ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພາຍຸເຂດຮ້ອນ ແອລຊາ ໄດ້ພັດຂຶ້ນຝັ່ງຂອງເກາະຄິວບາ ແລະກຳລັງເຄື່ອນຕົວໄປພາກກາງ


ຜູ້ຈັດການຮ້ານຄ້າ Home Depot ທ່ານອາຣນາລໂດ ກອນຊາເລສ ຊ່ອຍຍົກນ້ຳດື່ມ ເຂົ້າລໍ້ຂອງນາງ ແອລີນາ ອາຣວາໂລ ຂະນະທີ່ຊື້ເຄື່ອງຂອງເພື່ອກຽມພ້ອມ ຈາກຜົນກະທົບຂອງພາຍຸແອລຊາ ທີ່ອາດເປັນໄປໄດ້ ຢູ່ໃນນະຄອນໄມອາມີ, ວັນທີ 3 ກໍລະກົດ 2021.
ຜູ້ຈັດການຮ້ານຄ້າ Home Depot ທ່ານອາຣນາລໂດ ກອນຊາເລສ ຊ່ອຍຍົກນ້ຳດື່ມ ເຂົ້າລໍ້ຂອງນາງ ແອລີນາ ອາຣວາໂລ ຂະນະທີ່ຊື້ເຄື່ອງຂອງເພື່ອກຽມພ້ອມ ຈາກຜົນກະທົບຂອງພາຍຸແອລຊາ ທີ່ອາດເປັນໄປໄດ້ ຢູ່ໃນນະຄອນໄມອາມີ, ວັນທີ 3 ກໍລະກົດ 2021.

ພາຍຸເຂດຮ້ອນ ແອລຊາ ໄດ້ພັດຖະຫລົ່ມລຽບຕາມແຄມຝັ່ງທາງພາກໃຕ້ຂອງປະເທດຄິວບາ ໃນຕອນເຊົ້າວັນຈັນມື້ນີ້ ແລະບັນດານັກພະຍາກອນອາກາດ ໄດ້ກ່າວວ່າ ມັນອາດຈະພັດຂຶ້ນຝັ່ງ ເຂົ້າໄປພາກກາງຂອງປະເທດດັ່ງກ່າວ ພາຍໃນຕອນທ່ຽງອີງຕາມລາຍງານຂອງອົງການຂ່າວເອພີ ຈາກນະຄອນຫຼວງຮາວານາ.

ມາຮອດວັນອາທິດວານນີ້ ບັນດາເຈົ້າໜ້າທີ່ຂອງຄິວບາ ໄດ້ຍົກຍ້າຍປະຊາຊົນ 180,000 ຄົນ ອອກຈາກພື້ນທີ່ ເພື່ອປ້ອງກັນຄວາມເປັນໄປໄດ້ທີ່ຈະເກີດໄພນ້ຳຖ້ວມຢ່າງໜັກຈາກພາຍຸດັ່ງກ່າວ ທີ່ໄດ້ພັດຖະຫລົ່ມເກາະຄາຣີບຽນຫຼາຍບ່ອນຜ່ານມາແລ້ວ ແລະໄດ້ສັງຫານຢ່າງໜ້ອຍ 3 ຄົນ. ພວກທີ່ໄດ້ຖືກຍົກຍ້າຍໂດຍສ່ວນຫຼາຍນັ້ນ ໄປອາໄສຢູ່ເຮືອນຍາດຕິພີ່ນ້ອງຂອງພວກເຂົາ ສ່ວນພວກຄົນອື່ນໆ ໄດ້ໄປພັກຢູ່ບ່ອນຫລົມໄພຂອງລັດຖະບານແຫ່ງຕ່າງໆ ແລະຫຼາຍຮ້ອຍຄົນທີ່ອາໄສຢູ່ໃນພື້ນທີ່ພູ ກໍໄດ້ພາກັນໄປຫລົມລີ້ຢູ່ໃນຖ້ຳຕ່າງໆທີ່ໄດ້ກະກຽມໄວ້ສຳລັບເຫດສຸກເສີນ.

ພາຍຸແອລຊາ ໄດ້ຖືກພະຍາກອນໄວ້ວ່າ ຈະເຄື່ອນຕົວຜ່ານເກາະຄິວບາ ພາຍໃນຕອນແລງວັນຈັນມື້ນີ້ ແລະຕໍ່ຈາກນັ້ນ ກໍຈະມຸ້ງໜ້າໄປຍັງລັດຟລໍຣິດາ ບ່ອນທີ່ຜູ້ປົກຄອງລັດ ທ່ານຣອນ ເດີແຊນຕິສ ໄດ້ປະກາດພາວະສຸກເສີນ ໃນ 15 ຫົວເມືອງຕ່າງໆ ລວມທັງ ເມືອງໄມອາມີເດດ ນຳດ້ວຍ ຊຶ່ງເປັນສະຖານທີ່ໆຕຶກຄອນໂດມີນຽມຫຼາຍຊັ້ນພັງທະລາຍລົງເມື່ອອາທິດແລ້ວນີ້.

ເມື່ອຕອນແລງວັນທິດວານນີ້ ຈຸດສູນກາງຂອງພາຍຸແອລຊາ ແມ່ນຢູ່ກ້ຳຕາເວັນອອກສຽງໃຕ້ຫ່າງຈາກນະຄອນຫຼວງຮາວານາ ປະມານ 440 ກິໂລແມັດ ແລະກຳລັງເຄື່ອນຕົວໄປທາງທິດຕາເວັນຕົກສຽງເໜືອດ້ວຍຄວາມໄວ 24 ກິໂລແມັດ ຕໍ່ຊົ່ວໂມງ. ສູນກາງເຮີຣິເຄນແຫ່ງຊາດ ໃນນະຄອນໄມແອມມີ ໄດ້ກ່າວວ່າ ລົມຂອງພາຍຸຫົວນີ້ ເມື່ອພັດແຮງສຸດມີກຳລັງຢູ່ປະມານ 100 ກິໂລແມັດຕໍ່ຊົ່ວໂມງ.

ສູນກາງເຮີຣິເຄນ ໄດ້ກ່າວວ່າ ພາຍຸຫົວນີ້ ເປັນໄປໄດ້ສູງ ທີ່ຈະຄ່ອຍໆອ່ອນກຳ ລັງລົງ ໃນຂະນະທີ່ມັນພັດຜ່ານພາກກາງຂອງຄິວບາ ແລະສູນກາງເວົ້າອີກວ່າ “ຫຼັງຈາກທີ່ພາຍຸແອລຊາ ເຄື່ອນຕົວອອກມາເຂົ້າໄປເທິງແຫຼມຟລໍຣິດາ ແລະໄປຫາກ້ຳຕາເວັນອອກສຽງໃຕ້ ຂອງອ່າວເມັກຊິໂກ ນັ້ນ ເປັນໄປໄດ້ວ່າ ອາດຈະເພີ້ມກຳລັງຂຶ້ນຕື່ມອີກເລັກນ້ອຍ.”

ຝົນໄດ້ຕົກລົງມາເປັນໄລຍະໆ ຕະຫຼອດວັນອາທິດວານນີ້ ຢູ່ໃນແຂວງພາກຕາເວັນອອກຂອງຄິວບາ ໃນຂະນະທີ່ພາຍຸດັ່ງກ່າວ ຜ່ານໄປທາງພາກໃຕ້ຢູ່ນັ້ນ.

“ມາເຖິງດຽວນີ້ ມັນເປັນຝົນລິນແລະເຢັນສະບາຍ. ບໍ່ມີຝົນຕົກແຮງ. ຖະໜົນຫົນທາງແມ່ນບໍ່ມີນ້ຳຖ້ວມ” ທ່ານນາງໂຢລານດາ ທາບີໂອ ອາຍຸ 73 ປີ ທີ່ໄດ້ກະສຽນແລ້ວ ຜູ້ທີ່ອາໄສຢູ່ໃນເມືອງແຊານຕີອາໂກ ໄດ້ກ່າວຕໍ່ອົງການຂ່າວເອພີ. ທ່ານນາງກ່າວຕື່ມວ່າ “ຂ້າພະເຈົ້າຄິດວ່າ ມັນອາດຈະຮ້າຍແຮງ.”

ສ່ວນທ່ານຣາຟາແອລ ຄາຣເມີເນດ ອາສາສະໝັກປະຈຳອົງການກາແດງໃນທ້ອງຖິ່ນ ຜູ້ທີ່ບ່ອນຢູ່ອາໄສຫັນໜ້າຫາຫາດຊາຍໃນເຂດ ແຊນຕາ ຄຣູສ໌ ເດີ ຊູຣ ໄດ້ກ່າວຕໍ່ເອພີ ໂດຍຜ່ານທາງໂທລະສັບວ່າ “ພວກເຮົາມີນ້ຳໜ້ອຍດຽວ ສຳລັບອາບ. ນ້ຳທະເລບໍ່ໄດ້ລຸກລ້ຳເຂົ້າມາ. ມັນມີແຕ່ຟ້າບົດ ແລະລົມພັດແຮງ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG