ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລມຕ ກະຊວງການເງິນ ສຫລ ຊັ່ງຊາເບິ່ງ ການເດີນທາງໄປຈີນ ເພື່ອການເຈລະຈາ ດ້ານການຄ້າ


ທ່ານ ສຕີຟ ເມີນູຈິນ (Steve Mnuchin) ຣັດຖະມົນຕີ ກະຊວງການເງິນ ສະຫະຣັດ ກ່າວໃນລະຫວ່າງກອງປະຊຸມ
ຖະແຫລງຂ່າວ ຢູ່ທີ່ ທະນາຄານໂລກ/ກອງທຶນລະຫວ່າງຊາດ ທີ່ກອງປະຊຸມ ລະດູບານໃໝ່, ໃນນະຄອນຫຼວງ ວໍຊິງຕັນ, ວັນ
ທີ 21 ເມາສາ 2018.
ທ່ານ ສຕີຟ ເມີນູຈິນ (Steve Mnuchin) ຣັດຖະມົນຕີ ກະຊວງການເງິນ ສະຫະຣັດ ກ່າວໃນລະຫວ່າງກອງປະຊຸມ ຖະແຫລງຂ່າວ ຢູ່ທີ່ ທະນາຄານໂລກ/ກອງທຶນລະຫວ່າງຊາດ ທີ່ກອງປະຊຸມ ລະດູບານໃໝ່, ໃນນະຄອນຫຼວງ ວໍຊິງຕັນ, ວັນ ທີ 21 ເມາສາ 2018.

ທ່ານ ສຕີຟ ເມີນູຈິນ (Steve Mnuchin) ຣັດຖະມົນຕີ ກະຊວງການເງິນ ສະຫະຣັດ
ກ່າວວ່າ ທ່ານພວມຈົດຈໍ່ ໃສ່ເລື່ອງການໄປຢ້ຽມຢາມຈີນ ເພື່ອສົນທະນາບັນຫາຕ່າງໆ
ທີ່ພາໃຫ້ບັນດາຜູ້ນຳໂລກ ເກີດຄວາມເປັນຫ່ວງ ກ່ຽວກັບວ່າ ສົງຄາມການຄ້າຈະສ້າງ
ຄວາມເສຍຫາຍບົ່ມຊ້ອນໃຫ້ແກ່ ການຟື້ນໂຕຄືນ ຂອງເສດຖະກິດໂລກ.

ທ່ານເມີນູຈິນ ໄດ້ກ່າວຢູ່ໃນກອງປະຊຸມນັກຂ່າວ ທີ່ນະຄອນຫຼວງວໍຊິງຕັນ ໃນລະຫວ່າງ
ກອງປະຊຸມໃນລະດູບານໃໝ່ ຂອງອົງການກອງທຶນລະຫວ່າງຊາດ ຫຼື ໄອ ແອັມ ແອັຟ
ແລະທະນາຄານໂລກ ວ່າ “ຂ້າພະເຈົ້າ ຈະບໍ່ໃຫ້ຄວາມເຫັນໃດໆ ກ່ຽວກັບວັນເວລາ
ແລະຂ້າພະເຈົ້າກໍຈະບໍ່ໃຫ້ມື້ວັນຄັກແນ່ເທື່ອ ແຕ່ວ່າ ການເດີນທາງກໍແມ່ນພວມຕົກຢູ່
ໃນຂັ້ນພິຈາລະນາ.”

ທ່ານ ເມີນູຈິນ ເວົ້າວ່າ ທ່ານໄດ້ສົນທະນາເລື່ອງການເດີນທາງ ແລະໂອກາດດ້ານ
ການຄ້າ ທີ່ອາດມີຂຶ້ນນີ້ ກັບຫົວໜ້າຄົນໃໝ່ທີ່ທະນາຄານກາງຂອງຈີນ.

ຄວາມເຄັ່ງຕຶງ ໄດ້ຮ້າຍແຮງຂຶ້ນ ລະຫວ່າງສະຫະລັດກັບຈີນ ກ່ຽວກັບຄວາມພະຍາຍາມ
ຂອງປັກກິ່ງ ທີ່ຢາກທ້າທາຍ ຄວາມສາມາດດ້ານເທັກໂນໂລຈີຂອງອາເມລິກັນ ທີ່ສ້າງ
ບັນຫາສົງຄາມການຄ້າ ຊຶ່ງອາດພາໃຫ້ກີດຂວາງການເຕີບໃຫຽ່ ທາງດ້ານເສດກິດຂອງ
ໂລກນັ້ນ.

ທ່ານເມີນູຈິນ ກ່າວວ່າ ທ່ານໄດ້ໂອ້ລົມກັບຄູ່ຕຳແໜ່ງຂອງທ່ານຫຼາຍຄົນ ທີ່ໄດ້ຖືກບັງຄັບ
ໃຫ້ຮັບມືກັບນະໂຍບາຍການຄ້າຂອງປະທານາທິບໍດີຂອງ ສະຫະຣັດ ທ່ານ ດໍໂນລ ທຣຳ
ທີ່ວ່າ “ອາເມຣິກາຕ້ອງມາກ່ອນ” ນັ້ນອັນມີລວມທັງການຂຶ້ນພາສີສຳລັບ ອາລູມີນຽມ
ແລະເຫຼັກກ້າ ອັນລວມໄປເຖິງສິນຄ້າກັບຈີນ ມູນຄ່າ 150 ຕື້ນັ້ນນຳ. ທ່ານກ່າວວ່າ ພວກ
ຜູ້ນຳບາງທ່ານ ພວມຖືກຈົດຈໍ່ໃສ່ ເລື່ອງການຍົກເວັ້ນການຂຶ້ນພາສີດັ່ງກ່າວ.

US China
please wait
Embed

No media source currently available

0:00 0:00:49 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG