາມເສຍຫາຍກະບ້ານພັກ ໂຮງແຮມ ລຽບນ້ຳຊອງ ກະໄດ້ຮັບຜົນກະທົບຄືກັນໝົດທຸກຄົນ ກະແຕ່ວ່າບໍ່ຮ້າຍແຮງຫຼາຍເນາະ ມີແຕ່ເຄື່ອງບ່ອນຢູ່ບ່ອນນອນຂອງບ້ານພັກນີ້ແຫລະ ນ້ຳຂຶ້ນໄວຫຼາຍ ເອົາບໍ່ທັນ.”

ນອກຈາກນັ້ນແລ້ວ ຂົວຂ້າມນ້ຳຊອງໄປຖ້ຳຈັງ ທີ່ບັນດານັກທ່ອງທ່ຽວໃຊ້ເພື່ອຍ່າງຂ້າມໄປອີກຟາກນຶ່ງຂອງນ້ຳຊອງນັ້ນ ກໍຖືກນ້ຳພັດຈົນຫັກພັງລົງ.

ດ້ວຍຄວາມເສຍຫາຍທີ່ໄດ້ຮັບຈາກພາຍຸຝົນນັ້ນ ເຮັດໃຫ້ທຸລະກິດພາກບໍລິການດ້ານບ້ານພັກທັງຫຼາຍທີ່ຕັ້ງຢູ່ລຽບຕາມແຄມແມ່ນ້ຳຊອງ ຂາດລາຍໄດ້ຈາກບັນດານັກທ່ອງທ່ຽວຊາວຕ່າງຊາດ ຈົນເຖິງປັດຈຸບັນນີ້.

XS
SM
MD
LG