ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການຮ້ອງເພງ hello ຂອງນາງ Adele ລົງ YouTube ອາດຕ້ອງໄດ້ເສຍຄ່າ ໃຊ້ຈ່າຍ ໃຫ້ແກ່ນາງ ກໍເປັນໄດ້


ນັກຮ້ອງ ນາງ Adele ເດີນທາງໄປເຖິງ ງານມອບລາງວັນ Oscars ໃນນະຄອນ Los Angeles ຂອງລັດ California. ຊຸດເພງໃໝ່ "25" ຂອງນາງ Adele ຂາຍໄປແລ້ວ ໄດ້ຫຼາຍກວ່າ 2 ລ້ານ 3 ແສນ ຊຸດ ຢູ່ໃນສະຫະລັດ ໃນລະຫວ່າງ 3 ມື້ ທີ່ໄດ້ວາງຂາຍໃນຕະຫຼາດ ອັນເປັນຕົວເລກທີ່ຍອດຢ້ຽມທີ່ສຸດສຳຫຼັບອຸດສາຫະກຳດ້ານດົນຕີ ຊຶ່ງໄດ້ມີການຂາຍ ທີ່ຫຼຸດລົງສະເໝີມາ ໃນຍຸກສະໄໝຂອງດິດຈິດໂຕລ.
ນັກຮ້ອງ ນາງ Adele ເດີນທາງໄປເຖິງ ງານມອບລາງວັນ Oscars ໃນນະຄອນ Los Angeles ຂອງລັດ California. ຊຸດເພງໃໝ່ "25" ຂອງນາງ Adele ຂາຍໄປແລ້ວ ໄດ້ຫຼາຍກວ່າ 2 ລ້ານ 3 ແສນ ຊຸດ ຢູ່ໃນສະຫະລັດ ໃນລະຫວ່າງ 3 ມື້ ທີ່ໄດ້ວາງຂາຍໃນຕະຫຼາດ ອັນເປັນຕົວເລກທີ່ຍອດຢ້ຽມທີ່ສຸດສຳຫຼັບອຸດສາຫະກຳດ້ານດົນຕີ ຊຶ່ງໄດ້ມີການຂາຍ ທີ່ຫຼຸດລົງສະເໝີມາ ໃນຍຸກສະໄໝຂອງດິດຈິດໂຕລ.

ຫຼາຍໆຄົນ ມັກເພງຂອງນາງ Adele. ແລະໃນບາງຄັ້ງ ພວກ
ເຂົາເຈົ້າ ອັດ​ວີດີໂອຂອງ​ໂຕເອງ ໃນຂະນະທີ່ຮ້ອງ​ເພງຕ່າງໆ
ຂອງນາງ Adele ແລະ ນຳເອົາການບັນທຶກນັ້ນໄປລົງ​ໃນ
YouTube. ມັນເປັນການກະທຳທີ່ໜ້າມ່ວນ ຊື່ນ. ແຕ່ໃຫ້ລະວັງ
ໄວ້. ຖ້າວີດີໂອ ຂອງທ່ານ ໄດ້ຮັບຄວາມນິຍົມຊົມຊອບ ຫຼາຍເກີນ
ໄປ ທ່ານອາດຈະຕ້ອງໄດ້ຈ່າຍເງິນບາງສ່ວນໃຫ້ແກ່ນາງ Adele.
ຜູ້ສື່ຂ່າວ Rebecca Ward ມີລາຍງານກ່ຽວກັບເລື່ອງນີ້ ຊຶ່ງ
ໄຊຈະເລີນສຸກຈະ ນຳມາສະເໜີທ່ານ ໃນອັນດັບຕໍ່ໄປ.

ເພງ “Hello” ຂອງນາງ Adele ຈາກອາລບ້ຳ ຊຸດ “25” ແມ່ນເພງໜຶ່ງທີ່ຂາຍດີສຸດ
ຕະຫຼອດການ.

ພວກແຟນເພງຂອງນາງ Adele ຈາກທົ່ວໂລກ ໄດ້ຕອບສະໜອງ ດ້ວຍການບັນທຶກ
ການຮ້ອງເພງ “Hello” ຂອງເຂົາເຈົ້າເອງ. ໃນວົງການດົນຕີແລ້ວ ອັນນີ້ແມ່ນ ເອີ້ນວ່າ
“cover.”

ນາງ Lydia Lee ເປັນນັກຮຽນຊັ້ນມັດທະຍົມ ຈາກເກົາຫຼີໃຕ້. ວີດີໂອ cover ຂອງເພງ Hello ແບບງ່າຍໆຂອງນາງ ທີ່ເປັນພາສາອັງກິດນັ້ນ ມີຜູ້ເຂົ້າໄປຊົມ ຫຼາຍກວ່າ 17 ລ້ານເທື່ອ ໃນ YouTube.

ນັກຮ້ອງຄົນໜຶ່ງ ທີ່ມີຊື່ວ່າ Sara’h ກໍມີຜູ້ເຂົ້າໄປຊົມວີດີໂອ cover ເພງ Hello ຂອງນາງ
ທີ່ເປັນພາສາຝຣັ່ງ 5 ລ້ານເທື່ອ.

ສ່ວນຢູ່ໃນປະເທດເຄັນຢາ ນັກຮ້ອງທີ່ມີຊື່ວ່າ Dela ກໍໄດ້ໂພສເພງ Hello ທີ່ເປັນພາສາ
Swahili ແລະເພງຂອງນາງ ໄດ້ມີຜູ້ເຂົ້າໄປຟັງ ປະມານ 500,000 ຄັ້ງ.

ແຕ່ວ່າ ວີດີໂອ cover ຂອງເພງ Hello ເປັນພາສາອັງກິດ ໃນ You Tube ທີ່ມີຄົນເຂົ້າ
ໄປຟັງຫຼາຍທີ່ສຸດ ແມ່ນຂອງ ທ້າວ Leroy Sanchez. ລາວເປັນນັກດົນຕີ ຈາກເຂດ
Basque ຂອງປະເທດສະເປນ ແລະວີດີໂອ ເພງ Hello ຂອງລາວ ໄດ້ມີຜູ້ເຂົ້າໄປຊົມ
ແລ້ວ ຫຼາຍກວ່າ 25 ລ້ານເທື່ອ.

ນາງ Karen Rodriguez ຈາກນະຄອນ Miami ເຮັດວຽກຢູ່ທີ່ໂຮງແຮມແຫ່ງໜຶ່ງ. ແຕ່
ນາງ ມີຄວາມໄຝ່ຝັນຢາກມີອາຊີບເປັນນັກຮ້ອງ. ນາງໄດ້ເຂົ້າການແຂ່ງຂັນ ໃນລາຍການ
American Idol ຊຶ່ງເປັນລາຍການສຳ ລັບພວກທີ່ປາດຖະໜາ ຢາກເປັນນັກຮ້ອງ ທີ່ຈະ
ໄດ້ຮັບຄວາມສົມໃຈ.

ນາງ Rodriguez ໄດ້ເຮັດວີດີໂອ ໃນການຮ້ອງເພງ Hello ເປັນພາສາອັງກິດ ແລະພາສາ
ສະເປນ ດ້ວຍຕົວນາງເອງ. ໃນສັບປະດາແລ້ວນີ້ ເພງພາສາສະເປນຂອງນາງ ໄດ້ມີຜູ້ເຂົ້າ
ໄປຊົມ ໃນ YouTube ຫຼາຍກວ່າ 8 ລ້ານ 5 ແສນເທື່ອແລ້ວ.

ນາງ Rodriguez ຄິດວ່າ ເພງທີ່ “ແຜ່ຂະຫຍາຍອອກໄປ ຢ່າງວ່ອງໄວນີ້” ຈະຊ່ອຍໃຫ້
ນາງ ພົບກັບພວກຜູ້ຊົມເພງຂອງນາງ. ການເຮັດເພງໃໝ່ໂດຍໃຊ້ເນື້ອຮ້ອງ ຄຳຕໍ່ຄຳນີ້
ແມ່ນອະນຸຍາດໃຫ້ເຮັດໄດ້ ແຕ່ການແປເພງ ແລະ ການດັດແປງເພງ ແມ່ນບໍ່ໄດ້ຮັບເສລີ
ພາບແບບດຽວກັນ.

ສະນັ້ນ ຖ້າທ່ານເຮັດວີດີໂອ ການຮ້ອງເພງ Hello ໃນພາສາອື່ນ ດ້ວຍຕົວທ່ານເອງ ທ່ານ ອາດຈະເປັນໜີ້ ນາງ Adele ຈຳນວນໃດໜຶ່ງ ກໍເປັນໄດ້.

XS
SM
MD
LG