ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຈີນ ດໍາເນີນຄະດີ ນັກເຄື່ອນໄຫວສາມຄົນ ທີ່ປະທ້ວງຕໍ່ຕ້ານ ການສໍ້ລາດບັງຫລວງ (ວີດີໂອ)


ຕໍາຫລວດຢືນຍາມທາງເຂົ້າ ສານປະຊາຊົນ ທີ່ເມືອງ Jinan ແຂວງ Shandong.
ຕໍາຫລວດຢືນຍາມທາງເຂົ້າ ສານປະຊາຊົນ ທີ່ເມືອງ Jinan ແຂວງ Shandong.
ນັກ​ເຄື່ອນ​ໄຫວຕໍ່​ຕ້ານສໍ້​ລາດ​ບັງ​ຫລວງ ຈີນສາມ​ຄົນ ຖືກ​ດໍາ​ເນີນ
​ຄະດີ​ໃນ​ວັນ​ຈັນ​ມື້​ນີ້ ​ອັນ​ເປັນຄະດີທີ່​ເນ້ນ​ຍໍ້າ​ເຖິງ​ຄວາມບໍ່ອົດທົນ
​ຂອງລັດຖະບານ ຕໍ່​ການຄັດ​ຄ້ານຕົນ​ຢ່າງ​ເປີດ​ເຜີຍ.​

ການ​ດໍາ​ເນີນ​ຄະດີ​ຂອງ ທ່ານ Liu Ping, Wei Zhongping ​
ແລະ Li Sihua ກໍາລັງ​ດໍາ​ເນີນໄປພາຍ​ໃຕ້​ການ​ຮັກສາ​ຄວາມ​
ປອດໄພ​ຢ່າງ​ເຄັ່ງ​ຄັດ ຢູ່​ແຂວງ Jiangxi ທາງພາກ​ໃຕ້ ບ່ອນ​ທີ່​
ສາມ​ຄົນ​ໄດ້​ພາກັນຈັດ​ການປະ​ທ້ວງຂຶ້ນເມື່ອ​ເດືອນ​ເມສາ. ​ເຂົາ
​ເຈົ້າປະ​ເຊີນ​ກັບ​ຂໍ້​ຫາ ທໍາ​ການໂຮມຊຸມ​ນຸມຢ່າງຜິດ​ກົດໝາຍ ​
ເຕົ້າ​ໂຮມ​ຄົນເພື່ອລົບ​ກວນ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ໃນ​ທີ່
ສາທາລະນະ ​ແລະໃຊ້ “ລັດທິ​ນິຍົມຄວາມຊົ່ວຮ້າຍ” ທ້າ​ທາຍ
ກັບກົດໝາຍ.

ທັງ​ສາມ​ຄົນ​ເປັນ​ພາກ​ສ່ວນຂອງ​ ຂະ​ບວນ​ການລະດັບ​ຮາກ​ຫຍ້າ​ຂອງ​ພົນລະ​ເມືອງ ​ທີ່ເອີ້ນວ່າ ຂະ​ບວນການ​ພົນລະ​ເມືອງ​ໃໝ່ ທີ່​ໄດ້​ຮຽກຮ້ອງ​ໃຫ້​ບັນດາ​ເຈົ້າ​ໜ້າ​ທີ່ ​ເປີດ​ເຜີຍ​ຊັບ​ສົມບັດ​ສ່ວນ​ໂຕ​ຂອງ​ເຂົາ​ເຈົ້າ. ສະມາຊິກຂອງ​ກຸ່່ມ ຢ່າງ​ໜ້ອຍສິບ​ກວ່າ​ຄົນ ​ໄດ້​ຖືກ​ກັກ​ຂັງ ​ໃນ​ຊຸມ ເດືອນ​ມໍ່ໆ​ມາ​ນີ້​ ຍ້ອນກິດຈະກໍາ​ຂອງ​ເຂົ​າ​ເຈົ້າ.

china
please wait
Embed

No media source currently available

0:00 0:01:08 0:00


XS
SM
MD
LG