ພຽງບໍ່ເທົ່າໃດວັນ ຫລັງຈາກເກີດແຜ່ນດິນໄຫວທີ່ຮ້າຍແຮງໃນເຮຕີ, ພາຍຸເຂດຮ້ອນເກຣສ ໄດ້ນໍາເອົາພາຍຸຝົນທີ່ຕົກໜັກ ແລະລົມທີ່ຮຸນແຮງມາສູ່ປະເທດແຫ່ງນີ້.
ນັກພະຍາກອນກ່າວວ່າ ລົມພາຍຸອາດຈະເຮັດໃຫ້ຝົນຕົກ ທີ່ມີປະລິມານນໍ້າຝົນສູງເຖິງ 12 ຫາ 25 ຊັງຕີແມັດ ຢູ່ທາງພາກໃຕ້ຂອງເຮຕີ ຈົນຮອດວັນອັງຄານມື້ນີ້, ອັນໄດ້ນໍາຄວາມຫຍຸ້ງຍາກລໍາບາກຈາກໄພນໍ້າຖ້ວມກະທັນຫັນ ແລະດິນເຈື່ອນ ມາສູ່ປະຊາຊົນ.
ນອກຈາກນີ້ ຍັງຈະສົ່ງຜົນກະທົບ ຕໍ່ການຄົ້ນຫາຜູ້ລອດຊີວິດ ແລະການພະຍາ ຍາມຊ່ວຍເຫລືອຜູ້ທີ່ຂາດບ່ອນຢູ່ອາໄສ ເນື່ອງຈາກທາງພາກໃຕ້ຂອງປະເທດໄດ້ຮັບຜົນກະທົບຢ່າງຮຸນແຮງຈາກການເກີດແຜ່ນດິນໄຫວທີ່ມີຄວາມແຮງເຖິງ 7.2 ນັ້ນ.
ເຈົ້າໜ້າທີ່ຂອງເຮຕີກ່າວໃນມື້ວັນຈັນວານນີ້ວ່າ ຈໍານວນໂຕເລກຜູ້ເສຍຊີວິດຈາກການເກີດແຜ່ນດິນໄຫວເພີ້ມຂຶ້ນເປັນ 1,419 ຄົນ, ຫລາຍກວ່າເກືອບສອງເທົ່າຂອງຈໍານວນໂຕເລກ ທີ່ໄດ້ເປີດເຜີຍອອກໄປ ໃນວັນອາທິດແລ້ວນີ້.
ໃນນັ້ນ, ມີອີກຢ່າງໜ້ອຍ 6,000 ຄົນ ທີ່ໄດ້ຮັບບາດເຈັບ ແລະກໍາລັງຕ້ອງການການຮັກສາທີ່ໂຮງໝໍ.
ຜູ້ຄົນຈໍານວນຫລາຍຮ້ອຍຄົນໄດ້ລໍຖ້າຢູ່ທີ່ຂັ້ນໄດຂອງໂຮງໝໍໃຫຍ່ຂອງເມືອງເລ ກາເຢສ (Le Cayes) ແລະບັນດາຄົນເຈັບ ໄດ້ຮັບການປິ່ນປົວໃນເບາະນອນທີ່ຢູ່ຕິດກັບພື້ນທາງດ້ານນອກຂອງໂຮງໝໍ ໃນຂະນະທີ່ຢາຢູ່ໂຮງໝໍກໍ່ຫລຸດນ້ອຍລົງແລ້ວ.