ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ການ​ດຳ​ເນີນ​ຄະດີ ຟ້ອງ​ຮ້ອງ ​​ອະດີດ ປ. ​ເກົາຫຼີ​ໃຕ້ ​ເລີ່​ມຂຶ້ນ​ແລ້ວ​


ອະດີດປະທານາ​ທິນາ​ບໍດີ​ເກົາຫຼີ​ໃຕ້ ທ່ານ​ນາງ President Park Geun-hye, ກາງ, ກຳລັງ​ຍ່າງ​ເຂົ້າສານ ​ໃນ​ນະຄອນຫຼວງ​ໂຊ​ລ, ​ເກົາຫຼີ​ໃຕ້, 23 ພຶດສະພາ 2017.
ອະດີດປະທານາ​ທິນາ​ບໍດີ​ເກົາຫຼີ​ໃຕ້ ທ່ານ​ນາງ President Park Geun-hye, ກາງ, ກຳລັງ​ຍ່າງ​ເຂົ້າສານ ​ໃນ​ນະຄອນຫຼວງ​ໂຊ​ລ, ​ເກົາຫຼີ​ໃຕ້, 23 ພຶດສະພາ 2017.

ປະທານາ​ທິນາ​ບໍດີ​ເກົາຫຼີ​ໃຕ້ ທ່ານ​ນາງ Park Geun-hye ທີ່​ຖືກປົດ​ອອກຈາກ​ຕຳ​ແໜ່​ງ
​ໄດ້​ປະຕິ​ເສດ​ ຕໍ່ທຸກ​ຂໍ້​ກ່າວ​ຫາຕໍ່ທ່ານ​ນາງ ​ໃນ​ການເລີ້ມ​ການ​ໃຫ້ການ​ໃນ​ວັນ​ອັງຄານ​ມື້​ນີ້
ທີ່​ນະຄອນຫຼວງ​ໂຊ​ລ.

ທ່ານ​ນາງໄດ້ປະ​ເຊີນ​ກັບ​ຂໍ້​ຫາ ຮັບ​ເງິນ​ສິນ​ບົນ ຂູ່​ເຂັນ ​ໃຊ້​ອຳນາດ​ໃນ​ທາງ​ທີ່​ຜິດ ​ແລະຂໍ້
ຫາສໍ້​ລາດ​ບັງ​ຫຼວງ​ທີ່ສຳຄັນ​ອື່ນໆ ທີ່​ອາດສາມາດເຮັດ​ໃຫ້​ນາງ​ເຂົ້າ​ສູ່ຄຸກ​ຕະຫຼອດຊີວິດ.

​ທ່ານ​ນາງ Park ​ໄດ້​ຖືກ​ຟ້ອງ​ຮ້ອງ ​ໃນ​ເດືອນ​ທັນວາຜ່ານ​ມາ ​ໂດຍ​ລັດຖະສະພາ ແລະໃນ
​ເດືອນ​ມີນາ ກໍ​ໄດ້​ຖືກ​ປົດ​ອອກຈາກຕຳ​ແໜ່​ງ ​ໂດຍສານ​ສູງ​ສຸດ ຫຼັງ​ຈາກ​ທີ່​ໄດ້​ມີ​ການ​ເປີດ
​ເຜີຍການ​ພົວພັນ​ຂອງ​ທ່ານ​ນາງ ກັບ​ການ​ສໍ້​ລາດ​ບັງ​ຫຼວງ ຊຶ່ງ​ເພື່ອນ​ຂອງ​ທ່ານ​ນາງທີ່​ມີ​ມາ
​ເປັນເວລາ 40 ປີ ທີ່​ເປັນສູນ​ກາງຂອງ​ຂ່າວນອງ​ນັນ ແລະ​ພົວພັນ​ກັບ​ນັກທຸລະກິດ​ຂັ້ນ​ສູງ
ທີ່​ຮວມທັງ ທ່ານ Lee Jae-yong ທາຍາດຂອງ​ບໍລິສັດ Samsung. ຫຼັງ​ຈາກ​ນັ້ນ ບໍ່​ດົນ
ທ່ານ​ນາງ ກໍ​ໄດ້​ຖືກ​ຈັບ ​ແລະ​ຖືກດຳ​ເນີນ​ຄະດີ.

ການ​ດຳ​ເນີນ​ຄະດີທີ່​ວ່າ​ນີ້ ​ແມ່ນ​ຄາດ​ວ່າຈະຍືດຍາວ​ເປັນເວລາ​ຫຼາຍເດືອນ ​ແລະອາດ​ຈະ
​ເປີດເຜີຍ​ຄວາມ​ລັບ​ໃໝ່ ໃນ​ຄວາມ​ພົວພັນລະຫວ່າງທ່ານ​ນາງ Park ​ແລະບັນດາ​ຜູ້​ບໍລິ
ຫານຂອງ ​ທຸລະ​ກິດຄອບຄົວ​ແບບ​ຄົບ​ວົງ​ຈອນ ທີ່​ຖືກ​ກ່າວ​ຫາ​ວ່າໃຫ້​ເງິນ​ສິນ​ບົນ​ທ່ານນາງ
​ໃນ​ຈຳນວນ​ນັ້ນ ​ແມ່ນຮວມທັງ ທ່ານ Lee ​ແລະ​ປະທານ​ບໍລິສັດ Lotte ທ່ານ Shin
Dong-din.

​ເຫດ​ການນີ້ໄດ້​ມີ​ຂຶ້ນ​ພຽງ​ແຕ່ 2 ສັບປະດາ ຫຼັງ​ຈາກ​ທີ່ທົ່ວປະ​ເທດ​ໄດ້​ເລືອກເອົາອະດີດ
ທະນາຍຄວາມ​ ເພື່ອ​ສິດທິ​ມະນຸດ ທີ່​ມີ​ຫົວອຽງ​ຊ້າຍ ທ່ານ Moon Jae-in ຜູ້​ຊຶ່ງ​ເຄີຍ​
ໄດ້​ເສຍໄຊຕໍ່​ທ່ານ​ນາງ Park ປີ 2012 ໃຫ້​ຂຶ້ນ​ມາ​ເປັນ​ຜູ້​ສືບ​ທອດ​ອຳນາດ​ແທນນັ້ນ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG