ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີ 108 ຄົນໄດ້ຮັບການປິ່ນປົວ ເນື່ອງຈາກຄວາມຮ້ອນ ຢູ່ທີ່ງານລູກເສືອໂລກ ໃນເກົາຫຼີໃຕ້


ບັນດາຜູ້ເຂົ້າຮ່ວມງານລູກເສືອໂລກ ອອກມາຈາກຮ້ານຂາຍເຄື່ອງຍ່ອຍ ຢູ່ທີ່ສະຖານທີ່ສໍາລັບຕັ້ງແຄັມ ໃນເມືອງບູອານ, ເກົາຫຼີໃຕ້, ວັນທີ 2 ສິງຫາ 2023.
ບັນດາຜູ້ເຂົ້າຮ່ວມງານລູກເສືອໂລກ ອອກມາຈາກຮ້ານຂາຍເຄື່ອງຍ່ອຍ ຢູ່ທີ່ສະຖານທີ່ສໍາລັບຕັ້ງແຄັມ ໃນເມືອງບູອານ, ເກົາຫຼີໃຕ້, ວັນທີ 2 ສິງຫາ 2023.

ມີຢ່າງໜ້ອຍ 108 ຄົນທີ່ໄດ້ຮັບການປິ່ນປົວຍ້ອນອາການປ່ວຍທີ່ກ່ຽວ ຂ້ອງກັບຄວາມຮ້ອນ ຢູ່ຄ້າຍເຍົາ​ວະ​ຊົ​ນໂລກ ແຈມໂບຣີ ຫຼື World Scout Jamboree ໂດຍຈັດຂຶ້ນຢູ່ໃນເກົາຫຼີໃຕ້, ເຊິ່ງເປັນລະດູຮ້ອນອັນນຶ່ງທີ່ມີຄວາມ ຮ້ອນສູງທີ່ສຸດໃນຮອບຫຼາຍປີ. ໄມໂຄລ ບຣາວ ມີລາຍງານກ່ຽວກັບເລື້ອງນີ້, ເຊິ່ງ ທິບສຸດາ ມີລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ຜູ້ທີ່ມີ​ອາ​ການປ່ວຍ​ຍ້ອນ​ອາ​ກາດ​ຮ້ອນທີ່​ວ່ານີ້ ແມ່ນໄດ້ຫາຍດີໝົດແລ້ວ, ແຕ່ ກໍມີຢ່າງໜ້ອຍສອງຄົນ ທີ່ຍັງຄົງໄດ້ຮັບການປິ່ນປົວຢູ່ໃນໂຮງໝໍປະ​ຈຳ​ສະ​ໜາມ ໃນຕອນເຊົ້າຂອງມື້ວັນພະຫັດວານນີ້, ອີງຕາມລາຍງານຂອງເຈົ້າໜ້າທີ່ ທີ່ຢູ່ ໃນເຫດການ.

ທ່ານຊ໋ອຍ ຊັງ ແຮັງ (Choi Chang Haeng), ເລຂາທິການໃຫຍ່ຂອງ ຄະນະກໍາມະການຈັດ​ຕັ້ງຄ້າຍເຍົາ​ວະ​ຊົນແຈມໂບຣີ (Jamboree) ກ່າວວ່າ:

“ເພື່ອກະກຽມສໍາລັບຄົນປ່ວຍ​ທີ່ກ່ຽວກັບຄວາມຮ້ອນນັ້ນເພີ້ມ​ອີກ, ພວກເຮົກໍາລັງຕິດຕັ້ງ ເຄື່ອງປັບອາກາດ ຫລື​ແອເຢັນ ເພີ້ມຕື່ມ 5 ໜ່ວຍຢູ່ໃນຄລີນິກສູນ​ກາງແຫ່ງນີ້. ມັນກໍມີ ແອເຢັນຫຼາຍໜ່ວຍກຽມ​ໄວ້ຢູ່ແລ້ວ ແຕ່ພວກເຮົາຮູ້ສຶກວ່າ ພວກເຮົາຈໍາເປັນຕ້ອງມີ ຫຼາຍກວ່ານີ້ ໃນ​ເມື່ອ​ມີຄວາມຮ້ອນແບບນີ້.”

ຄະນະກໍາມະການ ທີ່ວາງແຜນວ່າ​ຈະດໍາເນີນວຽກ​ງານນີ້ ໃນຂະນະທີ່ ມີການເພີ້ມພະ ນັກງານທາງດ້ານການແພດຂຶ້ນຫຼາຍສິບຄົນ ເພື່ອກະກຽມສໍາລັບເຫດການສຸກເສີນ ຕ່າງໆທີ່ຈະເກີດຂຶ້ນໃນຕໍ່ໜ້າ, ໂດຍຍັງບໍ່ມີການຢືນຢັນກ່ຽວກັບອາຍຸ ແລະ​ຂໍ້​ມູນ​ຕົວ​ອື່ນໆຂອງຜູ້ທີ່ໄດ້ຮັບບາດເຈັບເຫຼົ່ານັ້ນ.

ໃນ​ພິ​ທີເປີດ​ຄ້າຍເຍົາ​ວະ​ຊົນ Jamboree ໃນຕອນແລງວັນພຸດຜ່ານ​ມານີ້ ໄດ້ດຶງ​ດູດເອົາເຍົາ​ວະ​ຊົນເຂົ້າມາຮ່ວມຫຼາຍກວ່າ 40,000 ຄົນ, ເຊິ່ງສ່ວນຫຼາຍແລ້ວແມ່ນ ພວກໄວລຸ້ນ ເພື່ອເຂົ້າມາຕັ້ງແຄັມຢູ່ເທິງເນື້ອ​ທີ່​ທີ່ໄດ້ພູນ​ຂຶ້ນ​ມາຈາກທະເລ, ໃນເມືອງ ບູອັນ (Buan) ທີ່ຕັ້ງຢູ່ໃນບໍລິເວນພາກຕາເວັນຕົກສຽງໃຕ້ຂອງ​ປະ​ເທດ.

ໃນອາທິດນີ້, ເກົາຫຼີໃຕ້ ໄດ້ເພີ້ມການແຈ້ງເຕືອນກ່ຽວກັບສະພາບອາກາດທີ່ຮ້ອນ ອົບເອົ້າ ໄປສູ່ລະດັບຄວາມຮ້ອນໃນຈຸດ “ຮ້າຍແຮງ” ທີ່ສຸດເປັນເທື່ອທໍາອິດໃນຮອບ 4 ປີ ໃນຂະນະທີ່ອຸນຫະພູມມີການຂຶ້ນລົງລະຫວ່າງ 33 ຫາ 38 ອົງສາແຊລຊຽສ ຢູ່ໃນທົ່ວປະເທດ.

ກະຊວງຮັກ​ສາຄວາມປອດໄພກ່າວວ່າ ມີຢ່າງໜ້ອຍ 16 ຄົນເສຍຊີວິດເນື່ອງຈາກ ອາການປ່ວຍທີ່ກ່ຽວພັນກັບຄວາມຮ້ອນ ນັບຕັ້ງແຕ່ວັນທີ 20 ພຶດສະພາເປັນຕົ້ນມາ, ລວມທັງສອງຄົນທີ່ເສຍຊີວິດໃນວັນອັງຄານຜ່ານ​ມານີ້.

ອ່ານບົດລາຍງານນີ້ເປັນພາສາອັງກິດ

XS
SM
MD
LG