ພາຍຸເຂດຮ້ອນກໍດອນໄດ້ພັດຂຶ້ນຝັ່ງ ໃນຕອນແລງວານນີ້ ຢູ່ຕາມຊາຍແດນລະຫວ່າງ
ລັດອາລາບາມາ ແລະມິສຊິສຊິບປີ ໃນພາກໃຕ້ຂອງສະຫະລັດ ໂດຍນຳເອົາລົມແຮງ
ແລະພາໃຫ້ຝົນຕົກໜັກ ມາສູ່ເຂດແຄມຝັ່ງອ່າວເມັກຊິໂກ.
ບັນດານັກພະຍາກອນອາກາດ ໄດ້ຄາດໝາຍວ່າ ພາຍຸຫົວນີ້ ຈະມີຄວາມແຮງເພີ້ມຂຶ້ນ
ເຖິງຂັ້ນເຮີຣິເຄນ ໃນເວລາທີ່ພັດຂຶ້ນຝັ່ງ ໃນຕອນແລງວັນອັງຄານ ແຕ່ວ່າມີລົມແຮງສຸດ
110 ກິໂລແມັດ ຕໍ່ຊົ່ວໂມງ ທີ່ບໍ່ເຖິງລະດັບເປັນເຮີຣິເຄນ.
ພາຍຸກໍດອນ ຈະຫລຸດຄວາມແຮງລົງ ລະຫວ່າງຕອນກາງເວນຂອງວັນພຸດມື້ນີ້ ໃນຂະ
ນະທີ່ເຄື່ອນຍ້າຍຂຶ້ນຝັ່ງ ແຕ່ຍັງຈະເປັນຂົ່ມຂູ່ຢູ່ ໂດຍຈະເຮັດໃຫ້ມີຝົນຕົກໜັກ ໃນຂອບ
ເຂດທີ່ກວ້າງຂວາງແລະສະພາບລົມແຮງ.
ປະຊາຊົນຫຼາຍສິບພັນຄົນບໍ່ມີໄຟຟ້າໃຊ້ເນື່ອງຈາກລົມພາຍຸຫົວນີ້. ບັນດາຜູ້ປົກຄອງ
ລັດອາລາບາມາ ມີສຊິສຊິບປີ ແລະຫລຸຍເຊຍນາ ຕ່າງກໍໄດ້ປະກາດພາວະສຸກເສີນ
ໃນຄວາມພະຍາຍາມເລັ່ງລັດການບັນເທົາທຸກ. ປະທານາທິບໍດີສະຫະລັດ ທ່ານດໍ
ໂນລ ທຣໍາ ຍັງໄດ້ກ່າວວ່າ ທຳນຽບຂາວພ້ອມແລ້ວທີ່ຈະໃຫ້ຄວາມຊ່ວຍເຫຼືອເພື່ອຟື້ນ
ຄືນຈາກລົມພາຍຸດັ່ງກ່າວ.
ສູນການລົມພາຍຸແຫ່ງຊາດ ກ່າວວ່າ ພາຍຸຫົວນີ້ ອາດພາໃຫ້ມີຝົນຕົກລະຫ່າງ10 ຫາ
20 ຊັງຕີແມັດ ຫລັງຈາກໄດ້ພັດຜ່ານໄປ ໃນທ້າຍ ອາທິດນີ້.