ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພາຍຸຄລາເດັດທ໌ ພັດຖະຫລົ່ມ ພາກຕາເວັນຕົກສ່ຽງໃຕ້ ຂອງສະຫະລັດ ເຮັດໃຫ້ມີຜູ້ເສຍຊີວິດ 12 ຄົນ ໃນນັ້ນເປັນເດັກນ້ອຍ 10 ຄົນ


ລົດຍົນຄັນນຶ່ງແລ່ນຢູ່ເທິງຖະໜົນ ກອດສ໌ ທີ່ຖືກນໍ້າຖ້ວມໃນເມືອງ ສໄລເດວລ໌ ລັດ ຫລຸຍສ໌ເຊຍອານາ ເມື່ອວັນທີ 18 ມິຖຸນາ ປີ 2021, ໃນຂະນະທີ່ພາຍຸກົດອາກາດຕຕໍ່າ ຄລາເດັດທ໌ໄດ້ຍັບໄກ້ເຂົ້າມາສູ່ລັດຫລຸຍສ໌ເຊຍອານາ.
ລົດຍົນຄັນນຶ່ງແລ່ນຢູ່ເທິງຖະໜົນ ກອດສ໌ ທີ່ຖືກນໍ້າຖ້ວມໃນເມືອງ ສໄລເດວລ໌ ລັດ ຫລຸຍສ໌ເຊຍອານາ ເມື່ອວັນທີ 18 ມິຖຸນາ ປີ 2021, ໃນຂະນະທີ່ພາຍຸກົດອາກາດຕຕໍ່າ ຄລາເດັດທ໌ໄດ້ຍັບໄກ້ເຂົ້າມາສູ່ລັດຫລຸຍສ໌ເຊຍອານາ.

ພາຍຸຄວາມກົດອາກາດຕ່ຳ ຄລາເດັດທ໌ ໄດ້ເຮັດໃຫ້ມີຜູ້ເສຍຊີວິດ 12 ຄົນຢູ່ໃນລັດແອລາບາມາ ໃນຂະນະທີ່ລົມພາຍຸດັ່ງກ່າວ ໄດ້ພັດຖະຫລົ່ມຜ່ານທາງທິດຕາ ເວັນອອກສ່ຽງໃຕ້ຂອງສະຫະລັດລັດ, ເຊິ່ງໄດ້ເຮັດໃຫ້ເກີດນໍ້າຖ້ວມກະທັນຫັນ ແລະມີພາຍຸໂທນາໂດ ໂດຍໄດ້ທໍາລາຍບ້ານເຮືອນໄປຫລາຍສິບຫລັງ ອີີງຕາມລາຍງານຂອງການອົງການຂ່າວເອພີ (AP.)

10 ຄົນ, ເຊິ່ງລວມມີເດັກນ້ອຍ 9 ຄົນທີ່ເສຍຊີວິດໃນວັນເສົານີ້ດ້ວຍອຸບັດຕິເຫດລົດຕໍາກັນ 15 ຄັນປະມານ 55 ກິໂລແມັດ ໄປທາງໃຕ້ຂອງເມືອງມັອນໂກເມີຣີ ເທິງເສັ້ນທາງອິນເຕີສະເຕດ 65, ອີງຕາມການກ່າວຂອງເຈົ້າໜ້າທີ່ພິສູດສົບໃນ ເຂດເມືອງບັທເລີ ເຄົາຕີ້ (Butter County) ທ່ານ ເວນ ກາລັອກ (Wayne Garlock).

ທ່ານ ກາລັອກ ໄດ້ກ່າວວ່າຍານພາຫະນະດັ່ງກ່າວໄດ້ແລ່ນເຈືອກຢູ່ເທິງຖະໜົນທີ່ມື່ນ ເຊິ່ງມີເດັກນ້ອຍ 8 ຄົນ ອາຍຸລະຫວ່າງ 4 ຫາ 17 ປີເສຍຊີວິດໃນລົດຕູ້ເຊິ່ງເປັນຂອງເຍົາວະຊົນທີ່ສະໜັບສະໜຸນໂດຍສະມາຄົມຕໍາຫລວດຂອງລັດແອລາບາມາ ສໍາລັບເດັກທີ່ຖືກຂົ່ມເຫັງແລະປະຖິ້ມ. ສອງຄົນແມ່ນເສຍຊີວິດໃນລົດ ອີກຄັນນຶ່ງ, ທ່ານ ກາລັອກ ໄດ້ກ່າວຕໍ່ອົງການຂ່າວທ້ອງຖິ່ນວ່າ ໂຄດີ ຟອກສ໌ ອາຍຸ 29 ແລະ ອາຣິອານນາ ຟອກສ໌ ອາຍຸ 9 ເດືອນ, ທັງສອງຄົນ ມາຈາກເຂດເມືອງ ມາຣຽນ ຂອງລັດ ເທັນແນສຊີ. ນອກນັ້ນ ຍັງມີຫລາຍຄົນ ໄດ້ຮັບບາດເຈັບ.

ໃນຂະນະດຽວກັນ, ຜູ້ຊາຍອາຍຸ 24 ປີ ແລະເດັກນ້ອຍຊາຍອາຍຸ 3 ປີກໍ່ເສຍຊີວິດດ້ວຍຕົ້ນໄມ້ ລົ້ມຟາດໃສ່ເຮືອນຂອງພວກເຂົາເຈົ້າ ເຊິ່ງຢູ່ນອກເມືອງ ຕັສຄາລູຊາ ໃນເມື່ອວັນເສົາແລ້ວນີ້, ຮ້ອຍເອກ ມາຣ໌ຕີ ແຊລເລີ້ (Marty Seller) ສັງກັດໜ່ວຍອາຊະຍາກໍາ ແລະຄວາມຮຸນແຮງຂອງເມືອງ ຕັສຄາລູຊາ ໄດ້ກ່າວຕໍ່ອົງການຂ່າວທ້ອງຖິ່ນ.

ການເສຍຊີແມ່ນເກີດຂຶ້ນຍ້ອນຝົນທີ່ຕົກລົງມາຢ່າງໜັກ ຢູ່ທາງເໜືອຂອງລັດແອລາບາມາ ແລະລັດຈໍເຈຍ ໃນຕອນເດິກຂອງວັນເສົາຜ່ານມານີ້, ເຊິ່ງປະລິມານ ນໍ້າຝົນແທກໄດ້ 30 ເຊັນຕິແມັດ ອີງຕາມການລາຍງານຈາກພາຍຸ ຄລາເດັດທ໌ ທີ່ມີຕໍ່ເຂດຕ່າງໆທີ່ຕັ້ງຢູ່ຕາມແຄມອ່າວທະເລຂອງລັດມິສຊິສຊິບປີ.

ອ່ານຂ່າວນີ້ເພີ້ມເຕີມເປັນພາສາອັງກິດ

XS
SM
MD
LG