ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜູ້ປະດິດຄິດສ້າງ ວິທະຍຸ​ຫັນລານ ເສຍ​ຊີວິດແລ້ວ ຮວມອາຍຸໄດ້ 80 ປີ


ເຈົ້າຊາຍອັງກິດ ແຮຣ໌ຣີ ສະແດງ ວິທະຍຸ​ຫັນລານ ຂອງອົງ
ການ UNICEF ທີ່ເຈົ້າໜ້າທີ່ ທ່ານນາງ Alison Tilbe (ກາງ) ແລະທ່ານນາງ Hilde Johnson ສະແດງໃຫ້ເບິ່ງ ທີ່ຫ້ອງການ UNICEF ໃນຂະນະທີ່ທ່ານ
ຢ້ຽມຢາມ ນະຄອນນິວຢອກ, 26 ພຶດສະພາ 2010.
ເຈົ້າຊາຍອັງກິດ ແຮຣ໌ຣີ ສະແດງ ວິທະຍຸ​ຫັນລານ ຂອງອົງ ການ UNICEF ທີ່ເຈົ້າໜ້າທີ່ ທ່ານນາງ Alison Tilbe (ກາງ) ແລະທ່ານນາງ Hilde Johnson ສະແດງໃຫ້ເບິ່ງ ທີ່ຫ້ອງການ UNICEF ໃນຂະນະທີ່ທ່ານ ຢ້ຽມຢາມ ນະຄອນນິວຢອກ, 26 ພຶດສະພາ 2010.

​ນັກ​ປະດິດ​ຄິດ​ສ້າງ​ຊາວ​ອັງກິດ ທ່ານທຣີ​ວໍ ເບ​ລິ​ສ (Trevor Baylis) ​ທີ່​ປະດິດ​ ວິທະຍຸ​ທີ່
​ຫັນລານ ​ໄດ້​ເສຍ​ຊີວິດ ​ໃນ​ວັນ​ຈັນ​ວານ​ນີ້ ​ຮວມອາຍຸໄດ້ 80 ປີ.

ພວກ​ທີ່​ສະ​ໜິດ​ສະໜົມ​ທ່ານ ກ່າວ​ວ່າ ທ່ານເບ​ລິ​ສ ໄດ້ເສຍຊີວິດ ຫລັງຈາກໄດ້ລົ້ມປ່ວຍມາ
ເປັນເວລາດົນນານ.

ທ່ານ ເບ​ລິ​ສ ​ໄດ້ສ້າງວິທະຍຸ​ເບ​ເຈັນ (BayGen) ​ໃນ​ຕົ້ນ​ຊຸມ​ປີ 1990 ຫຼັງ​ຈາກ​ທີ່​ໄດ້​ເຫັນ​ລາຍການໂທລະພາບ ​ກ່ຽວ​ກັບ​ການ​ແຜ່​ລະບາດ ​ຂອງ​ໂຣກ​ເອດສ໌​ ໃນ​ອາ​ຟຣິກາ​ແລະ​
ຄວາມຈຳ​ເປັນ​ທີ່​ຈະ​ຕ້ອງ​ໄດ້​ເຜີຍແຜ່​ຂໍ້​ມູນສຳລັບຊ່ອຍຊີວິດ​ໃຫ້​ແກ່​ປະຊາຊົນ ​ທີ່​ບໍ່​ມີ​ໄຟ
ຟ້າ​ໃຊ້​ແລະ ​ບໍ່ສາມາດ​ທີ່​ຈະ​ຊື້​ຖ່ານ​ໄຟສາຍ​ໃຊ້​ໄດ້​ນັ້ນ.

​ໂດຍໄດ້​ຮັບ​ແຮງ​ດົນໃຈ ຈາກ​ເຄື່ອງຫລິ້ນແຜ່ນສຽງແບບ​ເກົ່າໆ ວິທະຍຸ​ທີ່ຫັນລານແມ່ນ
ສາມາດໃຊ້ງານໄດ້ໂດຍ​ເຄື່ອງປັ່ນໄຟ​ນ້ອຍໆ ທີ່ສາມາດ​ໃຊ້​ແທນ​ການ​ໃຊ້​ຖ່ານ​ໄຟສາຍ
ຫຼື​ບໍ່ກໍກະແສ​ໄຟ​ຟ້າ​ໄດ້. ການ​ປະດິດ​ຄິດ​ສ້າງ​ນີ້ໄດ້ຍອມຮັບວ່າສ້າງ​ຊື່ສຽງຢູ່ໃນປະເທດ
ຕ່າງໆ ໃຫ້ແກ່ທ່ານເບ​ລິ​ສ.

ວິທະຍຸຮຸ້ນທຳອິດ​ນັ້ນ ສາມາດ​ທີ່​ຈະ​ໃຊ້​ໄດ້ປະມານ 14 ນາ​ທີ ​ໃນ​ແຕ່​ລະ​ຄັ້ງ ​ແລະໂຮງ
ງານ​ເຮັດວິທະຍຸ​ດັ່ງ​ກ່າວ​ນີ້ ​ແມ່ນຕັ້ງ​ຢູ່​ທີ່ອາ​ຟຮິ​ກາ​ໃຕ້.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG