ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຂໍ້ຫ້າມເດີນທາງ ສຳຫຼັບເຈົ້າໜ້າທີ່ ອັຟການິສຖານ 5 ຄົນ ຢູ່ Qatar ໝົດອາຍຸແລ້ວ


ສິບເອກ Bowe Bergdahl, ນັ່ງຢູ່ໃນລົດເຝົ້າຍາມໂດຍທະຫານ ຕາລີບານ ໃນພາກຕາເວັນອອກຂອງ Afghanistan.
ສິບເອກ Bowe Bergdahl, ນັ່ງຢູ່ໃນລົດເຝົ້າຍາມໂດຍທະຫານ ຕາລີບານ ໃນພາກຕາເວັນອອກຂອງ Afghanistan.

ຂໍ້ຫ້າມເດີນທາງຕໍ່ພວກເຈົ້າໜ້າທີ່ອະວຸໂສອັຟການິສຖານ 5 ຄົນ
ທີ່ຖືກປ່ອຍໂດຍສະຫະລັດ ໃນການແລກປ່ຽນນັກໂທດປີກາຍນີ້
ໝົດອາຍຸລົງ ໃນວັນອາທິດມື້ີ້ນີ້.

ເຈົ້າໜ້າທີ່ອັຟການິສຖານ ທັງ 5 ໄດ້ຖືກສົ່ງໄປ Qatar ມາແຕ່ປີ
ກາຍ ເວລາພວກເຂົາເຈົ້າຖືກປ່ອຍເພື່ອເປັນການແລກປ່ຽນກັບ
ທະຫານ ອາເມຣິກັນທີ່ຖືກຈັບ ໂດຍພວກກະບົດຈຸດັ່ງກ່າວຢູ່ໃນ
ອັຟການິສຖານ ມາເປັນເວລາເກືອບ 5 ປີ.

ການສິ້ນສຸດລົງ ຂອງຂໍ້ຫ້າມເດີນທາງດັ່ງກ່າວ ໄດ້ສ້າງຄວາມ
ເປັນຫ່ວງ ໃຫ້ແກ່ບັນດາສະມາຊິກສະພາສະຫະລັດ ແລະຄະ
ນະເຈລະຈາ ອັຟການິສຖານທີ່ມີຄວາມກັງວົນວ່າ ອະດີດເຈົ້າໜ້າທີ່ຕາລີບານເຫຼົ່ານີ້ ຈະ ກັບຄືນໄປສູ່ສະໜາມລົບ ຢູ່ໃນອັຟການິສຖານອີກ. ເຈົ້າໜ້າທີ່ ລັດຖະບານສະຫະລັດ ກ່າວວ່າຕົນມີການຕິດຕໍ່ຢ່າງໃກ້ຊິດກັບພວກເຈົ້າໜ້າທີ່ອັຟການິສຖານແລະ Qatar ແຕ່ ບໍ່ໄດ້ມີການຖະແຫຼງຢ່າງເປັນການເປີດເຜີຍໃດໆກ່ຽວກັບການຕໍ່ອາຍຸຂໍ້ຫ້າມເດີນທາງ.

ເມື່ອມີການຖາມເຖິງແຜນການເດີນທາງຂອງພວກເຈົ້າໜ້າທີ່ຕາລີບານທັງ 5 ໂຄສົກຂອງ ກຸ່ມຕາລີບານ ກ່າວຕໍ່ວີໂອເອ ໃນຕອນແລງວັນເສົານີ້ວ່າ “ໃນເວລານີ້ ພວກເຮົາຍັງບໍ່ມີ ລາຍລະອຽດໃດໆທີ່ຈະແຈ້ງໃຫ້ພວກທ່ານຊາບກ່ຽວກັບບັນຫານີ້ເທື່ອ.”

ອະດີດພວກນັກໂທດທັງ 5 ແມ່ນເຈົ້າໜ້າທີ່ອະວຸໂສຂອງກຸ່ມຕາລີບານ ທີ່ປົກ ຄອງປະເທດ ອັຟການິສຖານ ແລະໃຫ້ບ່ອນຫລົບລີ້ແກ່ເຄືອຂ່າຍກໍ່ການຮ້າຍ al-Qaida ເລີ້ມແຕ່ປີ 1996 ໄປຈົນເຖິງຊຸມອາທິດສຸດທ້າຍໃນປີ 2001 ກຳລັງ ສະຫະລັດແລະບັນດາປະເທດ ພັນທະມິດ ໄດ້ໂຄ່ນລົ້ມແລະຂັບໄລ່ກຸ່ມຕາລີບານ ຫລັງຈາກພວກກໍ່ການຮ້າຍ al-Qaida ໂຈມຕີສະຫະລັດໃນວັນທີ 11 ກັນຍາ ປີ 2001.

XS
SM
MD
LG