ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ການນໍາເອົາເຊື້ອພະຍາດໂຄວິດ ເຂົ້າມາລາວ ໂດຍຄົນເດີນທາງເຂົ້າປະເທດ ຍັງສືບຕໍ່ມີຢູ່ ຂະນະທີ່ຈີນກໍາລັງເພີ້ມທະວີ ການໃຊ້ຢາວັກຊິນ ທາງການທູດຕໍ່ລາວຢູ່ນີ້.


ໂຮວໝໍມິດຕະພາບ ສປປ ລາວ.
ໂຮວໝໍມິດຕະພາບ ສປປ ລາວ.

ແຮງງານລາວທີ່ສືບຕໍ່ຫລັ່ງໄຫລກັບມາຈາກໄທ ບ່ອນທີ່ການລະບາດ ຂອງໄວຣັສໂຄໂຣ
ນາຮອບສອງ ຍັງສືບຕໍ່ມີຢູ່ໃນບາງເຂດນັ້ນ ບາງຄົນກໍໄດ້ນໍາເອົາເຊື້ອໄວຣັສດັ່ງກ່າວ ເຂົ້າປະເທດ ຊຶ່ງເຮັດມີຄົນຕິດ ເຊື້ອພະຍາດລາຍໃໝ່ເພີ້ມຂຶ້ນ 7 ຄົນແລ້ວ ພາຍໃນເວລາບໍ່
ຮອດສອງເດືອນ ນັບແຕ່ມີການລະບາດຮອບສອງຂອງພະຍາດດັ່ງກ່າວ ໃນລາວເປັນຕົ້ນມາ. ຂະນະດຽວກັນທາງການຈີນກໍໄດ້ໃຫ້ການຊ່ວຍເຫລືອແກ່ລາວໃນດ້ານຢາວັກຊິນປ້ອງ
ກັນພະຍາດນີ້ ຊຶ່ງເຮັດໃຫ້ສະຫະລັດ ແລະພັນທະມິດໃນຂົງເຂດເອເຊຍທີ່ເຫັນວ່າຈີນກໍ
າລັງໃຊ້ຢາວັກຊິນເປັນວິທີການທູດນັ້ນ ເລີ້ມເອົາບາດກ້າວຕ້ານຢັນຄືນ ໂດຍສັນຍາວ່າຈະ
ຮ່ວມມືກັນ ຜະລິດຢາວັກຊິນໃຫ້ໄດ້ ເຖິງ 1 ຕື້ໂດສ ເພື່ອສະໜອງໃຫ້ຂົງເຂດດັ່ງກ່າວ.
ກິ່ງສະຫວັນ ມີລາຍງານເລື້ອງນີ້ ຈາກນັກຂ່າວຂອງພວກເຮົາມາສະ ເໜີທ່ານໃນອັນດັບ
ຕໍ່ໄປ.

ເຊີນຊົມ ວີດີໂອ ຈາກ ສປປ ລາວ
please wait

No media source currently available

0:00 0:01:02 0:00
ລິງໂດຍກົງ




ໂດຍທີ່ແຮງງານລາວຍັງສືບຕໍ່ຫລັ່ງໄຫລກັບມາຈາກຕ່າງປະເທດ ໂດຍສະເພາະ ແມ່ນ
ຈາກໄທ ບ່ອນທີ່ຄື້ນຟອງການລະບາດຂອງພະຍາດໂຄວິດ-19 ຍັງສືບຕໍ່ມີ ຢູ່ນັ້ນ ລາວ
ກໍພົບກໍລະນີ ຜູ້ຕິດເຊື້ອພະຍາດລາຍໃໝ່ ເພີ້ມຂຶ້ນເລື້ອຍໆ ເຊັ່ນກັນ. ມາຮອດວັນທີ 12
ເດືອນມີນາຜ່ານມານີ້ ລາວມີກໍລະນີຄົນຕິດເຊື້ອສະສົມ ທັງໝົດ 48 ຄົນ, ຊຶ່ງເພີ້ມຂຶ້ນ 7
ຄົນ ນັບແຕ່ມີການລະບາດຮອບສອງ ທີ່ເລີ້ມຂຶ້ນໃນທ້າຍເດືອນມັງກອນເປັນຕົ້ນມາ. ກໍລະ
ນີຫລ້າສຸດ ກໍແມ່ນຜູ້ຊາຍທີ່ເປັນແຮງງານລາວ ຜູ້ນຶ່ງທີ່ໄດ້ເດີນທາງກັບມາຈາກ ຈັງຫວັດ
ປະທຸມທານີ ໃນຕອນຕົ້ນໆເດືອນມີນາ ແລະຖືກຢືນຢັນວ່າຕິດໄວຣັສໂຄໂຣນາໃນວັນທີ
10 ມີນາຜ່ານມາ ຫລັງຈາກມີການນໍາຕົວຢ່າງໄປກວດພ້ອມກັນກັບແຮງງານ 170 ກວ່າ
ຄົນ ທີ່ຢູ່ໃນສູນກັກກັນ ແຫ່ງນຶ່ງໃນແຂວງສະຫວັນນະເຂດ, ອີງຕາມບົດລາຍງານຂອງພະ
ແນກສາທາລະນະສຸກແຂວງສະຫວັນນະເຂດຕໍ່ເຈົ້າແຂວງດັ່ງກ່າວ. ກ່ອນການກວດພົບ
ເຊື້ອພະຍາດນັ້ນ ຜູ້ກ່ຽວກໍໄດ້ມີການພົວພັນແລະໃກ້ຊິດກັບຫລາຍ ຄົນ ຊຶ່ງເຮັດໃຫ້ຄວາມ
ສ່ຽງໃນການແຜ່ລະບາດຂອງພະຍາດດັ່ງກ່າວ ຢູ່ໃນເຂດນັ້ນ ເປັນໄປໄດ້ສູງທີ່ສຸດ. ແຕ່ຢ່າງ
ໃດກໍຕາມ ທາງການລາວໃນແຂວງສະຫວັນນະເຂດ ກໍບໍ່ໄດ້ມີການອອກຂ່າວ ເຕືອນໃຫ້
ປະຊາຊົນຊາບຢ່າງທົ່ວເຖິງເລີຍດັ່ງການບອກເລົ່າຂອງຜູ້ຄ້າຂາຍຄົນນຶ່ງ ໃນແຂວງສະ
ຫວັນນະເຂດວ່າ:

ACT 1 (ຜູ້ຄ້າຂາຍ ແຂວງສະຫວັນນະເຂດ ກ່າວກ່ຽວກັບສະພາບການ ຂ່າວຜູ້ຕິດເຊື້ອ
ໃໝ່ ທີ່ມາຈາກປະເທດໄທ ຈັງຫວັດປະທຸມທານີ)


“ມາຈາກຈັງຫວັດປະທຸມທານີ ບາດນີ້ລະເຂົາລະກວດພົບຢູ່ພຸ້ນ ເຂົາກັກໄວ້ຢູ່ສູນພຸ້ນ 7
ມື້ແຕ່ມື້ທີ 7 ຫັ້ນຕິ. ກະມັນພົວພັນກັນເປັນຮ໊ອຍໆພຸ້ນ ໄດ້ຍິນແຕ່ຂ່າວແນວນັ້ນ ແຕ່ວ່າວິ
ທະຍຸເຂົາບໍ່ໄດ້ເວົ້າຫຍັງເລີຍ ມິດຊ້ອຍມ້ອຍຢູ່ໃດ ບໍ່ໄດ້ຍິນວ່າຕິດເຊື້ອ ແນວນັ້ນແນວນີ້
ກະບໍ່ມີຫຍັງເລີຍໃດ. ແຕ່ວ່າໂຕນີ້ຈັກມັນຂ່າວອອກມາແບບໃດ ໄດ້ຍິນເຂົາໂສກັນ
ຊື່ໆດອກ.”

ສ່ວນແຮງງານລາວທີ່ຍັງສືບຕໍ່ເຮັດວຽກຢູ່ໄທນັ້ນ ກໍບອກວ່າ ສະພາບການແຜ່ ລະບາດ
ຂອງໂຄວິດ-19 ໃນປະເທດດັ່ງກ່າວແມ່ນເລີ້ມຫລຸດລົງແດ່ແລ້ວ ແຕ່ ການໄປມາຫາສູ່
ຄອບຄົວ ກໍຍັງຫຍຸ້ງຍາກຫລາຍຢູ່ ຍ້ອນມາດຕະການເຝົ້າລະ ວັງຂອງທັງປະເທດໄທ ແລະ
ລາວ ຊຶ່ງນາງເວົ້າສູ່ຟັງວ່າ:

ACT 2 (ແຮງງານລາວ ທີ່ເຮັດວຽກຢູ່ໄທ ກ່າວກ່ຽວກັບສະພາບຂອງໂຄວິດໃນໄທ ແລະຄວາມກັງວົນໃນການຢາກກັບມາຢາມລາວ)

“ໂຄວິດຕອນນີ້ມັນກະຢາກງຽບແດ່ລະ ກະແຕ່ກີ້ວັນລະ 50-60 ຄົນ ດຽວນີ້ມັນກະເລີ້ມ
ຖອຍລົງແລ້ວລະ, ຢູ່ໃນໄທ ມັນກະມີກຸ່ມເຂດໃດ ທີ່ມີແຮງງານພະມ້າ ແຂດແຖວສະໝຸດ
ສາຄອນ. ເລື່ອງເມືອກະຢາກເມືອ ເມືອມັນເມືອຍາກ ເມືອກະຖືກກັກຕົວ, ສອງມາເມືອກະ
ມາບໍ່ໄດ້ ກະເລີຍບໍ່ຢາກເມືອ ກະອົດເອົາປີໜ້າ ເລື້ອງຢາກເມືອ ກະຢາກເມືອໃຈຊິຂາດ
ແລ້ວ ມັນ 2 ປີແລ້ວ ແຕ່ໄປຍາກເມືອຍາກກະເລີຍບໍ່ຢາກເມືອ.”

ສ່ວນທາງການຈີນ ທີ່ບັນດາປະເທດຕາເວັນຕົນມອງເຫັນວ່າ ເປັນປະເທດນຶ່ງທີ່ ກໍາລັງ
ດໍາເນີນຄວາມພະຍາຍາມທີ່ຈະໃຊ້ຢາວັກຊິນເປັນວິທີການທູດ ອັນນຶ່ງນັ້ນ ກໍໄດ້ໃຫ້ເອົາ
ຢາວັກຊິນຈໍານວນນຶ່ງໃຫ້ແກ່ລາວ. ດັ່ງທີ່ວີໂອເອໄດ້ລາຍງານເມື່ອ ບໍ່ດົນມານີ້ວ່າ ຈີນໄດ້
ມອບຢາວັກຊີນປ້ອງກັນເຊື້ອໄວຣັສ COVID-19 ຂອງບໍ ລິສັດ Sino-Pharm ໃຫ້ແກ່
ລາວຈຳນວນ 2,000 ໂດສ ໃນທ້າຍປີ 2020 ແລະ 3 ແສນໂດສ ເມື່ອເດືອນມັງກອນປີນີ້
ຊຶ່ງ ທາງເຈົ້າໜ້າທີ່ການແພດຂັ້ນສູງກໍໄດ້ເລີ້ມຕົນໃຊ້ຢາດັ່ງກ່າວ ໃຫ້ແກ່ພະນັກງານລັດ
ທີ່ມີຄວາມສ່ຽງໃນການປະຕິບັດງານໃນເຂດນະຄອນຫຼວງວຽງຈັນກ່ອນ. ເມື່ອບໍ່ປາກົດວ່າ
ມີຜົນຂ້າງຄຽງອັນຮ້າຍແຮງເກີດຂຶ້ນແລ້ວ ພວກເຂົາເຈົ້າກໍຈະແຈກຢາຍມັນໄປສັກ ໃຫ້
ພະນັກ ງານທີ່ກ່ຽວຂ້ອງໃນແຂວງຕ່າງໆ ຢູ່ທົ່ວປະເທດ.

ສ່ວນທາງສະຫະລັດ ຊຶ່ງເປັນປະເທດຕາເວັນຕົກ ທີ່ເຫັນວ່າ ຈີນກໍາລັງດໍາເນີນ ຄວາມພະ
ຍາຍາມຂະຫຍາຍອິດທິພົນທາງການທູດຂອງຈີນ ໂດຍໃຊ້ຢາວັກຊິນນັ້ນ, ກໍໄດ້ພາໃຫ້ປະ
ເທດພັນທະມິດໃນຂົງເຂດເອເຊຍ ຊຶ່ງລວມມີຍີ່ປຸ່ນ, ອອສເຕຣເລຍ ແລະອິນເດຍ ຕ້ານຢັນ
ຕໍ່ການການຂະຫຍາຍອິດທິພົນ ທາງດ້ານນີ້ ຂອງປະເທດດັ່ງກ່າວ. ໃນວັນສຸກຜ່ານມານີ້ວ່າທັງ 4 ປະເທດໄດ້ມີການເຊັນຂໍ້ ຕົກລົງທີ່ຈະໃຫ້ການຊ່ວຍເຫລືອທາງການເງິນເພື່ອເຮັດໃຫ້
ມີການຜະລິດຢາວັກ ຊິນປ້ອງກັນໄວຣັສໂຄໂຣນາ ຢູ່ອິນເດຍເພີ້ມຂຶ້ນໃຫ້ໄດ້ 1 ຕື້ໂດສ ສໍາ
ລັບໃຊ້ຢູ່ໃນບັນດາປະເທດ ຢູ່ຂົງເຂດເອເຊຍຕາເວັນອອກສຽງໃຕ້, ອີງຕາມການລາຍງານ
ຂອງອົງການຂ່າວຣອຍເຕີ້ໃນວັນທີ 12 ມີນາຜ່ານມາ. ລາຍງານນີ້ຍັງເວົ້າອີກວ່າ ໂດຍຜ່ານ
ອົງການການເງິນ ເພື່ອການພັດທະນາ ຫລື International Development Finance Corp ຂອງຕົນ, ສະຫະລັດຈະເອົາເງິນຊ່ວຍເຫລືອ ໃຫ້ແກ່ບໍລິສັດຜະລິດຢາຂອງອິນເດຍ
ແຫ່ງນຶ່ງເພື່ອຜະລິດວັກຊິນປ້ອງກັນໂຄວິດ-19 ໃຫ້ໄດ້ຢ່າງໜ້ອຍ 1 ຕື້ໂດສ ພາຍໃນທ້າຍປີ 2022. ນັກການທູດໃນຂົງ ເຂດເອເຊຍທ່ານນຶ່ງໃຫ້ຄໍາເຫັນວ່າ ຂົງເຂດເອເຊຍຕາເວັນ
ອອກສຽງໃຕ້ລວມທັງລາວ ບ່ອນທີ່ຈີນມີການແຂ່ງຂັນສູງໃນການແຜ່ອິດທິພົນນັ້ນແມ່ນ “ຢູ່
ໃນສະພາບ ທີ່ຕ້ອງການຢາວັກຊິນ ກັນພະຍາດນີ້ ຫລາຍທີ່ສຸດ.” ສະນັ້ນການຊ່ວຍເຫລືອ
ທາງດ້ານວັກຊິນຂອງສີ່ປະເທດທີ່ເປັນພັນທະມິດທີ່ວ່ານີ້ ແມ່ນມີຄວາມສໍາຄັນ ແລະຮີບ
ດ່ວນຫລາຍທີ່ສຸດ.

ສະຫລຸບແລ້ວ ເນື່ອງຈາກວ່າຍັງມີການຫລັ່ງໄຫຼຂອງແຮງງານລາວເຂົ້າປະເທດ ໂດຍສະ
ເພາະພວກທີ່ມາຈາກໄທຊຶ່ງເປັນປະເທດເພື່ອນບ້ານນັ້ນ ລາວກໍຍັງສືບຕໍ່ ປະສົບກັບການ
ຕິດພະຍາດລາຍໃໝ່ເພີ້ມຂຶ້ນຢູ່ເລື້ອຍມາ ຊຶ່ງເຮັດໃຫ້ປະເທດດັ່ງ ກ່າວເປັນປະເທດນຶ່ງ ທີ່
ຕ້ອງການການຊ່ວຍເຫລືອໃນດ້ານຢາວັກຊິນກັນໄວຣັສໂຄໂຣນາຫລາຍທີ່ສຸດໃນຂົງເຂດ
ເອເຊຍຕາເວັນອອກສຽງໃຕ້ ແລະຜ່ານມາຈີນ ກໍໄດ້ໃຫ້ການຊ່ວຍເຫລືອລາວ ໃນດ້ານນີ້
ແລະສະຫະລັດເອງກໍໄດ້ເລີ້ມເຂົ້າໄປມີບົດບາດ ໃນການສະໜັບສະໜຸນ ການຜະລິດຢາ
ວັກຊິນກັນພະຍາດດັ່ງກ່າວ ເພື່ອແຈກຢາຍໃຫ້ແກ່ບັນດາປະເທດ ໃນຂົງເຂດນັ້ນເຊັ່ນກັນ.

XS
SM
MD
LG