ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຮົງກົງ ເລີ້ມການດຳເນີນຄະດີ ຕໍ່ກຸ່ມນັກເຄື່ອນໄຫວ 9 ຄົນ ທີ່ເຂົ້າຮ່ວມການປະທ້ວງເພື່ອປະຊາທິປະໄຕຄັ້ງໃຫຍ່ ໃນປີ 2019


ທ່ານຈີມມີ ລາຍ ຜູ້ເປັນປາກສຽງເພື່ອປະຊາທິປະໄຕໄປເຖິງສານຮົງກົງ ໃນການຂໍອຸທອນເທື່ອສຸດທ້າຍ ເມື່ອວັນອັງຄານ ທີ 9 ກຸມພາ 2021.
ທ່ານຈີມມີ ລາຍ ຜູ້ເປັນປາກສຽງເພື່ອປະຊາທິປະໄຕໄປເຖິງສານຮົງກົງ ໃນການຂໍອຸທອນເທື່ອສຸດທ້າຍ ເມື່ອວັນອັງຄານ ທີ 9 ກຸມພາ 2021.

ກຸ່ມພວກນັກເຄື່ອນໄຫວເພື່ອປະຊາທິປະໄຕໃນຮົງກົງ 9 ຄົນ ໄດ້ຖືກດຳເນີນຄະດີໃນວັນ
ອັງຄານມື້ນີ້ ໃນຖານເຂົ້າຮ່ວມປະທ້ວງຂະໜາດໃຫຍ່ຕໍ່ຕ້ານລັດຖະບານ ທີ່ບໍ່ໄດ້ຮັບອະ
ນຸຍາດໃນປີ 2019.

ພວກນັກເຄື່ອນໄຫວທີ່ເຂົ້າຮ່ວມ ມີທັງຜູ້ເຖົ້າອາຍຸ 82 ປີ ທ່ານມາຕິນ ລີ ທ່່ານ ຈີມມີ ລາຍ
ເຈົ້າຂອງບໍລິສັດສື່ມວນຊົນຍັກໃຫຍ່ ແລະທ່ານກວັອກ-ຮັງ ຊຶ່ງເປັນ ທີ່ຮູ້ກັນດີໃນຊື່ ລອງ
ແຮ ພາກັນຖືກກ່າວຫາວ່າ ຈັດຕັ້ງຫຼືເຂົ້າຮ່ວມປະທ້ວງ ໃນ ວັນທີ 18 ສິງຫາປີ 2019 ທີ່
ໄດ້ດຶງດູດເອົາຫຼາຍກວ່າ 1 ລ້ານຄົນ ເຂົ້າຮ່ວມ. ພວກນັກເຄື່ອນໄຫວເຈັດຄົນບໍ່ຍອມຮັບ
ວ່າມີຄວາມຜິດ ໃນຂະນະທີ່ສອງຄົນຮັບ ສາລະພາບຜິດ ຄືທ່ານໂອ ນັອກ-ຮິນ ເປັນຜູ້ຈັດ
ຕັ້ງແລະເຂົ້າຮ່ວມໃນການໂຮມ ຊຸມນຸມທີ່ຜິດກົດໝາຍ ແລະທ່ານເລິງ ຢູ-ຈັງ ເຂົ້າຮ່ວມ
ໃນການໂຮມຊຸມນຸມ ທີ່ ຜິດກົດໝາຍດັ່ງກ່າວ.

ການເດີນຂະບວນປະທ້ວງ ແມ່ນນຶ່ງໃນການໂຮມຊຸມນຸມທີີ່ໃຫຍ່ສຸດ ຢູ່ໃນຮົງກົງ ໃນເຄິ່ງ
ທີສອງຂອງປີ 2019 ຊຶ່ງການປະທ້ວງຫຼາຍຄັ້ງໄດ້ພົວພັນກັບການປະທະກັນຢ່າງຮຸນແຮງ
ລະຫວ່າງພວກປະທ້ວງ ແລະຕຳຫຼວດ. ການປະທ້ວງໄດ້ເກີດ ຂຶ້ນ ຍ້ອນມີການຂັດແຍ້ງ
ກ່ຽວກັບຮ່າງກົດໝາຍສົ່ງຜູ້ຮ້າຍຂ້າມແດນ ທີ່ໄດ້ກາຍ ເປັນການຮຽກຮ້ອງໃຫຍ່ຂຶ້ນເອົາສິດເສລີພາບທີ່ຫຼາຍຂຶ້ນ ສໍາລັບສູນກາງການເງິນ ທີີ່ໄດ້ຮັບອະນຸຍາດ ໃຫ້ມີສິດເສລີພາບ
ຫຼາຍເປັນພິເສດ ເວລາອັງກິດມອບການຄວບຄຸມໃຫ້ໃນປີ 1997.

ການປະທ້ວງໄດ້ເຮັດໃຫ້ປັກກິ່ງ ອອກກົດໝາຍຄວາມປອດໄພແຫ່ງຊາດສະບັບໃໝ່ປີກາຍ
ນີ້ ຊຶ່ງພາຍໃຕ້ກົດໝາຍດັ່ງກ່າວ ຜູ້ໃດກໍຕາມທີ່ຢູ່ໃນຮົງ

ກົງທີ່ເຊື່ອວ່າ ເປັນຜູ້ກໍ່ການຮ້າຍ ແບ່ງແຍກດິນແດນ ຫຼືໂຄ່ນລົ້ມອຳນາດຂອງລັດຖະບານ
ຫຼືຫຼືສົມຮູ້ຮ່ວມຕິດກັບກຳລັງຕ່າງປະທດທີ່ອາດຈະຖືກດຳເນີນຄະດີແລະປະເຊີນໜ້າ ກັບ
ໂທດຈຳຄຸກຕະຫຼອດຊີວິດ ຖ້າຫາກຖືກພົບເຫັນວ່າມີຄວາມຜິດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG