ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທະຫານ ອອກລາດຕະເວນ ຢູ່ໃນໂຄລໍາເບຍ ຫລັງຈາກການປະທ້ວງ (ວີດິໂອ)


ທະຫານຢືນຍາມຢູ່ຕາມຖະໜົນແຫ່ງນຶ່ງ ໃນນະຄອນຫລວງ Bogota ຂອງ Colombia.
ທະຫານຢືນຍາມຢູ່ຕາມຖະໜົນແຫ່ງນຶ່ງ ໃນນະຄອນຫລວງ Bogota ຂອງ Colombia.
ປະທານາທິບໍດີ ​ໂຄລໍາ​ເບຍ ທ່ານ Juan Manuel Santos ​
ໄດ້​ສັ່ງ​ໃຫ້​ຖະຫານ​ອອກ​ໄປ​ປະ​ຈໍາ​ການ​ຢູ່​ຕາມ​ຖະໜົນ​ຫົນທາງ
ຂອງນະຄອນຫລວງ Bogota ຫລັງ​ຈາກ​ການ​ປະ​ທ້ວງ​ສະໜັບ
ສະໜຸນ​ການ​ຢຸດ​ງານ​ຂອງ​ພວກຊາວສວນ ​ໄດ້​ປ່ຽນ​ເປັນ​ຄວາມ​
ຮຸນ​ແຮງ ​ແລະ​ເຮັດ​ໃຫ້​ສອງ​ຄົນ​ເສຍ​ຊີວິດ.

ປະທານາທິບໍດີ Santos ກ່າວ​ໃນ​ວັນ​ສຸກ​ວານ​ນີ້​ວ່າ ບໍ່​ມີ​ການ​
ປ​ະທ້ວງ​ໃດໆ ທີ່ຈະ​ໃຊ້​ເປັນ​ຂໍ້​ອ້າງ​ສໍາລັບການ​ເສຍ​ຊີວິດ​ໄດ້.

ຄວາມ​ຮຸນ​ແຮງ​ໄດ້​ເກີດ​ຂື້ນ​ໃນ​ວັນ​ພະຫັດ ​ເວລາ​ຫລາ​ຍພັນ​ຄົນ
ພາກັນເດີນ​ຂະ​ບວນປະ​ທ້ວງ ​ເພື່ອ​ສະ​ໜັບສະ​ໜຸນພວກ​ຊາວ
ສວນທີ່​ພາກັນ​ຢຸງານ ຊຶ່ງ​ໄດ້​ພາ​ໃຫ້​ຕໍາຫລວດ​ຍິງລະ​ເບີດ​ນໍ້າ
ຕາ.ບໍ່​ເປັນ​ທີ່​ແຈ່ມ​ແຈ້ງ​ເທື່ອ​ວ່າ ການ​ເສຍ​ຊີວິດ​ຂອງ​ສອງ​ຄົນ​
ນັ້ນ ເກີດ​ຂື້ນ​ຢ່າງ​ໃດ.

ການ​ປະ​ທະ​ກັນ​ດັ່ງກ່າວ​ໄດ້​ເກີດ​ຂື້ນ ຫລັງ​ຈາກ​ເວລາ​ເກືອບ​
ສອງ​ອາທິດຂອງ​ການ​ຕັນ​ຖະໜົນ ຫົນທາງ ​ແລະ​ການ​ປະ​ທ້ວງ
​ຂອງ​ຊາວ​ສວນ ​ທີ່ໄດ້ແຜ່​ລາມ​ຈາກ​ບ້ານນອກ ​ເຂົ້າສູ່​ຫລາຍໆ​ຫົວເມືອງຂອງໂຄລໍາ​ເບຍ.

Colombia
please wait
Embed

No media source currently available

0:00 0:00:37 0:00

ຢູ່​ໃນເຫດການນຶ່ງ​ທີ່ເກີດ​ຂື້ນ​ໃນ​ວັນ​ສຸກ​ວານນີ້ ບັນດາ​ຜູ້​ນໍາພາ​ປະ​ທ້ວງ​ ກ່າວ​ວ່າ ​ເຂົາ​ເຈົ້າ
ຈະ​ຍົກ​ເລີກ​ການ​ກີດ​ຂວາງຖະໜົນ​ທີ່​ສໍາຄັນ ຫລັງ​ຈາກ​ໄດ້​ບັນລຸ “ຂໍ້​ຕົກລົງ​ເປັນ​ບາງສ່ວນ”
ກັບ​ລັດຖະບານ. ​ໂຄສົກ​ຜູ້​ນຶ່ງທີ່ຕາງໜ້າ​ຊາວ​ສວນ ທ່ານ Richard Fuelantala ກ່າວ​
ວ່າ ​ເຂົາ​ເຈົ້າ ຈະສືບ​ຕໍ່​ທໍາການ​ປະ​ທ້ວງ​ໂດ​ຍການ​ຖື​ປ້າຍ ຢູ່​ຂ້າງ​ຖະໜົນ ແລະ​ຈະປ່ອຍ​ໃຫ້
​ລົດແລ່ນ​ຜ່ານ​ໄປມາ​ໄດ້. ທ່ານ​ບໍ່​ໄດ້ໃຫ້​ລາຍ​ລະອຽດ​ເພີ້​ມ​ຕື່ມກ່ຽວ​ກັບ​ຂໍ້​ຕົກລົງ​ກັບລັດຖະບານ.

ເບິ່ງວີດິໂອ ການປະທ້ວງຂອງພວກຊາວສວນໂຄລໍາເບຍ ເມື່ອຕົ້ນອາທິດນີ້:

XS
SM
MD
LG