ນະຄອນຫຼວງ ທຣິໂປລີ ຂອງປະເທດ ລີເບຍ ຖືກໂຈມຕີທາງອາກາດໃນຕອນຄ່ຳຂອງ
ວັນເສົາວານນີ້, ໃນຂະນະທີ່ກອງກຳລັງທີ່ຈົງຮັກພັກດີຕໍ່ນາຍພົນ ຄາລີຟາ ຮັຟຕາ
ກັບ ລັດຖະບານຄູ່ແຂ່ງຂອງທ່ານໃນພາກຕາເວັນອອກຂອງປະເທດ ໄດ້ສືບຕໍ່ການຕໍ່
ສູ້ຂອງເຂົາເຈົ້າໃນນະຄອນຫຼວງດັ່ງກ່າວ.
ນັກຂ່າວວີໂອເອ ນາງ ເຮເຕີ ເມີດັອກ ໄດ້ລາຍງານຈາກນະຄອນຫຼວງ ທຣິໂປລີ ວ່າ
ການໂຈມຕີປາກົດວ່າຈະເພັ່ງເລັງໃສ່ເປົ້າໝາຍຕ່າງໆຢູ່ໃກ້ກັບສະໜາມບິນຂອງນະ
ຄອນຫຼວງນັ້ນ. ນາງໄດ້ກ່າວວ່າສາມາດໄດ້ຍິນເຮືອບິນບໍ່ມີຄົນຂັບຫຼາຍລຳໃນຂົງເຂດ
ນັ້ນ ພ້ອມກັບລະເບີດແຕກ 4 ຫາ 6 ຄັ້ງ.
ມີລາຍງານທີ່ບໍ່ໄດ້ຮັບການຢືນຢັນວ່າ ມີຢ່າງໜ້ອຍຄົນນຶ່ງໄດ້ເສຍຊີວິດໃນການໂຈມຕີ
ນັ້ນ.
ປະຊາຊົນຫຼາຍຄົນໄດ້ເອົາວິດີໂອລົງໃນສື່ສັງຄົນ ເຊິ່ງເຂົາເຈົ້າໄດ້ເວົ້າວ່າ ໄດ້ຖ່າຍເອົາ
ການໂຈມຕີຕ່າງໆຂອງເຮືອບິນບໍ່ມີຄົນຂັບ.
ກອງກຳລັງລີເບຍແຫ່ງຊາດຂອງນາຍພົນ ຮັຟຕາ ແມ່ນກຳລັງພະຍາຍາມທີ່ຈະຍຶດເອົາ
ນະຄອນຫຼວງ ທຣິໂປລີ ຈາກລັດຖະບານຂອງນາຍົກລັດຖະມົນຕີ ຟາເຢັສ ອາລ-
ຊາຣາຈ໌ ທີ່ໄດ້ຮັບການໜູນຫຼັງຈາກສາກົນ. ນັບຕັ້ງແຕ່ການໂຈມຕີໄດ້ເລີ່ມຂຶ້ນໃນຕົ້ນ
ເດືອນເມສານີ້, ນະຄອນຫຼວງ ທຣິໂປລີ ແມ່ນໄດ້ຕົກເປັນເປົ້າໝາຍຂອງການໂຈມຕີ
ທາງອາກາດຫຼາຍຄັ້ງ ທີ່ເຊື່ອວ່າຈາກເຮືອບິນທີ່ບໍ່ມີຄົນຂັບ.
ການຕໍ່ສູ້ລະຫວ່າງລັດຖະບານຄູ່ແຂ່ງໃນປະເທດ ລີເບຍ ໄດ້ເຮັດໃຫ້ການອາໄສຢູ່ໃນ
ແລະ ໃກ້ກັບນະຄອນຫຼວງຂອງປະເທດດັ່ງກ່າວມີອັນຕະລາຍຢ່າງຍິ່ງ.