ເຫດລະເບີດບັ້ນນຶ່ງໃກ້ໆກັບທຳນຽບປະທານາທິບໍດີອີຢິບ
ໃນນະຄອນຫຼວງໄຄໂຣ ຍັງຜົນ ໃຫ້ຄົນນຶ່ງທີ່ຍ່າງຜ່ານໄປໄດ້ຮັບ
ບາດເຈັບ ໃນເຊົ້າວັນພະຫັດມື້ນີ້ ໃນການໂຈມຕີຮ້າຍແຮງ 3 ບັ້ນ
ທັງຢູ່ໃນແລະອ້ອມແອ້ມນະຄອນຫຼວງໃນຄືນຜ່ານມາ ຊຶ່ງໄດ້
ສັງຫານຢ່າງນ້ອຍ 3 ຄົນ ແລະສິບກວ່າຄົນໄດ້ຮັບບາດເຈັບ.
ເຫດລະເບີດຮ້າຍແຮງສຸດ ແມ່ນເກີດຂຶ້ນ ຢູ່ເທິງລົດໄຟ ໃນແລງ
ວັນພຸດວານນີ້ທີ່ລັດ Menufia ທາງພາກເໜືອຂອງໄຄໂຣ ທີ່ເຮັດ
ໃຫ້ຕຳຫຼວດ 2 ຄົນ ແລະພົນລະເຮືອນຄົນນຶ່ງ ເສຍຊີວິດ. ມີຢ່າງ
ນ້ອຍ 11 ຄົນ ໄດ້ຮັບບາດເຈັບ. ອົງການຂ່າວ Al Ahram ຂອງ
ທາງການອີຈິບລາຍງານຍວ່າ ຈຳນວນຂອງຜູ້ບາດເຈັບລົ້ມຕາຍ ອາດຈະເພີ້ມຂຶ້ນຕື່ມ.
ເຫດລະເບີດອີກບັ້ນນຶ່ງ ທີ່ສະຖານີລົດໄຟໃຕ້ດິນ Al-Marj ທາງພາກຕາເວັນອອກ ຂອງ ນະຄອນຫຼວງໄຄໂຣ ກໍເຮັດໃຫ້ 3 ຄົນບາດເຈັບ.
ອີຈິບກຳລັງປະເຊີນກັບຄວາມວຸ້ນວາຍ ຈາກການກໍ່ກະບົດ ຂອງກຸ່ມອິສລາມຫົວຮຸນແຮງ ແລະມີການວາງລະເບີດເປັນປະຈຳໃນທົ່ວປະເທດ ນັບຕັ້ງພວກທະຫານ ໄດ້ໂຄ່ນລົ້ມປະທານາທິບໍດີ ທີ່ໄດ້ຮັບເລືອກຂຶ້ນມາ ທ່ານ Mohamed Morsi ໃນເດືອນກໍລະກົດ ປີ 2013.
ຍັງບໍ່ທັນມີການລະບຸເທື່ອວ່າ ແມ່ນກຸ່ມໃດເປັນຜູ້ວາງລະເບີດໂຈມຕີໃນຄັ້ງນີ້.