ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການພັດເຂົ້າມາ ຂອງພາຍຸເຂດຮ້ອນເອລຊາ ພາໃຫ້ຄົນລາວ ທີ່ໄປຢາມຟລໍຣິດາ ຕົກໃຈ


ນັກແລ່ນອອກກໍາລັງກາຍຄົນນຶ່ງ ແລ່ນໄປຕາມຖະໜົນ ເບຊໍ ໂບລິວາດ, ໃນເມືອງແທມປາ, ລັດ ຟລໍຣິດາ, ໃນຂະນະທີ່ຄື້ນນໍ້າໄດ້ຊັດຂ້າມກໍາແພງນໍ້າທະເລ ອັນເປັນຜົນມາຈາກພາຍຸເຂດຮ້ອນເອລຊາ ໃນວັນພຸດ ທີ 7 ກໍລະກົດ, ປີ 2021.
ນັກແລ່ນອອກກໍາລັງກາຍຄົນນຶ່ງ ແລ່ນໄປຕາມຖະໜົນ ເບຊໍ ໂບລິວາດ, ໃນເມືອງແທມປາ, ລັດ ຟລໍຣິດາ, ໃນຂະນະທີ່ຄື້ນນໍ້າໄດ້ຊັດຂ້າມກໍາແພງນໍ້າທະເລ ອັນເປັນຜົນມາຈາກພາຍຸເຂດຮ້ອນເອລຊາ ໃນວັນພຸດ ທີ 7 ກໍລະກົດ, ປີ 2021.

ໃນຊ່ວງອາທິດທີ່ຜ່ານມາ ພວກເຮົາໄດ້ຍິນຂ່າວກ່ຽວກັບພາຍຸເຮີຣິເຄນເອລຊາ ທີ່ເລີ້ມກໍ່ໂຕຢູ່ບໍລິເວນປະເທດຄິວບາ ແລະຄ່ອຍພັດເຂົ້າມາໃນບໍລິເວນອ່າວເມັກຊິໂກ ທາງທິດຕາເວັນອອກສຽງໃຕ້ຂອງສະຫະລັດ, ຢ່າງໃດກໍ່ຕາມ ໃນຊ່ວງທີ່ມີການປະກາດດັ່ງກ່າວ ປະຊາຊົນຢູ່ໃນຂົງ ເຂດ ທີ່ຈະໄດ້ຮັບຜົນກະທົບໂດຍກົງເຊັ່ນ ເມືອງເຊັນປີເຕີສເບີກ, ແທັມປາເບ ຕ່າງພາກັນກະ ກຽມເຄື່ອງຂອງທີ່ຈໍາເປັນ ຂົນເຄື່ອງເອກະສານທີ່ກັນນໍ້າບໍ່ໄດ້ຕ່າງໆຂຶ້ນຢູ່ບ່ອນສູງ, ກຽມໄຟສາຍ, ເສື້ອຜ້າຜູ້ລະຊຸດ-ສອງຊຸດ ໃນກໍລະນີທີ່ເພິ່ນປະກາດພາວະສຸກເສີນໃຫ້ຕ້ອງໄດ້ຍ້າຍອອກກະທັນຫັນ, ຢ່າງໃດກໍ່ຕາມ ຄວາມແຮງຂອງລົມພາຍຸໄດ້ຄ່ອຍລົງມາກາຍເປັນພາຍຸເຂດຮ້ອນ. ຕໍ່ເຫດການນີ້ ຍານາງບຸນຊ່ວຍ ຈັນທະຈູມຜາ ຜູ້ທີ່ອາໄສຢູ່ລັດອິນດຽນນາ ໄດ້ມາຢ້ຽມຢາມລູກຊາຍ ແລະລູກໄພ້ຢູ່ບໍລິເວນໃກ້ຄຽງຂອງເຂດ ທີ່ຄາດກັນວ່າຈະໄດ້ຮັບຜົນກະທົບໂດຍກົງນັ້ນ ມີຄວາມຮູ້ສຶກກັງວົນໃຈ ແລະກໍ່ຢ້ານເປັນທໍາມະດາ ເພາະເພິ່ນບໍ່ຄິດວ່າຕົນເອງຈະໄດ້ມາພົບກັບສະຖານະການແບບນີ້, ເຊິ່ງເພິ່ນໄດ້ເລົ່າໃຫ້ພວກເຮົາຟັງວ່າ:

“ຄັນພົບແມ່ກໍ່ຮູ້ສຶກຢ້ານແລ້ວ ຂອງຢູ່ເມືອງແມ່ບໍ່ເຄີຍມີຈັກເທື່ອລູກເອີຍ, ກະຕຽມຕົວຫັ້ນແລ້ວ ເຫັນລູກຕຽມ ແມ່ກໍ່ຕຽມນໍາແລ້ວລູກເອີຍ ຄັນລູກເຮັດຫຍັງ ເອີແມ່ກະຕຽມເຄື່ອງຕຽມຂອງໃສ່ກະປອກກະເປົາຫັ້ນລະລູກເອີຍ, ຢ້ານລະບໍ ຢ້ານແລ້ວຢູ່ຟລໍຣິດາມີນີ້ແມ່ກໍ່ຍັງຄິດຢ້ານລະ, ອັນຄັນຄ່ອຍໂຕລົງກະຮູ້ສຶກ ຄືວ່ານອນຢູ່ກະດີໃຈແລ້ວຄັນວ່າບໍ່ມີ ບໍ່ເຄີຍເຫັນຈັກເທື່ອ ແມ່ກໍ່ບໍ່ເຄີຍໄດ້ຍິນອີກ ມີແຕ່ວ່າ ມາລູກເວົ້າສູ່ຟັງຈັງຊັ້ນຈັງຊີ້ແມ່ກະໂອ...ຟັງໄປນີ້ແລ້ວ ລູກພາໄປໃສແມ່ກໍ່ໄປນີ້ແລ້ວລູກເອີຍ ມາຢາມລູກນະ”

ໂດຍປົກກະຕິແລ້ວ, ພາຍຸເຮີຣິເຄນຈະພັດເຂົ້າມາ ໃນບໍລິເວນນີ້ເກືອບທຸກໆປີ ແລະແຕ່ລະຄັ້ງທີ່ພາຍຸເຂົ້າມາ ກໍ່ສົ່ງຜົນເສຍຫາຍໃຫ້ແກ່ປະຊາຊົນໃນທ້ອງຖິ່ນແລ້ວແຕ່ຂະໜາດແລະຄວາມແຮງຂອງພາຍຸນັ້ນ. ໃນປີ 2019, ພາຍຸເຮີຣິເຄນ ໂດຣຽນໄດ້ກໍ່ໂຕຢູ່ບໍລິເວນເກາະບາຮາມາສ, ມີຄວາມແຮງເພີ້ມຂຶ້ນເປັນລົມພາຍຸປະເພດ 5 ອັນໄດ້ສ້າງຄວາມເສຍຫາຍໃຫ້ບັນດາປະເທດໝູ່ເກາະທີ່ຢູ່ໃກ້ຄຽງຫລາຍສົມຄວນ, ເຊິ່ງເປັນຄວາມຮຸນແຮງທີ່ສຸດ ນັບຕັ້ງແຕ່ເກີດມີເຫດການພາຍຸເຂົ້າມາ ທີ່ເຄີຍມີການບັນທຶກມາແຕ່ປີ 1935*. ໃນເວລານັ້ນ, ຫລາຍພື້ນທີ່ທາງຕາເວັນອອກສຽງໃຕ້ຂອງສະຫະລັດ ໂດຍສະເພາະ ລັດຟລໍຣິດາ ແລະພາກຕາ ເວັນອອກສຽງໃຕ້ຂອງລັດຈໍເຈຍ ຕ່າງກໍ່ໄດ້ສັ່ງຍົກຍ້າຍຄົນອອກຈາກພື້ນທີ່ດ່ວນ ເພື່ອຫລີກລ້ຽງອັນຕະລາຍຈາກຄວາມແຮງຂອງພາຍຸນັ້ນ ອັນໄດ້ເຮັດໃຫ້ລົດຕິດເປັນໄລຍະຍາວຫລາຍຊົ່ວໂມງ ຢູ່ເສັ້ນທາງທີ່ຜູ້ຄົນພາກັນອົບພະຍົບອອກມາ.

XS
SM
MD
LG