ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພາຍຸເຂດຮ້ອນ Harvey ຈະພັດຖະຫຼົ່ມ ອະເມຣິກາກາງ


ພາຍຸເຂດຮ້ອນ Harvey ຈະພັດຖະຫຼົ່ມ ອະເມຣິກາກາງ
ພາຍຸເຂດຮ້ອນ Harvey ຈະພັດຖະຫຼົ່ມ ອະເມຣິກາກາງ

ພາຍຸເຂດຮ້ອນ Harvey ໄດ້ມີຄວາມແຮງເພີ່ມຂຶ້ນໃນມະຫາສະມຸດອັດລັນຕິກ ແລະພວມ
ຂົ່ມ ຂູ່ ທີ່ຈະພາໃຫ້ເກີດລົມແຮງແລະຝົນຕົກໜັກ ຢູ່ໃນບາງເຂດຂອງອະເມຣິກາກາງ.

ໄດ້ມີການອອກຄຳເຕືອນຫຼືໃຫ້ຕິດຕາມຊິ້ງຊອມເບິ່ງພາຍຸເຂດຮ້ອນຫົວນີ້ ສຳລັບໝູ່ເກາະ
Bay ຂອງຮອນດູຣັສ ເຂດແຄມຝັ່ງທະເລຂອງ Belize ປະເທດກົວເຕມາລາແລະເມັກຊິໂກ.

ສູນກາງລົມພາຍຸເຮີຣິເຄນແຫ່ງຊາດຂອງສະຫະລັດ ກ່າວໃນຕອນເດິກຂອງຄືນວັນສຸກວານ
ນີ້ວ່າ ພາຍຸເຂດຮ້ອນ Harvey ພວມເຄື່ອນທີ່ມາທາງທິດຕາເວັນຕົກດ້ວຍຄວາມໄວປະມານ
80 ຫຼັກກິໂລແມັດຕໍ່ຊົ່ວໂມງ.

ສູນກາງລົມພາຍຸເຮີຣິເຄນທີ່ມີສຳນັກງານຢູ່ນະຄອນໄມອາມີກ່າວວ່າ ພາຍຸຫົວນີ້ອາດພາໃຫ້
ເກີດຝົນຕົກໜັກ ຊຶ່ງຈະກໍ່ໃຫ້ເກີດມີນໍ້າຖ້ວມສຸ ແລະດິນເຈື່ອນ ທີ່ເປັນອັນຕະລາຍຕໍ່ຊີວິດໄດ້ ໂດຍສະເພາະແລ້ວໃນເຂດທີ່ສູງໆ.

XS
SM
MD
LG