ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວໜຸ່ມລາວໄປເຮັດວຽກ ໃຫ້ແກ່ກຸ່ມອາຊະຍາກໍາຂ້າມຊາດ ໃນການຫຼອກລວງທາງອອນລາຍກໍາລັງເພີ້ມຂຶ້ນ ຂະນະທີ່ການຫວ່າງງານເພີ້ມສູງຂຶ້ນ


ຄົນຈີນ ເດີນທາງມາຫຼິ້ນການພະນັນທີ່ບ່ອນກາສິໂນ King Roman ຫຼາຍເປັນພິເສດ ໃນແຂວງບໍແກ້ວ ເມືອງຕົ້ນເຜິ້ງ ຂອງ ສປປ ລາວ.
ຄົນຈີນ ເດີນທາງມາຫຼິ້ນການພະນັນທີ່ບ່ອນກາສິໂນ King Roman ຫຼາຍເປັນພິເສດ ໃນແຂວງບໍແກ້ວ ເມືອງຕົ້ນເຜິ້ງ ຂອງ ສປປ ລາວ.

ຂະນະທີ່ການຂາດແຄນວຽກເຮັດງານທໍາ ທີ່ສ້າງລາຍຮັບທີ່ພຽງພໍກັບຄ່າຄອງຊີບ ທີ່ນັບມື້ສູງຂຶ້ນຢູ່ໃນລາວ ເຮັດໃຫ້ຊາວໜຸ່ມທີ່ຮູ້ເທົ້າບໍ່ເຖິງການແລະມາຈາກຄອບຄົວທີ່ຂາດເຂີນເງິນຄໍາ ມັກພາກັນໄປຫາເຮັດວຽກຕອບແຊັດທີ່ເປັນ ວຽກງານຫລອກລວງຄົນທາງອອນລາຍ ຢູ່ໃນເຂດພິເສດສາມຫລ່ຽມຄໍາ ນັບມື້ນັບຫຼາຍຂຶ້ນ ໄຊ​ຈະ​ເລີນ​ສຸກມີ​ລາຍ​ງານ​ເລື້ອງນີ້ ​ຈາກນັກຂ່າວຂອງພວກເຮົາມາ ສະເໜີທ່ານ ໃນອັນດັບຕໍ່ໄປ.

ການກໍ່ອາຊະຍາກໍາຂ້າມຊາດ ໂດຍສະເພາະແມ່ນກິດຈະກໍາຫລອກລວງທາງອອນລາຍ ເພື່ອລໍ້ເອົາເງິນຜູ້ຕົກເປັນເຫຍື່ອໃນທົ່ວໂລກ ໂດຍທີ່ມີສູນລວມ ແລະການກັກຂັງຜູ້ໄປເຮັດວຽກນີ້ ໃຫ້ເຄື່ອນໄຫວຢູ່ໃນເຂດຄຸ້ມໃຫຍ່ໆພາຍໃນເຂດຖະກິດພິເສດ ກໍາລັງແຜ່ຂະຫຍາຍອອກຢ່າງວ່ອງໄວຢູ່ໃນເຂດລຸ່ມແມ່ນໍ້າຂອງ ມັນໄດ້ກາຍເປັນທຸລະກິດທີ່ສາມາດສ້າງລາຍໄດ້ອັນມະຫາສານໃຫ້ແກ່ຫົວໜ້າແກັ່ງອາຊະຍາກອນ. ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ບ່ອນທີ່ເຈົ້າໜ້າທີ່ລາວພົບຄວາມຫຍຸ້ງຍາກ ໃນການເຂົ້າໄປກວດການັ້ນ ກິດຈະການທີ່ວ່ານີ້ ກໍກໍາລັງມີການຂະຫຍາຍຕົວຢ່າງງອກງາມ. ແຕ່ປາກົດວ່າ ປະຊາຊົນຜູ້ທີ່ຂາດເຂີນເງິນທອງ, ຂາດວຽກເຮັດງານທໍາ ແລະຮູ້ເທົ້າບໍ່ເຖິງການ ມັກຈະພາກັນນິຍົມໄປເຮັດວຽກໃຫ້ກຸ່ມອາຊະຍາກໍາຂ້າມຊາດທີ່ວ່ານີ້ ດັ່ງທີ່ແມ່ຍິງຄົນນຶ່ງ ຢູ່ເຂດນອກຂອງນະຄອນຫຼວງວຽງຈັນທີ່ມີລູກສາວ ແລະລູກຊາຍ ທີ່ໄປເຮັດວຽກເປັນຜູ້ຫລອກລວງທາງອອນລາຍທີ່ຮູ້ກັນທົ່ວໄປຢູ່ໃນປະເທດລາວວ່າ “ຕອບແຊັດ” ນັ້ນ ເວົ້າສູ່ຟັງວ່າ:

“ຢູ່ສາມຫລ່ຽມໂທຫາລູກໄດ້ ລົມໄດ້ຕິດຕໍ່ຫາລູກໄດ້ບໍ່ເປັນຫຍັງ ກະໄປເຮັດວຽກ ນໍາກັນໄດ້. ປີໃໝ່ລາວ ເຂົາກະຈະກັບ ບໍ່ມີພີ່ມີນ້ອງຫຍັງແຫລະ ສອງອ້າຍນ້ອງເຂົາໄປຢູ່ນໍາກັນ ເຂົາກະໂທຫາທຸກມື້ ລົມກັນທຸກມື້.”

ໃນການໄປເຮັດວຽກແບບນີ້ ພວກຄົນງານລາວ ແລະຄອບຄົວຂອງເຂົາເຈົ້າ ບໍ່ເຄີຍຄິດເລີຍວ່າ ມັນເປັນການເຮັດວຽກທີ່ຜິດກົດໝາຍ ແລະເປັນອັນຕະລາຍແຕ່ ຢ່າງໃດເລີຍ ເຖິງແມ່ນວ່າ ຈະມີຂ່າວໃນບາງຄັ້ງຄາວ ກ່ຽວກັບການຄາດຕະກໍາ ໂດຍບໍ່ຮູ້ເຫດຜົນ ຫລືສືບສວນຫາຜູ້ກໍ່ເຫດໄດ້ ແລະການຈັບກຸມຫົວໜ້າກຸ່ມແກັ່ງ ທີ່ຕັ້ງຄອລເຊັນເຕີ (Call Center) ຢູ່ໃນນະຄອນຫລວງວຽງຈັນ ແລະໃນເຂດເສດຖະກິດພິເສດສາມຫລ່ຽມຄໍາຢູ່ເມືອງຕົ້ນເຜິ້ງ ທາງພາກເໜືອຂອງລາວ ໂດຍເຈົ້າໜ້າທີ່ຈີນຮ່ວມກັບເຈົ້າໜ້າທີ່ລາວໃນປີ 2023 ຜ່ານມານີ້ກໍຕາມ ດັ່ງທີ່ແມ່ຍິງ ຜູ້ທີ່ເປັນແມ່ຂອງກໍາມະກອນສອງຄົນທີ່ກ່າວມາຂ້າງເທິງນັ້ນ ໃຫ້ເຫດຜົນວ່າ ເຫດການທີ່ມີຄົນງານຖືກຂ້າຕາຍແມ່ນມີແທ້ ທັງນີ້ກໍເປັນຍ້ອນຄວາມຜິດຂອງຄົນງານເອງ ທີ່ບໍ່ປະຕິບັດຕາມລະບຽບຂອງນາຍຈ້າງ ທີ່ເປັນຄົນຈີນທີ່ເປັນເຈົ້າຂອງທະລຸກິດຕອບແຊັດ ດັ່ງທີ່ນາງເວົ້າວ່າ:

“ກະແມ່ນແທ້ ກະມີແທ້ ສ່ວນຫລາຍດ້ວຍຄວາມສະໝັກໃຈຂອງເຂົາເຈົ້າ ຖືກຜູ້ດີມັນກະດີ ຖືກຜູ້ບໍ່ດີມັນກະບໍ່ດີ ບາງເທື່ອເຂົາກະເຮັດວຽກສອງກາດເນາະ ຄັນເຮົາດື້ບໍ່ຟັງຄວາມຍາມເຂົາໃຫ້ບອກນອນ ກະຕ້ອງນອນ ເພາະວ່າເຮົາຕື່ນມາເຮົາກະໄປເຮັດວຽກ ເຂົາກະລ້ຽງເຂົ້າສາມຄາບ ແລະເຂົາກະໃຫ້ເງິນອຸດໜູນ.”

ພ້ອມກັນນັ້ນ ໃນໄລຍະທ້າຍປີເກົ່າ 2023 ຜ່ານມານີ້ ກໍມີຂ່າວທີ່ຄົນສົ່ງຕໍ່ໃຫ້ກັນ ຮູ້ຢ່າງກວ້າງຂວາງໃນເຟັສບຸກວ່າ ມີຍິງສາວຄົນນຶ່ງຈາກແຂວງສະຫວັນນະເຂດ ທີ່ໄປເຮັດວຽກເປັນສາວບໍລິການ ເສີບອາຫານໃນຮ້ານກິນດື່ມ ຫລື ບາແຫ່ງນຶ່ງ ໃນເຂດເສດຖະກິດພິເສດ ຖືກອູ້ມຂຶ້ນລົດໄປ ແລະພົບວ່າ ຖືກຂ້າຕາຍໃນເວລາ ຕໍ່ມາ ເພາະມີຄົນພົບສົບຜູ້ກ່ຽວຢູ່ໃນໜອງນໍ້າແຫ່ງນຶ່ງໃນເມືອງຕົ້ນເຜິ້ງ, ແຂວງບໍ່ ແກ້ວ ໂດຍທີ່ຍັງບໍ່ທັນຮູ້ສາເຫດ ແລະຜູ້ກະທໍາຜິດເທື່ອ ຊຶ່ງສະພາບການນີ້ ສະ ແດງໃຫ້ເຫັນເຖິງຄວາມເປັນອັນຕະລາຍ ແລະປ່າເຖື່ອນຂອງສະພາບການເຮັດວຽກງານຢູ່ໃນເຂດນັ້ນ.

ການທີ່ມີຫຼາຍຄົນ ຍັງພາກັນໄປເຮັດວຽກຢູ່ທີ່ນັ້ນຢູ່ ເຖິງຈະມີຄວາມສ່ຽງຕໍ່ອັນຕະ ລາຍດັ່ງທີ່ກ່າວມາຂ້າງເທິງນັ້ນ ກໍມີສາເຫດຕົ້ນຕໍມາຈາກ ສະພາບເສດຖະກິດ ຝືດເຄືອງ ແລະດ້ອຍໂອກາດໃນການສຶກສາ ຫລື ບໍ່ສາມາດເຂົ້າເຖິງການມີວຽກ ເຮັດງານທໍາທີ່ດີ ດັ່ງທີ່ພະນັກງານລັດອະວຸໂສທ່ານນຶ່ງ ທີ່ຮູ້ຈັກກ່ຽວກັບເຫດການນີ້ດີ ໃຫ້ຄໍາເຫັນວ່າ:

“ເຫັນເຂົາເອົາລົງເຟສລົງຫຍັງຢູ່ ເຂົາເອົາລົງເຟສຊ່ວງ ແມ່ຍິງຫັ້ນໄປ ຄົນຈອກຄົນຈີນ ເຂົາເອົາລົງເຟສນີ້. ໂຕນີ້ມັນກະອີງໃສ່ສະພາບເສດຖະກິດ ສະພາບສັງຄົມນີ້ແລ້ວ ອີງໃສ່ການຈ້າງງານ ຫວ່າງງານຫັ້ນແລ້ວ ຄູ່ມື້ນີ້ ປາກົດການຫຍໍ້ທໍ້, ການຕົກງານ ຕົກການ, ໄປຮໍ່າຮຽນມາກະບໍ່ໄດ້ເຮັດລ້າເຮັດການ. ເລື້ອງຄ່າຄອງຊີບ, ເລື້ອງການຢູ່ການກິນໜີ້ແຫລະ ມັນບໍ່ມີວຽກເຮັດງານທໍາ ມັນກະຫັນໄປເຮັດສິ່ງທີ່ບໍ່ຖືກຕ້ອງ ກັບລະບຽບກົດໝາຍຫັ້ນແຫລະ ອີງສະພາບເສດຖະ ກິດນີ້ແລ້ວ.”

ນອກຈາກນັ້ນແລ້ວ ການສໍ້ລາດບັງຫລວງ ໃນວົງການເຈົ້າໜ້າທີ່ກ່ຽວຂ້ອງກໍມີສ່ວນເຮັດໃຫ້ສະພາບການເຄື່ອນໄຫວຂອງກຸ່ມກໍ່ອາຊະຍາກໍາຂ້າມຊາດທີ່ວ່ານີ້ຖືກປາບປາມໄດ້ຍາກ, ອີງຕາມໂຄງການລິເລີ້ມຕ້ານການກໍ່ອາຊະຍາກໍາຂ້າມຊາດ ທີ່ມີການຈັດຕັ້ງ ຫລື Global Initiative Against Transnational Organized Crime. ອົງການນີ້ໃຫ້ພົບວ່າ ທັງ 6 ປະເທດໃນເຂດລຸ່ມແມ່ນໍ້າຂອງແມ່ນມີດັດຊະນີ ການກໍ່ອາຊະຍາກໍາສະເລ່ຍ ທີ່ສູງກວ່າ 5.5 ຊຶ່ງສູງກວ່າດັດຊະນີສະເລ່ຍຂອງໂລກ ທີ່ຢູ່ລະດັບ 4.88 ຂອງທັງໝົດ 10 ຄະແນນເຕັມໃນປີ 2021. ການກໍ່ອາຊະຍາກໍາຂອງປະເທດໃນເຂດແມ່ນໍ້າຂອງ ຍັງມີທ່າອ່ຽງເພີ້ມຂຶ້ນໃນໄລຍະ 2 ປີຜ່ານມານນີ້ ໂດຍທີ່ມຽນມາ ທີ່ມີດັດຊະນີກໍ່ອາດຊະຍາກໍາສູງທີ່ສຸດໃນໂລກ ຊຶ່ງໃນປີ 2021 ແມ່ນເປັນພຽງທີ 3 ຂອງໂລກເທົ່ານັ້ນ. ດັດຊະນີຂອງປະເທດນີ້ ເພີ້ມຂຶ້ນຈາກ 7.59 ມາເປັນ 8.15 ໃນປີ 2023. ສ່ວນ ລາວນັ້ນ ກໍມີດັດຊະນີດ້ານນີ້ເພີ້ມຂຶ້ນເຊັ່ນກັນຈາກ 5.51 ໃນປີ 2021 ມາເປັນ 6.12 ໃນປີ 2023. ຂະນະດຽວກັນ ດັດຊະນີດ້ານຄວາມເຂັ້ມແຂງສະເລ່ຍ ຊຶ່ງລວມມີ ຄວາມໂປ່ງໃສ ແລະ ຄວາມຮັບຜິດຊອບຂອງລັດ ລະບົບການບໍລິຫານຂອງລັດຖະບານ ຢູ່ລະດັບສະເລ່ຍ 2.92 ຊຶ່ງຕໍ່າກວ່າດັດຊະນີສະເລ່ຍຂອງໂລກທີ່ຢູ່ໃນລະດັບ 4.82 ໃນປີ 2021. ສ່ວນດັດຊະນີຂອງລາວ ໃນດ້ານນີ້ ໃນໄລຍະສອງປີຜ່ານມານີ້ ກໍເພີ້ມຂຶ້ນພຽງເລັກນ້ອຍເທົ່ານັ້ນ ຊຶ່ງກໍຄື ຈາກ 4.67 ໃນປີ 2021 ມາເປັນ 4.79 ໃນປີ 2023. ສະນັ້ນ ມັນຈຶ່ງເຮັດໃຫ້ກິດຈະການຂ້າມຊາດທີ່ຜິດກົດໝາຍນີ້ ສາມາດດໍາເນີນໄປໄດ້ດີ ໃນຂົງເຂດສາມຫລ່ຽມຄໍາຂອງລາວ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG