ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພາຍຸເຂດຮ້ອນ ແອລຊາ ໄດ້ພັດຂຶ້ນຝັ່ງກ້ຳໃຕ້ ໄປຫາພາກກາງ ຂອງປະເທດເກາະຄິວບາ


ພວກຊາວປະມົງ ກວດເບິ່ງເຮືອຫາປາຂອງພວກເຂົາ ຫຼັງຈາກທີ່ໄດ້ນຳຂຶ້ນມາຈາກອ່າວທະເລ ເພື່ອຫລີກເວັ້ນຄວາມເສຍຫາຍຈາກພາຍຸເຂດຮ້ອນແອລຊາ, ໃນນະຄອນຫຼວງຮາວານາ ຂອງຄິວບາ, ວັນທີ 5 ກໍລະກົດ 2021.
ພວກຊາວປະມົງ ກວດເບິ່ງເຮືອຫາປາຂອງພວກເຂົາ ຫຼັງຈາກທີ່ໄດ້ນຳຂຶ້ນມາຈາກອ່າວທະເລ ເພື່ອຫລີກເວັ້ນຄວາມເສຍຫາຍຈາກພາຍຸເຂດຮ້ອນແອລຊາ, ໃນນະຄອນຫຼວງຮາວານາ ຂອງຄິວບາ, ວັນທີ 5 ກໍລະກົດ 2021.

ພາຍຸເຂດຮ້ອນແອລຊາ ໄດ້ພັດຂຶ້ນເກາະປະເທດຄິວບາ ໃນວັນຈັນວານນີ້ ໂດຍມີເສັ້ນທາງມຸ້ງໜ້າໄປຍັງລັດຟລໍຣິດາ ຫຼັງຈາກທີ່ໄດ້ສ້າງຄວາມເສຍຫາຍ ແລະເຮັດໃຫ້ຢ່າງໜ້ອຍ 3 ຄົນເສຍຊີວິດຢູ່ແຫ່ງອື່ນໆ ໃນທະເລຄາຣີບຽນ.

ພາຍຸແອລຊາ ໄດ້ພັດຜ່ານຄິວບາ ຈາກຝັ່ງພາກໃຕ້ ໄປຫາພາກກາງໃນວັນຈັນວານນີ້ ໂດຍມີລົມແຮງຢ່າງສະມ່ຳສະເໝີ ເກືອບ 95 ກິໂລແມັດຕໍ່ຊົ່ວໂມງ ອີງຕາມສະຖາບັນອຸຕຸນິຍົມວິທະຍາຂອງຄິວບາ.

ພາຍຸຫົວນີ້ ໄດ້ນຳເອົາຄື້ນຟອງຊັດເຂົ້າປະທະແຄມຝັ່ງກ້ຳໃຕ້ ພ້ອມກັບຝົນທີ່ຕົກລົງມາຢ່າງໜັກ.

ບັນດາເຈົ້າໜ້າທີ່ຂອງຄິວບາ ໄດ້ກ່າວວ່າ ພວກເຂົາໄດ້ຍົກຍ້າຍປະຊາຊົນ 180,000 ຄົນ ຈາກເຮືອນຊານໃນເຂດພື້ນທີ່ ທີ່ອາດຈະເກີດໄພນໍ້ຖ້ວມ. ພວກທີ່ຖືກຍົກຍ້າຍນັ້ນໂດຍສ່ວນຫຼາຍ ໄປພັກອາໄສຢູ່ເຮືອນພີ່ເຮືອນນ້ອງຂອງພວກເຂົາ ໃນຂະນະທີ່ພວກຄົນອື່ນໆ ກໍໄດ້ໄປຫລົບລີ້ຢູ່ໃນສະຖານທີ່ຫລົບໄພຂອງລັດຖະບານແຫ່ງຕ່າງໆ.

ອົງການຂ່າວເອພີ ໂດຍການອ້າງອີງເຖິງອົງການຄຸ້ມຄອງໄພພິບັດສຸກເສີນເຂດທະເລຄາຣິບຽນ ໄດ້ລາຍງານວ່າ ພາຍຸຫົວດັ່ງກ່າວໄດ້ເອົາຊີວິດຄົນນຶ່ງຢູ່ທີ່ເກາະເຊັງລູເຊຍ ແລະສອງຄົນໄດ້ເສຍຊີວິດ ຕ່າງຫາກໃນເຫດຕຶກຖະຫລົ່ມໃນສາທາ ລະນະລັດ ໂດມິນິກັນ.

ພາຍຸແອລຊາ ຍັງໄດ້ພັດຂຶ້ນປະເທດເກາະບາບາໂດສ ບ່ອນທີ່ມີລາຍງານວ່າ ເຮືອນຊານຂອງປະຊາຊົນຫຼາຍກວ່າ 1,100 ຄົນ ໄດ້ຮັບຄວາມເສຍຫາຍ ພ້ອມດ້ວຍປະເທດເກາະເຮຕີ ແລະຈາໄມກາ.

ສະຖາບັນອຸຕຸນິຍົມວິທະຍາຂອງຄິວບາ ຄາດຄະເນວ່າ ພາຍຸດັ່ງກ່າວ ຈະອ່ອນກຳລັງລົງ ໃນຂະນະທີ່ພັດຜ່ານພາກກາງຂອງຄິວບາ ແຕ່ອາດຈະເພີ້ມກຳລັງຂຶ້ນອີກເທື່ອນຶ່ງເລັກນ້ອຍ ເມື່ອມັນພົ້ນຕົວອອກມາແລະມຸ້ງໜ້າໄປຍັງແຫຼມຂອງລັດ ຟລໍຣິດາ ແລະຫາພາກຕາເວັນອອກສຽງໃຕ້ຂອງອ່າວເມັກຊິໂກ.

ຜູ້ປົກຄອງລັດຟລໍຣິດາ ທ່ານຣອນ ເດີແຊນຕິສ ໄດ້ປະກາດພາວະສຸກເສີນ ໃນ 15 ຫົວເມືອງຕ່າງໆ. ພາຍຸແອລຊາ ຄາດກັນວ່າ ຈະເຄື່ອນຕົວຜ່ານໃກ້ເຂດຟລໍຣິດາຄີສ໌ ໃນຕອນເຊົ້າວັນອັງຄານມື້ນີ້ ແລະຈະເຄື່ອນຕົວຂຶ້ນຝັ່ງກ້ຳຕາເວັນ ຕົກສ່ວນນຶ່ງຂອງລັດຟລໍຣິດາ ໃນວັນອັງຄານແລະວັນພຸດ ອີງຕາມສູນກາງເຮີຣິເຄນແຫ່ງຊາດຂອງສະຫະລັດ.

“ຊາວຟລໍຣິດາໝົດທຸກຄົນຄວນກຽມພ້ອມ ສໍາລັບສິ່ງທີ່ອາດເປັນໄປໄດ້ຂອງຝົນຕົກໜັກ ນ້ຳຖ້ວມ ແລະອາດຈະຂາດໄຟຟ້າໃຊ້” ນັ້ນແມ່ນຂໍ້ຄວາມທີ່ທ່ານເດີແຊນຕິສ ໄດ້ຂຽນລົງໃນທວິດເຕີ.

ພາຍຸແອລຊາ ເປັນພາຍຸເຮີຣິເຄນ ປະເພດທີ 1 ຈົນເຖິງວັນເສົາຜ່ານມາ ເມື່ອມັນໄດ້ຖືກຫລຸດລະດັບລົງໃຫ້ເປັນພາຍຸເຂດຮ້ອນ. ມັນເປັນພາຍຸຫົວທີ່ຫ້າຂອງລະດູການ ທີ່ໄດ້ຖືກຕັ້ງຊື່ວ່າແອລຊາ ແລະຍັງໄດ້ເປັນຫົວທຳອິດກ່ອນໝູ່ ທີ່ໄດ້ຖືກບັນທຶກໄວ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG