ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການເດີນທາງ ດ້ວຍຈະຫຼວດ ແຕ່ນິວຢອກ ຫາ ໂຕກຽວ ຈະໃຊ້ເວລາ 30 ນາທີ ແທ້ບໍ?


ມະຫາ​ເສດ​ຖີ​ພັນ​ລ້ານ ທີ່​ເປັນ​ນັກນະວັດຕະ​ກຳ ແລະຜູ້ກໍ່ຕັ້ງ ບໍລິສັດ SpaceX ທ່ານ Elon Musk ກ່າວຢູ່ກອງປະຊຸມສະພາ
ອະວະກາດນາໆຊາດ ຄັ້ງທີ 68 ປີ 2017 ທີ່ເມືອງ Adelaide ປະເທດ Australia, ວັນທີ 29 ກັນຍາ, 2017.
ມະຫາ​ເສດ​ຖີ​ພັນ​ລ້ານ ທີ່​ເປັນ​ນັກນະວັດຕະ​ກຳ ແລະຜູ້ກໍ່ຕັ້ງ ບໍລິສັດ SpaceX ທ່ານ Elon Musk ກ່າວຢູ່ກອງປະຊຸມສະພາ ອະວະກາດນາໆຊາດ ຄັ້ງທີ 68 ປີ 2017 ທີ່ເມືອງ Adelaide ປະເທດ Australia, ວັນທີ 29 ກັນຍາ, 2017.

ມະຫາ​ເສດ​ຖີ​ພັນ​ລ້ານ ທີ່​ເປັນ​ນັກນະວັດຕະ​ກຳ ສະຫະລັດ ທ່ານ Elon Musk ​ໄດ້​ເປີດ
​ເຜີຍ​ແຜນທີ່ຈະ​ສ້າງ​ຈະຫລວດຊະນິດໃໝ່ ຊຶ່ງ​ຈະ​ອຳນວຍ​ໃຫ້​ຜູ້​ໂດຍສານ​ເດີນທາງ​ຈາກ
ທະວີບ​ນຶ່ງ ໄປ​ຫາ​ອີກ​ທະວີບນຶ່ງ ​ພາຍ​ໃນເວລາປະມານ 30 ນາທີ.

ຢູ່​ໃນ​ການສະ​ເໜີ ​ທີ່​ເມືອງ Adelaide ປະ​ເທດອອສ​ເຕຣ​ເລຍ ​ໃນ​ວັນ​ສຸກ​ວານ​ນີ້ ທ່ານ
Musk ​ໄດ້​ສ​ະ​ແດງ​ຮູ​ບພາບ​ວິ​ດີ​ໂອ ຂອງ​ຈະ​ຫລວດ​ທີ່ຂຶ້ນ​ຈາກ ນະຄອນ​ New York
​ແລະ​ໄປ​ລົງຢູ່​ຫລາຍໆ​ແຫ່ງອ້ອມ​ໂລກ ຮວມທັງນະຄອນ Tokyo ​ແລະ Shanghai.

ທ່ານ​ກ່າວ​ວ່າ ການ​ເດີນທາງ​ຈາກນະຄອນ​ New York ຫາ Shanghai ຈະສາມາດ​
​ໃຊ້​ເວລາ ໃນ 39 ນາທີ ​ໃນ​ຂະນະ​ທີ່​ເດີນທາງ​ຈາກ Bangkok ​ໄປ​ຫາ Dubai ຈະ​ໃຊ້​ເວ
ລາ 27 ນາທີແລະ​ຈາກ Tokyo ​ໄປ​ຫາ Delhi ຈະ​ໃຊ້​ເວລາ 30 ນາທີ. ທ່ານ​ກ່າວ​ເພີ້​ມ
ວ່າ ​ລາຄາ​ຂອງ​ບ່ອນ​ນັ່ງ ​ຈະ​ປະມານ ລາຄາດຽວ​ກັນ ຂອງ​ຊັ້ນ​ທຳ​ມະ​ດາ ​ຢູ່​ໃນ​ເຮືອບິນ.

ທ່ານ Musk ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ ບໍ່​ມີ​ອາກາດ​ຢູ່​ນອກ​ບັນຍາກາດ​ຂອງ​ໂລກ ທີ່​ຈະ​ລົບ
​ກວນເວລາ​ເດີນທາງແລະ​ກ່າວ​ວ່າ ​ເວລາ​ໃດ​ທ່ານ​ຢູ່​ກາຍ​ຊັ້ນ​ເທິງ​ຂອງບັນ ຍາກາດ
“ມັນ​ຈະ​ລະອຽດ​ຄື​ດັ່ງກັບໄໝ ບໍ່​ມີ​ຄື້ນຟອງ​ລົບ​ກວນ ບໍ່​ມີ​ຫຍັງ​ໝົດ.”

ທ່ານ Musk ກ່າວ​ວ່າ “ຖ້າພວກ​ເຮົາ​ຫາກ​ສ້າງ​ສິ່ງ​ເຫລົ່າ​ນີ້​ໄປ​ດວງເດືອນ ​ແລະ​ດາວ​
ພະ​ອັງຄານ ​ແລະ​ເປັນ​ຫຍັງ​ບໍ່​ໄປ​ຫາ​ບ່ອນ​ອື່ນໆ​ຢູ່​ໃນ​ໂລກ​ນຳ.”

ທ່ານ Musk ຜູ້​ກໍ່​ຕັ້ງ ​ແລະ​ບໍ​ລິຫານບໍລິ​ສັດ SpaceX ພ້ອມ​ດ້ວຍ​ບໍລິສັດລົດ​ໄຟຟ້າ
ຫລູຫລາ​ Tesla ​ໄດ້​ມີ​ແຜນ​ມາ​ດົນ​ນານ​ແລ້ວ​ທີ່​ຈະ​ສ້າງ​ຈະ​ຫລວດ​ເດີນ ທາງ​ໄປ​ດາວ​
ພະ​ອັງຄານ.

ທ່ານ Musk ກ່າວ​ວ່າ ບໍລິສັດ SpaceX ວາງແຜນທີ່​ຈະ​ເດີ​ນທາງ​ເທື່ອ​ທຳ​ອິດ​ໄປ​ດາວ
​ພະ​ອັງຄານ​ໃນ​ປີ 2022 ​ເພື່ອນຳພາ​ເອົາ​ພຽງ​ແຕ່ເຄື່ອງ​ຂອງໃນ​ການ​ປະຕິບັດ​ງານ​ທີ່​ສຳ
ຄັນ ​ເພື່ອຊອກ​ຫາ​ແຫ​ລ່ງນໍ້າທີ່​ດີ​ສຸດຢູ່​ເທິງ​ດາວດັ່ງກ່າວ. ການ​ປະຕິບັດ​ງານ​ນີ້ ​ຈະ​ຕິດ​
ຕາມ​ມາດ້ວຍການ​ສົ່ງຍານ​ອະ​ວະ​ກາດທີ່​ມີ​ມະນຸດ​ເທື່ອ​ທຳ​ອິດ ຂຶ້ນ​ໄປ​ເທິງ​ດາວ​ພະ​ອັງ
ຄານ​ໃນ​ປິ 2024 ​ແລະ​ທ່ານ​ກ່າວ​ວ່າ ທາງ​ບໍລິສັດ​ໄດ້ແນໃສ່​ຈະ​ເລີ້ມການ​ສ້າງ​ຍານ​
ອະວະກາດ​ລຳ​ທຳ​ອິດ ​ໃນ​ໄລຍະຢູ່ໃນ​ຫົກ​ຫາ​ເກົ້າເດືອນ​ຕໍ່​ໜ້ານີ້.

ທ່ານ Musk ກ່າວ​ວ່າ ຖ້ຽວ​ບິນ​ອະ​ວະ​ກາດ ທີ່​ຊ່ວຍໃຫ້ຜູ້​ຄົນ​ເດີນທາງ​ຈາກທະວີບ​ນຶ່ງ
​ໄປ​ຫາ​ທະອີກວີບ​ນຶ່ງ ​ອາດສາມາດ​ຊ່ວຍ​ໃຊ້ຈ່າຍ​ສຳລັບການ​ສົ່ງ​ຍານ​ອະວະ​ກາດ​ໄປ​ຍັງ
ດາວ​ພະ​ອັງຄານ​ໃນ​ອະນາ​ຄົດຕໍ່ໜ້າ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Spacex Rocket Travel
please wait
Embed

No media source currently available

0:00 0:01:57 0:00

XS
SM
MD
LG