ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານກຳປູເຈຍ ດຳເນີນຄະດີ ນັກເຄື່ອນໄຫວ ແຮງງານ 23 ຄົນ


ພວກປະທ້ວງ ປະທະກັບ ເຈົ້າໜ້າທີ່ຕຳຫລວດ ຢູ່ນອກສານ ໃນນະຄອນພະນົມເປັນ.
ພວກປະທ້ວງ ປະທະກັບ ເຈົ້າໜ້າທີ່ຕຳຫລວດ ຢູ່ນອກສານ ໃນນະຄອນພະນົມເປັນ.
ພວກ​ປະ​ທ້ວງ ​ແລະ​ເຈົ້າ​ໜ້າ​ທີ່​ຕຳຫລວດ ​ໄດ້​ປະ​ທະ​ກັນ
​ໃນ​ວັນ​ສຸກ​ວານ​ນີ້ຢູ່​ນອກ​ສານ ໃນເຂດນະຄອນ​ພະນົມ
​ເປັນບ່ອນ​ທີ່ນັກ​ເຄຶ່ອນ​ໄຫວ​ແຮງ​ງານ 23 ຄົນ​ໄດ້​ຖືກ​ນຳ
ໂຕໄປດຳ​ເນີນ​ຄະດີ ຫລັງ​ຈາກໄດ້​ຖືກ​ຈັບ​ກຸມ ​ໃນ​ເດືອນ
​ມັງກອນ ຜ່ານມາ.

ບັນດາ​ນັກ​ເຄຶ່ອນ​ໄຫ​ວ ປະ​ເຊີນ​ໜ້າ​ກັບ​ການ​ກ່າວ​ຫາ ທີ່
​ພົວພັນ​ກັບ​ການ​ຍຸ​ແຍ່ ໃຫ້ກໍ່ຄວາມ​ຮຸນ​ແຮງ​ຂອງພວກ​
ປະ​ທ້ວງ.

​ເຂົາ​ເຈົ້າ​ໄດ້​ຖືກ​ຈັບ ຫລັງ​ຈາກ​ມີ​ການ​ປະ​ທ້ວງ​ຂອງພວກຄົນ​
ງານ​ຕັດຫຍິ​ບ ຊຶ່ງ​ກຳລັງຮັກສາ​ຄວາມ​ປອດ​ໄພ​ໄດ້​ສັງຫານ​ຢ່າ​ງໜ້ອຍ​ສີ່​ຄົນ ​ແລະ​ໄດ້​ຮັບ
ບາດ​ເຈັບ​ອີກຫລາ​ຍສິບ​ຄົນ. ພວກຄົນງານ​ໄດ້​ຮຽກຮ້ອງ​ໃຫ້​ຂື້ນ​ຄ່າ​ຈ້າງຂັ້ນຕ່ຳສຸດຂອງ
ກຳ ປູເຈຍເປັນສອງ​ເທົ່າ​.

ຜູ້​ຖືກ​ກ່າວ​ຫາ​ຄົນ​ນຶ່ງຄືທ່ານ Von Pov ນັກ​ເຄຶ່ອນ​ໄຫວ​ສະຫະພາບ​ກຳມະບານ ​ໄດ້​
ກ່າວ​ຕໍ່​ບັນດາ​ນັກ​ຂ່າວ ຢູ່​ນອ​ກສານ​ ໃນ​ວັນ​ສຸກ​ວານນີ້ວ່າ:

“ຂ້າພະ​ເຈົ້າ​ຕ້ອງການ​ເສລີພາບ. ມັນ​ບໍ່​ທ່່ຽງ​ທຳ. ຂ້າພະ​ເຈົ້າເຮັດ​ທຸກ​ຢ່າງເພື່ອ​ຊາວ​ກຳ
ປູ​ເຈຍ. ຂ້າພະ​ເຈົ້າ​ບໍ່ມີຄວາມຜິດ.”

ບັນດາ​ຜູ້​ສະໜັບສະໜູ​ນ ກ່າວ​ວ່າ ນັກ​ເຄຶ່ອ​ນ​ໄຫວ 23 ຄົນ​ໄດ້​ຖືກ​ຟ້ອງຮ້ອງເພື່ອ​ຂັດ
ຂວາງບໍ່ໃຫ້ມີການປະທ້ວງຂອງພວກຄົນງານຕື່ມອີກ.

ພວກ​ສະໜັບສະໜູນ​ປະມານ 100 ຄົນ​ໄດ້​ປະ​ທະ​ກັນ​ກັບຕຳຫລວດ​ປາບຈະລາ​ຈົນ ທີ່​
ມີ​ຈຳນວນ​ພໍປານໆກັນ ຢູ່​ນອກ​ສານ ​ແລະ​ມີ​ຜູ້​ປະ​ທ້ວງ​ຫລາຍ​ຄົນ​ໄດ້​ຮັບ​ບາດ​ເຈັບ.
XS
SM
MD
LG