ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວອາເມຣິກັນ ເຊື່ອວ່າ ມີການສໍ້ລາດບັງຫຼວງ ຂອງ ລັດຖະບານ ເພີ່ມຂຶ້ນ


ປະທານາທິບໍດີ ດໍໂນລ ທຣຳ ໂບກມື ຢູ່ຕໍ່ໜ້າທຸງຊາດ ໃນຂະນະທີ່ທ່ານ ກຳລັງອອກໄປຈາກ ສູນວາງສະແດງສິນຄ້າ ຂອງເຄນທັກກີ ຫຼື Kentucky Exposition Center ຫຼັງຈາກການກ່າວຄຳປາໄສ ໃນງານຊຸມນຸມ, ວັນທີ 20 ມີນາ 2017, ໃນນະຄອນ ລູອີຊີແອນນາ, ລັດເຄັນທັກກີ.
ປະທານາທິບໍດີ ດໍໂນລ ທຣຳ ໂບກມື ຢູ່ຕໍ່ໜ້າທຸງຊາດ ໃນຂະນະທີ່ທ່ານ ກຳລັງອອກໄປຈາກ ສູນວາງສະແດງສິນຄ້າ ຂອງເຄນທັກກີ ຫຼື Kentucky Exposition Center ຫຼັງຈາກການກ່າວຄຳປາໄສ ໃນງານຊຸມນຸມ, ວັນທີ 20 ມີນາ 2017, ໃນນະຄອນ ລູອີຊີແອນນາ, ລັດເຄັນທັກກີ.

ການສຳຫຼວດໃໝ່ ສະແດງໃຫ້ເຫັນວ່າ ຊາວອາເມຣິກັນ ເກືອບ 6 ຄົນ ໃນສິບຄົນໃດ
ເຊື່ອວ່າ ລະດັບຂອງການສໍ້ລາດບັງຫລວງ ໃນລັດຖະບານ ແມ່ນໄດ້ເພີ່ມຂຶ້ນ ໃນປີນີ້
ນັບຕັ້ງແຕ່ ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ໄດ້ຖືກເລືອກ ແລະ ວ່າ
ທຣຳນຽບຂາວ ບັດນີ້ ແມ່ນເປັນສະຖາບັນ ທີ່ມີການຄໍຣັບຊັ່ນ ຫຼາຍຂຶ້ນກວ່າ ລັດ
ຖະສະພາ.

ອົງການຄວາມໂປ່ງໃສສາກົນ ທີ່ມີຫ້ອງການຕັ້ງຢູ່ໃນນະຄອນເບີລິນ ກ່າວວ່າ ການ
ສຳຫຼວດ ຊາວອາເມຣິກັນ 1,000 ຄົນ ໃນເດືອນຕຸລາ ແລະ ພະຈິກ ຜ່ານມານີ້ ໄດ້
ເຜີຍແບ ວ່າ 44 ເປີເຊັນ ເຊື່ອວ່າ ທ່ານທຣຳ ແລະ ບັນດາເຈົ້າໜ້າທີ່ ທຳນຽບຂາວ
ແມ່ນສໍ້ໂກງ ເຊິ່ງສູງຂຶ້ນ ຈາກ 36 ເປີເຊັນ ທີ່ໄດ້ຖືກບັນທຶກໄວ້ ໃນການສຳຫຼວດທີ່
ຄ້າຍຄືກັນ ເມື່ອຕົ້ນປີ 2016 ຕອນການເລີ່ມຕົ້ນ ການເຂົ້າດຳລົງຕຳແໜ່ງ ຂອງ
ອະດີດ ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ປີສຸດທ້າຍ ໃນປີກາຍນີ້.

ທຳນຽບຂາວຂອງທ່ານທຣຳ ໄດ້ກ່າວຕອບ ຕໍ່ລາຍງານ ໃນວັນອັງຄານວານນີ້ ໂດຍ
ກ່າວວ່າ ຕົນໄດ້ເອົາມາດຕະການ ເພື່ອຍຸຕິການສໍ້ລາດບັງຫຼວງ ແລະ ເພີ່ມຄວາມ
ໂປ່ງໃສ ຢູ່ໃນລັດຖະບານ.

ກຸ່ມຕໍ່ຕ້ານການສໍ້ລາດບັງຫຼວງ ກ່າວວ່າ ເກືອບ 7 ຄົນ ໃນທຸກ 10 ຄົນທີ່ຕົນໄດ້
ສຳຫຼວດ ນັ້ນ ເຊື່ອວ່າ ລັດຖະບານສະຫະລັດ ກຳລັງປະສົບກັບຄວາມລົ້ມແຫລວ
ໃນການຕໍ່ສູ້ຕ້ານການສໍ້ລາດບັງຫຼວງ ເຊິ່ງໄດ້ເພີ່ມຂຶ້ນ ຈາກເຄິ່ງນຶ່ງ ໃນປີ 2016.
ກຸ່ມນີ້ ໄດ້ກຳນົດ ການສໍ້ລາດບັງຫຼວງ ຄື ການລະເມີດ ຕໍ່ອຳນາດທີ່ໄດ້ຖືກມອບໝາຍ
ເພື່ອຜົນປະໂຫຍດສ່ວນຕົວ.

ພວກຄົນຍ່າງ ເຫັນໄດ້ ໃນຈັງວະຄວາມໄວທີ່ຊ້າລົງ ຂອງການຖ່າຍພາບ ໃນຂະນະທີ່ພວກເຂົາເຈົ້າ ຍ່າງຜ່ານຕຶກ Trump Tower ຢູ່ຖະໜົນເລອກທີ 5thໃນນະຄອນນິວຢອກ ຊີຕີ້, ວັນທີ 26 ເມສາ 2017.
ພວກຄົນຍ່າງ ເຫັນໄດ້ ໃນຈັງວະຄວາມໄວທີ່ຊ້າລົງ ຂອງການຖ່າຍພາບ ໃນຂະນະທີ່ພວກເຂົາເຈົ້າ ຍ່າງຜ່ານຕຶກ Trump Tower ຢູ່ຖະໜົນເລອກທີ 5thໃນນະຄອນນິວຢອກ ຊີຕີ້, ວັນທີ 26 ເມສາ 2017.

ຂ້າພະເຈົ້າຄິດວ່າ ການສຳຫຼວດສະແດງໃຫ້ເຫັນວ່າ ຊາວອາເມຣິກັນທັງຫຼາຍ ແມ່ນ
ໄດ້ຜິດຫວັງ ທີ່ລັດຖະບານບໍ່ສາມາດປະຕິບັດຕາມຄຳໝັ້ນສັນຍາຂອງຕົນ ທີ່ຈະເຮັດ
ໃຫ້ ລັດຖະບານໂປ່ງໃສຫຼາຍຂຶ້ນ. ໃນທົ່ວໂລກ ພວກເຮົາໄດ້ເຫັນວ່າ ໃນເວລາ ບັນ
ດາເຈົ້າໜ້າທີ່ ທີ່ໄດ້ຖືກເລືອກມາ ບໍ່ສາມາດປະຕິບັດຕາມຄຳສັນຍາຂອງ ພວກເຂົາ
ເຈົ້າ ທີ່ຈະຕໍ່ຕ້ານການສໍ້ລາດບັງຫຼວງ ທີ່ມັນມີຜົນກະທົບແບບກັດເຊາະ ຄວາມເຊື່ອໝັ້ນຂອງມະຫາຊົນ ໃນລັດຖະບານ” ນັ້ນແມ່ນຄຳເວົ້າຂອງທ່ານ ໂຊ ໄຣເຕີຜູ້ຕາງໜ້າຂອງອົງການເພື່ອຄວາມໂປ່ງໃສສາກົນ. ທ່ານກ່າວຕໍ່ວີໂອເອ ວ່າ “ພວກເຮົາມີພາວະດ້ານວັດທະນະທຳ ໃນປະຫວັດສາດ ຢູ່ໃນອາເມຣິກາ ທີ່
ບັນດາເຈົ້າໜ້າທີ່ ທີ່ພວກເຮົາໄດ້ຖືກເລືອກມານັ້ນແທ້ຈິງແລ້ວ ພວກເພິ່ນຈະຕ້ອງ
ໄດ້ຕື່ນຂຶ້ນ.”

ໃນການຕອບໂຕ້ຂອງທຳນຽບຂາວນັ້ນ ຮອງໂຄສົກຂອງທຳນຽບຂາວ ທ່ານຣາຊ
ຊາຣ໌ ກ່າວວ່າ “ທີ່ຈິງແລ້ວ ພວກເຮົາໄດ້ດຳເນີນການຫຼາຍສົມຄວນເພື່ອຍຸຕິການ
ສໍ້ລາດບັງຫຼວງ ແລະເພີ້ິ້ມຄວາມໂປ່ງໃສຢູ່ໃນລັດຖະບານ. ພວກເຮົາໄດ້ຍົກລະ
ດັບຖານະໃນດ້ານສິນທຳຂອງຫ້ອງການ​ ອອກຄຳແນະນຳໃຫ້ພະນັກງານ ເພື່ອໃຫ້ການຮ່ວມມືຫຼາຍຂຶ້ນຕໍ່ມະຕິຕ່າງໆຂອງສະພາ ແລະພວກເຮົາກ່າວວ່າ
ພວກເຮົາຕ້ອງການຢາກໃຫ້ ພະແນກການຕ່າງໆຂອງລັດຖະບານ ມີຄວາມ
ໂປ່ງໃສຫຼາຍເທົ່າທີ່ເປັນໄປໄດ້. ພວກເຮົາໄດ້ເຮັດວຽກຢ່າງຂຸ້ນຂ້ຽວ ກ່ຽວກັບ
ກົດໝາຍວ່າດ້ວຍ ອິດສະຫຼະພາບທີ່ຍັງຄ້າງຄາ ທີ່ຈະເຮັດໃຫ້ຂໍ້ມູນຕ່າງໆກ່ຽວ
ກັບລັດຖະບານນຳອອກເປີດເຜີຍຫຼາຍຂຶ້ນ. ສິ່ງທີ່ປະຊາຊົນເວົ້າວ່າ ເຂົາເຈົ້າ
ເຊື່ອໃນການສຳຫຼວດຂອງອົງການຄວາມໂປ່ງໃສສາກົນ ແມ່ນເປັນຍ້ອນການ
ໂຄສະນາຂອງສື່ມວນຊົນ ທີ່ໄດ້ອອກຂ່າວໃນທາງລົບ ກວ່າການສໍ້ລາດທີ່ແທ້ຈິງ.”

ໃນການສຳຫຼວດ ອົງການຄວາມໂປ່ງໃສສາກົນ ໄດ້ຖາມຜູ້ຄົນວ່າ ເຂົາເຈົ້າມີຄວາມ
ຮູ້ສຶກແບບໃດ ກັບການປາບປາມການສໍ້ລາດບັງຫຼວງຂອງລັດຖະບານເຂົາເຈົ້າ.

ໃນປີ 2016 ປະຊາຊົນຢູ່ໃນສະຫະລັດ ມີຄວາມເຊື່ອໝັ້ນສູງກວ່ານີ້ໜ້ອຍນຶ່ງ
ໃນການດຳເນີນຄວາມພະຍາຍາມ ຂອງລັດຖະບານເຂົາເຈົ້າ ກວ່າລະດັບສະເລ່ຍ
ຂອງໂລກ.

ໃນປີ 2017 ປະຊາຊົນຕອບຄຳຖາມນີ້ ແມ່ນມີຄວາມຮູ້ສຶກທີ່ຂີ້ຮ້າຍກວ່າເກົ່າ ແລະ
ກໍແບບດຽວກັນ ກັບສິ່ງທີ່ປະຊາຊົນໃນເຄນຢາ ມາລາວີ ຊີແອຣາເລອອນແລະ
ອູການດາ ບອກພວກເຮົາ. ເມື່ອເວົ້າເຖິງຄວາມຮູ້ສຶກກ່ຽວກັບລະດັບການສໍ້ລາດ
ບັງຫຼວງ ຢູ່ໃນຫ້ອງການປະທານາທິບໍດີແລ້ວ, ອັດຕາສະເລ່ຍຂອງໂລກແມ່ນວ່າ
ໜ້ອຍກວ່ານຶ່ງສ່ວນສາມ ຂອງຜູ້ຄົນກ່າວວ່າ ຄະນະບໍລິຫານຂອງເຂົາ ເຈົ້າແມ່ນ
ສໍ້ລາດບັງຫຼວງຢ່າງໃຫຍ່ ນັ້ນຄືການອະທິບາຍຂອງນາງຄໍຣາລີ ພຣິງ ນັກຄົ້ນຄວ້າ ຂອງອົງການຄວາມໂປ່ງໃສສາກົນ.

ອ່ານຂ່າວນີ້ຕືມ ເປັນພາອັງກິດ

XS
SM
MD
LG