ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໓ ກັນຍາ ໒໐໒໓

ກອງກໍາລັງທະຫານ ໂຈມຕີຄ້າຍພັກ ຂອງພວກປະທ້ວງ ຢູ່ສຣີລັງກາ


ກອງທັບທະຫານ ພາກັນເຄື່ອນຍ້າຍປ້າຍຄໍາຂັວນຕໍ່ຕ້ານລັດຖະບານ ຈາກສະຖານທີ່ພັກຊົ່ວຄາວຂອງພວກປະທ້ວງ ຢູ່ດ້ານນອກທໍານຽບປະທານາທິບໍດີໃນນະຄອນຫຼວງໂຄລອມໂບ, ປະເທດສຣີລັງກາ, ເມື່ອວັນທີ 22 ກໍລະກົດ 2022.

ກອງກໍາລັງທະຫານຂອງ ສຣິລັງກາ ໄດ້​ທັບ​ມ້າງສະຖານທີ່ປະທ້ວງຫຼັກຢູ່ໃນນະຄອນ​ຫຼວງໂຄລອມໂບ, ເຊິ່ງເປັນສູນກາງໃຫຍ່ຂອງຜູ້ປະທ້ວງທີ່ໄດ້ມີການໂຄສະນາຕໍ່ຕ້ານລັດຖະບານມາເປັນເວລາຍາວນານຫຼາຍເດືອນ. ການເຄື່ອນ ໄຫວດັ່ງກ່າວນີ້ແມ່ນ​ໃຫ້ສັນຍານວ່າ ປະທານາທິບໍດີ​ທີ່​ໄດ້​ຮັບ​ເລືອກໃໝ່ ທ່ານ ຣານີລ ວິກເກຣມາຊິງເກ ຈະປາບປາມຕໍ່ຜູ້ທີ່ໂຄສະນາທີ່ຂັບໄລ່ຜູ້ນໍາຄົນກ່ອນນັ້ນ.

ກອງກໍາລັງທະຫານ ແລະໜ່ວຍກ້າ​ຕາຍ​ຂອງ​ຕຳ​ຫຼວດຈໍານວນຫຼາຍຮ້ອຍຄົນ ພ້ອມດວ້ຍອາວຸດປືນຍາວ ແລະໄມ້ກະບອງຂອງຕໍາຫຼວດ ໄດ້ໄປຮວມໂຕກັນຢູ່ນອກທໍານຽບປະທານາທິບໍດີໃນຕອນເຊົ້າຂອງວັນສຸກນີ້ ເພື່ອຂັບໄລ່ພວກປະທ້ວງທັງຫຼາຍ ໂດຍການຈີກເຕັ້ນຂອງພວກ​ເຂົາ ແລະຍ້າຍປ້າຍຄໍາຂັວນຕ່າງໆຂອງພວກເຂົາເຈົ້າອອກ​ໄປ ເຊິ່ງຕັ້ງຢູ່ທາງເຂົ້າຫຼັກຂອງທໍານຽບປະທານາທິບໍດີ.

ການປະຕິບັດງານຂອງເຈົ້າໜ້າທີ່ຕໍາຫຼວດ ມີຂຶ້ນພຽງນຶ່ງມື້ ລຸນຫຼັງການສາບານຕົນເຂົ້າຮັບຕໍາແໜ່ງຂອງທ່ານວິກເກຣມາຊິງເກ, ໂດຍເປັນຜູ້ນຶ່ງທີ່ພວກປະທ້ວງພາກັນຕໍ່ຕ້ານຂັດຂວາງເຊັ່ນດຽວກັນ.

ທ່ານຊາເບຍ ໂມຮໍາເມັດ (Shabeer Mohamed), ນັກຂ່າວອິດສະຫຼະບອກກັບ VOA ວ່າ ເມື່ອລາວໄດ້ເດີນທາງໄປຮອດສະຖານທີ່ດັ່ງກ່າວ ໃນເວລາ 1:30 ຕອນເຊົ້າ, ລາວເອງໄດ້ຖືກຂັດຂວາງ ບໍ່ໃຫ້ຜ່ານເຂົ້າໄປໃນສະຖານທີ່ນັ້ນ.

ກອງທັບທະຫານພາກັນຢືນຍາມ ລຸນຫຼັງທີ່ໄດ້ຂັບໄລ່ຜູ້ປະທ້ວງອອກໄປຈາກທໍານຽບປະທານາທິບໍດີໃນນະຄອນຫຼວງໂຄລອມໂບ, ເມື່ອວັນທີ 22 ກໍລະກົດ 2022.
ກອງທັບທະຫານພາກັນຢືນຍາມ ລຸນຫຼັງທີ່ໄດ້ຂັບໄລ່ຜູ້ປະທ້ວງອອກໄປຈາກທໍານຽບປະທານາທິບໍດີໃນນະຄອນຫຼວງໂຄລອມໂບ, ເມື່ອວັນທີ 22 ກໍລະກົດ 2022.

ລາວກ່າວວ່າ “ທາງເຂົ້າແຕ່ລະບ່ອນ ແມ່ນໄດ້ຖືກປິດໝົດໂດຍກອງກໍາລັງທະຫານ, ທະຫານຄົນນຶ່ງຕີຫຼັງຂ້າພະເຈົ້າ ແລ້ວກໍດຶກໂທລະສັບຂອງຂ້າພະເຈົ້າລົງພື້ນ, ເຊິ່ງພວກເຂົາໄດ້ຍ້າຍເຕັ້ນ ອອກໄປແລ້ວເຊັ່ນກັນ.”

ມີລາຍງານວ່າ ຫຼາຍຄົນຖືກຈັບໃນລະຫວ່າງມີການໂຈມຕີ, ໃນຂະນະອີກຫຼາຍໆຄົນແມ່ນໄດ້ຮັບບາດເຈັບ.

ສະມາຄົມທະນາຍຄວາມຂອງສຣີລັງກາ ກ່າວຕ້ອງຕິຕໍ່ການກະທໍາດັ່ງກ່າວຂອງພວກທະຫານຢູ່ໃນຖະແຫຼງການວ່າ ການໃຊ້ອາວຸດຕ່າງໆເພື່ອປາບປາມຜູ້ປະທ້ວງພົນລະເຮືອນໃນມື້ທໍາອິດຂອງການເຂົ້າຮັບຕໍາແໜ່ງ ເປັນປະທານາທິບໍດີ “ຈະເປັນຜົນກະທົບທີ່ຮ້າຍແຮງຕໍ່ສັງຄົມ, ເສດຖະກິດ, ສະເຖຍລະພາບ ແລະຄວາມໝັ້ນຄົງຂອງປະເທດ.” ສະມາຄົມກ່າວວ່າ ນັກກົດໝາຍສອງຄົນຂອງສະມາຄົມ ທີ່ເຂົ້າໄປໃນສະຖານທີ່ທໍາການປະທ້ວງດັ່ງກ່າວ ກໍ່ໄດ້ຖືກໂຈມຕີເຊັ່ນກັນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG