ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແມ່ຍິງສອງຄົນ ທີ່ສັງຫານ ອ້າຍຕ່າງມານດາ ຂອງທ່ານ ຄິມ ຈອງ ອຶນ ຖືກຕັດສິນວ່າ ບໍ່ມີຄວາມຜິດ


ທ່ານ Gooi Soon Seng, ທະນາຍຄວາມສຳລັບ ນາງ Siti Aisyah ຜູ້ຕ້ອງສົງໄສຄົນ ອິນໂດເນເຊຍ ໃນການສືບສວນ
ສອບສວນ ການລອບສັງຫານທີ່ກຳລັງດຳເນີນຢູ່ ຖືກຫຸ້ມ
ລ້ອມໂດຍນັກຂ່າວຢູ່ໃນສານເມືອງ Sepang, ມາເລເຊຍ. 1 ມີນາ 2017.
ທ່ານ Gooi Soon Seng, ທະນາຍຄວາມສຳລັບ ນາງ Siti Aisyah ຜູ້ຕ້ອງສົງໄສຄົນ ອິນໂດເນເຊຍ ໃນການສືບສວນ ສອບສວນ ການລອບສັງຫານທີ່ກຳລັງດຳເນີນຢູ່ ຖືກຫຸ້ມ ລ້ອມໂດຍນັກຂ່າວຢູ່ໃນສານເມືອງ Sepang, ມາເລເຊຍ. 1 ມີນາ 2017.

ແມ່ຍິງສອງຄົນທີ່ຖືກກ່າວຫາ ວ່າພົວພັນກັບການຄາດຕະກຳອ້າຍຕ່າງ ມານດາຂອງຜູ້
ນຳ ເກົາຫຼີເໜືອ ທ່ານ ຄິມ ຈອງ ອຶນ ໄດ້ຖືກຕັດສິນ ວ່າບໍ່ມີຄວາມຜິດໃນວັນຈັນມື້ນີ້, ໃນ
ຂະນະທີ່ການດຳເນີນຄະດີ ໄດ້ເລີ່ມ ຂຶ້ນໃນສານປະເທດ ມາເລເຊຍ.

ນາງ Siti Aisyah ສັນຊາດ ອິນໂດເນເຊຍ ແລະ ນາງ Doan Thi Huong ຄົນ ຫວຽດ
ນາມ ໄດ້ຖືກຕັ້ງຂໍ້ຫາ ວ່າຄາດຕະກຳ ຫຼັງຈາກບັນດາ ເຈົ້າໜ້າທີ່ ໄດ້ກ່າວວ່າ ພວກເຂົາ
ໄດ້ຂ້າທ້າວ ຄິມ ຈອງ ນຳ ທີ່ສະໜາມບິນສາກົນ ກົວລາ ລຳເປີ ໃນເດືອນກຸມພາທີ່ຜ່ານ
ມາ ດ້ວຍການເອົາ ສານທຳລາຍລະບົບປະສາດຊະນິດຮ້າຍແຮງ ໄປທາໃສ່ໜ້າຂອງ
ລາວ.

ບັນດາທະນາຍຄວາມສຳລັບແມ່ຍິງທັງສອງໄດ້ກ່າວວ່າ ເຂົາເຈົ້າຖືກ ຊັກຊວນໃຫ້ເຊື່ອ
ວ່າ ເຂົາເຈົ້າກຳລັງເຂົ້າຮ່ວມໃນລາຍການຕະຫຼົກ ຄວາມເປັນຈິງຂອງໂທລະພາບ.

ນອກນັ້ນນາງ Aisyah ແລະ ນາງ Huong ຍັງໄດ້ກ່າວຕໍ່ບັນດານັກການທູດ ຈາກປະ
ເທດຂອງເຂົາເຈົ້າວ່າ ເຂົາເຈົ້າບໍ່ໄດ້ມີເຈຕະນາທີ່ຈະເຂົ້າຮ່ວມໃນການລອບສັງຫານທີ່
ບັນດາເຈົ້າໜ້າທີ່ ສະຫະລັດ ແລະ ເກົາຫຼີໃຕ້ ໄດ້ ກ່າວວ່າ ຖືກວາງແຜນໂດຍສາຍລັບ
ເກົາຫຼີເໜືອ.

ທ້າວ ຄິມ ຈອງ ນຳ ໄດ້ເຫີນຫ່າງຈາກທ່ານ ຄິມ ຈອງ ອຶນ ແລະ ລາຍງານເວົ້າວ່າ ລາວ
ບໍ່ໄດ້ເປັນທີ່ຮັກຫອມຂອງພໍ່ຂອງລາວ, ເຊິ່ງແມ່ນ ທ່ານ ຄິມ ຈອງ ອິລ ທີ່ໄດ້ລ່ວງລັບໄປ
ໃນປີ 2001 ນັ້ນ, ເວລາລາວຖືກຈັບ ຕອນພະຍາຍາມທີ່ຈະເດີນທາງເຂົ້າປະເທດ ຍີ່ປຸ່ນ
ດ້ວຍໜັງສືຜ່ານແດນປອມ ເພື່ອໄປຫຼິ້ນໃນສວນສະໜຸກ Disneyland ໃນນະຄອນ
ຫຼວງ ໂຕກຽວ ນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG