ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ພວກ​ນັກ​ທ່ອງ​ທ່ຽວ ລົງ​ຄະ​ແນນ​ສຽງ​ໃຫ້ ຫຼວ​ງ​ພະ​ບາງ ເປັນ​ບ່ອນ​ທ່ອ​ງ​ທ່ຽວ​ ສຸດຍອດ ໃນ​ປີ 2019


ນະ​ຄອນ​ຫຼວງ​ພະ​ບາງ.
ນະ​ຄອນ​ຫຼວງ​ພະ​ບາງ.

ນັກ​ທ່ອງ​ທ່ຽວ​ຕ່າງ​ຊາດ ຈັດ​ໃຫ້​ເມືອງ​ມໍ​ລະ​ດົກ​ໂລກ​ຫຼວງ​ພະ​ບາງ ເປັນ​ເມືອງ​ອັນ​ດັບ​ 1 ທີ່
​ຊາວ​ຕ່າງ​ຊາດ​ຢາກ​ຈະ​ເດີນ​ທາງ​ມາ​ທ່ອງ​ທ່ຽວ ທາງ​ດ້ານ​ວັດ​ທະ​ນະ​ທຳ ແລະ​ທຳ​ມະ​ຊາດ
ຫຼາຍ​ທີ່​ສຸດໃນ​ປີ 2019 ຊຶ່​ງຊົງ​ລິດ ໂພນ​ເງິນ ນັກ​ຂ່າວ ວີ​ໂອ​ເອ ມີ​ລາຍງານ​ຈາກ​ບາງກອກ.

The Wanderlust Magazine ວາ​ລະ​ສານ​ດ້ານ​ການ​ທ່ອງ​ທ່ຽວ​ລະ​ດັບ​ແນວ​ໜ້າ​ຂອງ
​ໂລກໃນ​ປະ​ເທດ​ອັງ​ກິດ ສະ​ເໜີ​ລາຍ​ງານ​ການ​ຈັດ​ອັນ​ດັບ​ເມືອງ​ທ່ອງ​ທ່ຽວຍອດ​ນິຍົມ​ປະ
​ຈຳ​ປີ 2019 ວ່າເມືອງ​ມໍ​ລະ​ດົກ​ໂລກ​ຫຼວງ​ພະ​ບາງ ໄດ້​ຖືກ​ຈັດ​ໃຫ້​ເປັນ​ເມືອງຍອດ​ນິ​ຍົມ​
ອັນ​ດັບ​ທີ 1 ທີ່​ສະ​ມາ​ຊິກ​ຂອງວາ​ລະ​ສານ Wanderlust ໃນ​ທົ່ວ​ໂລກ​ຢາກ​ຈະ​ເດີນ​ທາງ​
ມາ​ທ່ອງ​ທ່ຽວ​ຫຼາຍ​ທີ່​ສຸດ ໂດຍ​ປັດ​ໃຈ​ທີ່ດຶງ​ດູດ​ໃຫ້​ຊາວ​ຕ່າງ​ຊາດ​ຢາກ​ຈະ​ເດີນ​ທາງ​ມາ​
ທ່ອງ​ທ່ຽວ​ເມືອງ​ມໍ​ລະ​ດົກ​ໂລກ ຫຼວງ​ພະ​ບາງ ກໍ​ຄື​ການ​ຮັກ​ສາ​ໄດ້​ໃນ​ວັດ​ທະນະ​ທຳ ແລະ
​ຮີດ​ຄອງ​ປະ​ເພ​ນີ​ອັນ​ດີ​ງາມ ຮວມ​ທັງ​ຍັງ​ມີ​ທຳ​ມະ​ຊາດ​ທີ່​ສວຍ​ງາມ​ອີກ​ດ້ວຍ.

ທັງ​ນີ້​ໂດຍ​ສະ​ມາ​ຊິກວາ​ລະ​ສານ Wanderlust ໄດ້​ໃຫ້​ຄວາມ​ນິ​ຍົມ​ທີ່​ມີ​ຕໍ່​ເມືອງ​ມໍ​ລະ​
ດົກ​ໂລກ​ຫຼວງ​ພະ​ບາງ ທີ່​ລະ​ດັບ 95.25 ເປີ​ເຊັນ ຕິດ​ຕາມ​ດ້ວຍ​ເມືອງ Granada ແລະ​
ເມືອງ Seville ໃນ​ປະ​ເທດ​ສະ​ເປນ ຊຶ່ງ​ໄດ້​ຮັບ​ຄວາມ​ນິ​ຍົມ ທີ່​ລະ​ດັບ 94.78 ເປີ​ເຊັນ
ແລະ 94.62 ເປີ​ເຊັນ ສ່ວນ​ເມືອງ Kyoto ຂອງ​ຍີ່​ປຸ່ນ ໄດ້​ຮັບ​ຄວາມ​ນິຍົມ​ທີ່​ລະ​ດັບ
93.56 ເປີ​ເຊັນ ຈັດ​ຢູ່​ໃນ​ອັນ​ດັບ​ທີ 7 ແລະ​ເມືອງ​ອື່ນໆ​ໃນ​ພາກ​ພື້ນເອ​ເຊຍ​ດ້ວຍ​ກັນ​
ນັ້ນ​ບໍ່​ໄດ້​ຖືກ​ຈັດ​ໃຫ້ຢູ່​ໃນ 10 ອັນ​ດັບ​ເມືອງ ຍອດ​ນິຍົມ​ໃນ​ປີ 2019 ນີ້​ແຕ່​ຢ່າງ​ໃດ.

ໂດຍ​ໃນ​ປີ 2018 ມີ​ນັກ​ທ່ອງ​ທ່ຽວ 755,000 ກວ່າ​ຄົນ​ທີ່​ເດີນ​ທາງ​ມາ​ທ່ອງ​ທ່ຽວ​ເມືອງ
​ມໍ​ລະ​ດົກ​ໂລກ​ຫຼວງ​ພະ​ບາງ ໃນ​ນີ້​ເປັນ​ນັກ​ທ່ອງ​ທ່ຽວຊາວ​ຕ່າງ​ຊາດ 550,000 ກວ່າ​
ຄົນ ຊຶ່ງ​ເພີ້ມ​ຂຶ້ນ​ໃນ​ອັດ​ຕາ​ສະ​ເລ່ຍ​ເກີນກວ່າ 15 ເປີ​ເຊັນ ທຽບ​ໃສ່ປີ 2017.

ແລະ​ເຮັດ​ໃຫ້​ພາກບໍ​ລິ​ການ ແລະ​ທ່ອ​ງ​ທ່ຽວໃນ​ແຂວງ​ຫຼວງ​ພະ​ບາງ ມີລາຍ​ຮັບຄິດ​ເປັນ
​ມູນ​ຄ່າ​ເກີນກວ່າ 200 ລ້ານ​ໂດ​ລາສະ​ຫະ​ລັດ ໃນຕະ​ຫຼອດ​ປີ 2018 ທີ່​ຜ່ານ​ມາ ສ່ວນ
​ໃນ​ປີ 2019 ກໍ​ຄາດ​ໝາຍ​ວ່າ​ຈະ​ມີ​ນັກ​ທ່ອງ​ທ່ຽວ​ຫຼາຍກວ່າ 8 ແສນ​ຄົນ​ທີ່​ຈະ​ເດີນ​ທາງ
​ມາ​ທ່ອງ​ທ່ຽວ​ເມືອງ​ມໍ​ລ​ະ​ດົກ​ໂລກ​ຫຼວງ​ພະ​ບາງ ໃນ​ນີ້​ຈະ​ເປັນ​ນັກ​ທ່ອງ​ທ່ຽວ​ຊາວ​ຕ່າງ​
ຊາດຫຼາຍ​ກວ່າ 6 ແສນ​ຄົນ ແລະ​ສ້າງ​ລາຍ​ຮັບ​ໄດ້​ເກີນກວ່າ 210 ລ້ານ​ໂດ​ລາ​
ສະ​ຫະ​ລັດ.

ໂດຍ​ປັດໄຈ​ທີ່​ດຶງ​ດູດ​ໃຫ້​ຊາວ​ຕ່າງ​ຊາດ​ເດີນ​ທາງ​ມາ​ທ່ອງ​ທ່​ຽວ​ໃນ​ເມືອງ​ມໍ​ລະ​ດົກ​ໂລກ
​ຫຼວງ​ພະ​ບາງ​ເພີ້ມ​ຂຶ້ນ​ດັ່ງ​ກ່າວ ກໍ​ຄື​ການ​ທີ່​ຊາວ​ເມືອງ​ຫຼວງ​ພະ​ບາງ​ຍັງ​ຮັກ​ສາ​ໄດ້​ທັງ​ວັດ​
ທະ​ນະ​ທຳ​ ຮີດ​ຄອງ​ປະ​ເພ​ນີ ວິ​ຖີ​ຊີ​ວິດ​ດັ່ງ​ເດີມ ປະ​ຫວັດ​ສາດ ແລະ​ທຳ​ມະ​ຊາດ​ອັນ​ສວຍ
​ງາມ ທັງ​ຍັງ​ສາ​ມາດ​ປະ​ຕິ​ບັດ​ຕາມ​ສົນ​ທິ​ສັນ​ຍາ ທີ່​ຕົກ​ລົງ​ໄວ້ກັບ ອົງ​ການ UNESCO
ກ່ຽວ​ກັບການ​ປົກ​ປັກ​ຮັກ​ສາ​ມໍ​ລະ​ດົກ​ໂລກ​ໄດ້​ຢ່າງ​ເຄັ່ງ​ຄັດ​ເຊັ່ນ​ການ​ກໍ່​ສ້າງ ແລະ​ບູ​ລະ
​ນະ​ສ້ອມ​ແປງ​ເຮືອນ ອາ​ຄານ ວັດ ແລະ​ສະ​ຖານ​ທີ່​ຕ່າງໆ ທີ່​ຈະ​ຕ້ອງ​ໄດ້​ຮັກ​ສາ​ຮີດ​ຄອງ​
ອັນ​ດີ​ງາມ ແລະ​ສິ່ງ​ດັ່ງ​ເດີມ​ທີ່​ເປັນ​ເອກ​ກະ​ລັກ​ຂອງ​ຫຼວງ​ພະ​ບາງ​ໄວ້​ຢ່າງ​ຄົບ​ຖ້ວນ.

ທັງ​ນີ້​ດ້ວຍ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ການ 4 ຍຸດ​ທະ​ສາດ​ເພື່ອ​ຮັກ​ສາ​ເມືອງ​ມໍ​ລະ​ດົກ
​ໂລກ​ຫຼວງ​ພະ​ບາງ ທີ່​ປະ​ກອບ​ດ້ວຍ​ການ​ເປັນ​ອຸດ​ທະ​ຍານທີ່​ມີ​ຊີ​ວິດ​ຊີ​ວາ ເປັນ​ເມືອງ​ໜ້າ
​ຢູ່ ໜ້າ​ປະ​ທັບ​ໃຈ ແລະ​ມີສິ່ງແວດ​ລ້ອມ​ທີ່​ດີ ການ​ເປັນ​ສູນ​ກາງ​ການ​ທ່ອງ​ທ່ຽວ​ໃນ​ດ້ານ​
ວັດ​ທະ​ນະ​ທຳ ປະ​ຫວັດສາດ ແລະ​ທຳ​ມະ​ຊາດ ການ​ເປັນ​ສູນ​ກາງ​ການ​ສຶກ​ສາ ຄົ້ນ​ຄວ້າ​
ກ່ຽວ​ກັບ​ຄຸນ​ຄ່າ​ວັດ​ທະ​ນະທຳ​ອັນ​ດີ​ງາ​ມ​ຂອງ​ລາວ ແລະ​ການ​ລະ​ດົມ​ທຶນ​ເພື່ອ​ການ​ພັດ​
ທະ​ນາ ແລະ​ອະ​ນຸ​ລັກ​ມໍ​ລະ​ດົກ​ໂລກ​ຕາມ​ຂໍ້​ກຳ​ນົດ​ຂອງ UNESCO ໃຫ້​ໄດ້​ຢ່າງ​ຄົບ
ຖ້ວນດັ່ງ​ທີ່​ທ່ານວົງສະ​ຫວັນ ເທບ​ພະ​ຈັນ ເຈົ້າ​ແຂວງ​ຫຼວ​ພະ​ບາງ ແລະ​ປະ​ທານ​ຄະ​ນະ
​ກຳ​ມະ​ການ​ລະ​ດັບ​ທ້ອງ​ຖິ່ນ ເພື່ອ ​ມໍ​ລະ​ດົກ​ໂລກ​ຫຼວງ​ພະ​ບາງ​ ໄດ້​ຖະ​ແຫຼງ​ຢືນ​ຢັນ​ວ່າ:

“ເພື່ອ​ສືບ​ຕໍ່​ປົກ​ປັກ​ຮັ​ກ​ສາ ແລະ​ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ຂອງ​ມໍ​ລະ​ດົກ​ໂລກ ໃຫ້ຄົງ​ຢູ່
​ກັບຊາວ​ຫຼວງ​ພະ​ບາງ ຕະ​ຫຼອດ​ໄປ​ນັ້ນ ພວກ​ເຮົາ​ຕ້ອງ​ເອົາ​ໃຈ​ໃສ່​ສືບ​ຕໍ່​ປະ​ຕິ​ບັດ 4
ຍຸດ​ທະ​ສາດ​ເພື່ອ​ບໍ​ລິ​ຫານ​ໃນ​ການ​ປົກ​ປັກ​ຮັ​ກ​ສາ​ມໍ​ລະ​ດົກ​ໂລກ​ຫຼວງ​ພະ​ບາງ ໃຫ້​ຍືນ​
ຍົງ​ຕ້ອງ​ໄດ້​ປົກ​ປັກ​ຮັກ​ສາ​ໃຫ້​ເປັນ​ເມືອງ​ມໍ​ລະ​ດົກ​ຕະ​ຫຼອດ​ໄປ ອັນ​ໄດ້ທີ່ເປັນ​ອຸ​ປະ​
ສັກ​ພວກ​ເຮົາ​ຕ້ອງ​ໄດ້​ແກ້​ໄຂ.

ທັງ​ນີ້​ໂດຍ​ທ່ານ​ສາຍ​ສະ​ໝອນ ຄົມ​ທະ​ວົງ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ຈາກ​ແຂວງ​ຫຼວງ​
ພະ​ບາງ ຢືນ​ຢັນ​ວ່າ​ພ​າກ​ບໍ​ລິ​ການ ແລະ​ທ່ອງ​ທ່ຽວໃນ​ແຂວງ​ຫຼວ​ງ ພະບາງກຳ​ລັງ​ປະ
​ເຊີນ​ບັນ​ຫາ​ໃນ​ຫຼາຍ​ດ້ານ​ໃນ​ປັດ​ຈຸ​ບັນ ຊຶ່ງ​ເຮັດ​ໃຫ້​ການ​ຈັດ​ເກັບ​ກອງ​ທຶນ​ທ່ອງ​ທ່ຽວ​ບໍ່​ໄດ້​
ຕາມ​ແຜນ​ການມ​ທີ່​ວາງ​ໄວ້ ທັງ​ຍັງ​ມີ​ການ​ດຳ​ເນີນ​ທຸ​ລະ​ກິດທີ່​ຂັດ​ຕໍ່​ລະ​ບຽບ​ກົດ​ໝາຍ​ດ້ານ
​ການ​ທ່ອງ​ທ່ຽວ ແລະ​ການ​ກໍ່ອາຊະ​ຍາ​ກຳ ໃນ​ຮູບ​ແບບ​ຕ່າງໆ ໃນ​ນີ້​ລວມ​ເຖິງ​ການ​ລັກ
​ເອົາ​ພະ​ພຸດ​ທະ​ຮູບ​ເກົ່າ​ແກ່​ໄປ​ເຖິງ 34 ອົງ ແລະ​ການ​ນຳ​ໃຊ້​ສັນ​ຍາ​ລັກ​ປູ່​ເຍີ​-ຍ່າ​ເຍີ ຢ່າງ
​ບໍ່​ເໝາະ​ສົມ ດ້ວຍ​ກາ​ນຳ​ເອົາ​ຫົວ​ຂອງ​ປູ່ເຍີ-ຍ່າ​ເຍີ​ ມາ​ເປັນ​ແບບ​ການ​ປະ​ດັບ​ຢູ່​ໜ້າ​ເອິກ​
ຂອງ​ຜູ້​ຍິງ​ໃນ​ວົງ​ການ ແຟ​ຊັນ ຈຶ່ງ​ຖື​ເປັນການ​ບໍ່​ເຄົາ​ລົບ​ຕໍ່ສິ່ງ​ສັກ​ສິດ​ທີ່​ຊາວ​ຫຼວງ​ພະ​ບາງ
ການ​ກາບ​ໄຫວ້​ບູ​ຊານັ້ນ​ເອງ.

XS
SM
MD
LG