ເຈົ້າໜ້າທີ່ສູງສຸດຂອງກະຊວງຮັກສາຄວາມປອດໄພພາຍໃນຂອງສະຫະລັດ ໄດ້ສະ
ເໜີຕໍ່ປະທານາທິບໍດີ ດໍໂນລ ທຣໍາ ກ່ຽວກັບ ມາດຕະຖານໃໝ່ສຳລັບຜູ້ມາຢ້ຽມຢາມ
ແລະຄົນເຂົ້າເມືອງ ທີ່ຍື່ນຄຳຮ້ອງຂໍເຂົ້າປະເທດ.
ໂດຍມີເວລາຍັງເຫລືອຢູ່ ບໍ່ຮອດສອງມື້ເຕັມ ກ່ອນທີ່ການຈຳກັດຊົ່ວຄາວ ສຳລັບພວກ
ນັກເດີນທາງຈາກຫົກປະເທດຊຶ່ງສ່ວນໃຫຍ່ເປັນຊາວມຸສລິມ ມີກຳນົດທີ່ຈະໝົດອາຍຸ
ລົງ ໃນວັນອາທິດມື້ອື່ນນີ້ ປະທານາທິບໍດີຍັງບໍ່ທັນໄດ້ປະກາດການຕັດ ສິນໃຈ ຂອງ
ທ່ານເທື່ອ ກ່ຽວກັບນະໂຍບາຍກວ້າງຂວາງດັ່ງກ່າວຊຶ່ງໄດ້ເປັນຜົນບັງຄັບຈາກປະທາ
ນາທິບໍດີທຣໍາ ເພື່ອໃຫ້ທົບທວນຄືນມາດຕະຖານຂອງປະເທດອື່ນໆ ໃນອັນທີ່ຮ້ອງວ່າ
ຂັ້ນຕອນການ “ກວດສອບ” ນັ້ນ.
ຢູ່ໃນການໂທລະສັບໂອ້ລົມກັບບັນດານັກຂ່າວໃນວັນສຸກວານນີ້ ພວກເຈົ້າໜ້າທີ່ຂອງທຳນຽບຂາວ ແລະຈາກສາມຫ້ອງການລັດຖະບານກາງ ໄດ້ປະຕິເສດທີ່ຈະ ບອກວ່າ
ມີຫລາຍປານໃດ ຫລືຊື່ຂອງປະເທດທີ່ບໍ່ໄດ້ປະຕິບັດຕາມມາດຕະຖານໃໝ່ ເຖິງແມ່ນ
ວ່າໄດ້ມີການຫາລືກັນມາໄດ້ຫລາຍອາທິດແລ້ວກັບບັນດາເຈົ້າໜ້າທີ່ສະຫະລັດ.
ທ່ານ Miles Taylor ທີ່ປຶກສາລັດຖະມົນຕີກະຊວງຮັກສາຄວາມປອດໄພພາຍໃນສະ
ຫະລັດ ກ່າວວ່າ “ທຸກໆປະເທດຢູ່ໃນໂລກ ໄດ້ຖືກແຈ້ງໃຫ້ຊາບ ກ່ຽວກັບຫລັກການໃໝ່
ດັ່ງກ່າວ.”
ພວກເຈົ້າໜ້າທີ່ຍັງໄດ້ປະຕິເສດ ທີ່ຈະອະທິບາຍຢ່າງເປັນການສະເພາະກ່ຽວກັບ ກົດລະ
ບຽບທີ່ໄດ້ມີການສະເໜີ ແຕ່ກໍໄດ້ໃຫ້ຂໍ້ຄິດເຫັນກ່ຽວກັບມາດຕະຖານໃໝ່ວ່າ ພົວພັນກັບ
ຄຸນນະພາບ ຂອງບັດປະຈຳຕົວ ແລະບັນດາປະເທດທີ່ “ມີບົດ ບາດຮ່ວມກັນ” ໃນການ
ແບ່ງເປັນຂໍ້ມູນກ່ຽວກັບພວກກໍ່ການຮ້າຍ.
ພວກເຈົ້າໜ້າທີ່ບໍ່ສາມາດຈະໃຫ້ກຳນົດເວລາວ່າ ເວລາໃດປະທານາທິບໍດີຈຶ່ງຈະປະກາດ
ການຕັດສິນໃຈຂອງທ່ານ ກ່ຽວກັບວ່າປະເທດໃດຈະໄດ້ຮັບຜົນກະທົບ ແລະມາດຕະ
ການໆລົງໂທດໃດໆທີ່ເຂົາເຈົ້າຈະປະເຊີນໜ້າໃນການ ບໍ່ສາມາດປະຕິບັດຕາມມາດຕະ
ຖານດັ່ງກ່າວ.
ທ່ານ Jonathan Hoffman ລັດຖະມົນຕີຊ່ວຍວ່າການ ກະຊວງຮັກສາຄວາມປອດໄພ
ຮັບຜິດຊອບກ່ຽວກັບເລື່ອງປະຊາສຳພັນ ກ່າວວ່າ “ລັດຖະບານທ່ານທຣໍາ ຈະຄໍ້າປະກັນ
ວ່າ ຜູ້ຄົນທີ່ເດີນທາງເຂົ້າມາໃນສະຫະລັດ ຈະຖືກກວດສອບຢ່າງເໝາະສົມ ແລະພວກ
ທີ່ບໍ່ສົມຄວນມາທີ່ນີ້ຈະບໍ່ໄດ້ຮັບອະນຸຍາດໃຫ້ເຂົ້າມາ.”