ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການດຳເນີນຄະດີ ຊາວຮົງກົງ ທີ່ຈີນຄວບຄຸມຕົວ ຈະເລີ້ມຂຶ້ນ ໃນວັນຈັນນີ້ ອີງຕາມ ພວກສະໜັບສະໜຸນ


ແຜນທີ່ສະແດງໃຫ້ເຫັນ ຮົງກົງ ແລະເກາະໄຕ້ຫວັນ
ແຜນທີ່ສະແດງໃຫ້ເຫັນ ຮົງກົງ ແລະເກາະໄຕ້ຫວັນ

ອີງຕາມລາຍງານ ຂອງອົງການຂ່າວຣອຍເຕີ້ສ໌ ຈາກຮົງກົງແລ້ວ ຊາວຮົງກົງສິບຄົນໃນຈຳນວນທັງໝົດ 12 ຄົນທີ່ໄດ້ຖືກຈັບໂດຍຈີນຢູ່ໃນທະເລ ໃນຂະນະ ທີ່ພວກເຂົາໄດ້ພະຍາຍາມຈະຫລົບໜີ ໄປດ້ວຍເຮືອລຳນຶ່ງ ເມື່ອ 4 ເດືອນກ່ອນນັ້ນ ຈະໄປຂຶ້ນສານເພື່ອການດໍາເນີນຄະດີ ໃນແຜ່ນດິນໃຫຍ່ຂອງຈີນ ຢູ່ທີ່ເມືອງເສິນເຈິ້ນ (Shenzhen) ໃນວັນຈັນຈະມາເຖິງນີ້ ອີງຕາມການກ່າວຂອງພວກສະໜັບສະໜຸນໃນວັນສຸກມື້ນີ້.

ຄະດີດັ່ງກ່າວ ໄດ້ຮັບຄວາມສົນໃຈຢ່າງຫຼວງຫຼາຍ ຢູ່ໃນຮົງກົງ ແລະຢູ່ຕ່າງປະເທດ ຊຶ່ງມັນເປັນເຫດການທີ່ບໍ່ຄ່ອຍເກີດຂຶ້ນ ທີ່ທາງການຂອງປັກກິ່ງ ໄດ້ທຳການຈັບກຸມປະຊາຊົນທີ່ກຳລັງພະຍາຍາມຈະໜີອອກໄປຈາກສູນກາງດ້ານການເງິນ ໃນຊ່ວງເວລາ ທີ່ມີຄວາມກັງວົນເພີ້ມຂຶ້ນນັບມື້ ກ່ຽວກັບຄວາມຄາດຫວັງສຳ ລັບການປົກຄອງຕົນເອງ ໃນລະດັບທີ່ສູງຂອງເມືອງດັ່ງກ່າວນີ້.

ບັນດາຄອບຄົວຂອງພວກທີ່ຖືກຈັບ ໄດ້ຂໍຮ້ອງໃນອາທິດນີ້ ໃຫ້ເວລາ 20 ວັນ ຂອງການປະກາດແຈ້ງໃຫ້ຊາບ ເພື່ອຈະອຳນວຍໃຫ້ພວກເຂົາເຈົ້າ ໄປຮ່ວມຮັບຟັງການດຳເນີນຄະດີໄດ້ ໂດຍທີ່ຕ້ອງໄດ້ກັກໂຕ ຍ້ອນພະຍາດໂຄວິດ-19 ເປັນເວລາ 14 ວັນ ເມື່ອເດີນທາງເຂົ້າໄປຮອດຈີນແຜ່ນດິນໃຫຍ່ແລ້ວນັ້ນ.

ແຕ່ຫາກວ່າ ຄອບຄົວຂອງພວກ ທີ່ໄດ້ຖືກຄວບຄຸມຕົວ 7 ຄົນນັ້ນ ໄດ້ຮັບແຈ້ງການກ່ຽວກັບມື້ການດຳເນີນຄະດີຈາກພວກທະນາຍຄວາມທີ່ໄດ້ຖືກແຕ່ງຕັ້ງໂດຍ ລັດຖະບານ ອີງຕາມຄຳເວົ້າຂອງກຸ່ມສະໜັບສະໜຸນ.

ທ່ານນາງບີອາທຣິສ ລີ ນ້ອງສາວຂອງຜູ້ທີ່ຖືກຄວບຄຸມຕົວ ທ້າວແອນດີ ລີ ໄດ້ກ່າວວ່າ “ເປັນທີ່ຊັດເຈນເລີຍ ທາງການຂອງຈີນ ແມ່ນກຳລັງເລັ່ງລັດ ໃນລະ ຫວ່າງວັນພັກບຸນຄຣິສມັສ ເພື່ອໃຫ້ມີການຖືກໂຈມຕີ ໜ້ອຍທີ່ສຸດ ຈາກນານາຊາດ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG