ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປາກົດການທາງດາລາສາດ ທີ່ຫາເບິ່ງໄດ້ຍາກທີ່ສຸດ ຈະເກີດຂຶ້ນ ໃນມື້ອື່ນມື້ຮືນີ້ (ວີດີໂອ)


ພວກເຝົ້າເບິ່ງທ້ອງຟ້າຈາກທັງໝົດ 7 ທະວີບ ຈະມີໂອກາດໄດ້ເຫັນປາກົດການດ້ານດາລາ ສາດ ທີ່ຫາເບິ່ງໄດ້ຍາກທີ່ສຸດອັນນຶ່ງ ທີ່ຈະເກີດຂຶ້ນໃນວັນທີ 5-6 ມື້ອື່ນມື້ຮືນີ້. ນັ້ນກໍຄືປາກົດ ການດາວນົບພະເຄາະດວງນຶ່ງໃນລະບົບສຸລິຍະຈັກກະວານຂອງເຮົາ ຄືດາວພະສຸກ ຫລື Venus ຈະໂຄຈອນ ຜ່ານກາຍໜ້າດວງຕາເວັນ. ມັນເປັນເຫດການທີ່ຈະເປັນເທື່ອສຸດທ້າຍ ທີ່ຄົນເຮົາທີ່ມີຊີວິດຢູ່ໃນປັດຈຸບັນນີ້ ຈະມີໂອກາດໄດ້ເຫັນມັນເກີດຂຶ້ນອີກ. ທີ່ເປັນເຊັ່ນນັ້ນກໍ ເພາະວ່າ ຫຼັງຈາກປາກົດການດັ່ງກ່າວຂອງດາວພະສຸກໃນປີນີ້ແລ້ວ ຄັ້ງຕໍ່ໄປທີ່ມັນຈະເກີດ ຂຶ້ນ ຈະແມ່ນໃນປີ 2117 ຫຼືອີກ 105 ປີ ປະມານນັ້ນ. ສື່ຂ່າວວີໂອເອ Suzanne Presto ມີລາຍງານກ່ຽວກັບປາກົດການນີ້ ດັ່ງທອງປານນໍາເອົາລາຍລະອຽດ ມາສະເໜີທ່ານ.

ເບິ່ງວີດີໂອ ພາສາອັງກິດ:

ປະຊາຊົນ​ຫລາຍ​ລ້ານ​ຄົນໃນ​ທົ່ວ​ໂລກ​ ​ພາກັນ​ອອກ​ມາ​ເບິ່ງ​ໃນ​ປີ 2004 ​ເວລາ​ດາວ​ພະສຸ​ກ​
ໂຄຈອນຜ່ານ​ກາຍໜ້າ​ດວງ​ຕາ​ເວັນ ທີ່​ຫຼຽວ​ເຫັນ​ໄດ້ຈາກ​ໂລກ​ເຮົາ ເປັນ​ເທື່ອ​ທໍາ​ອິດ​ນັບ​ຕັ້ງ
​ແຕ່​ປີ 1882 ​ເປັນ​ຕົ້ນ​ມາ.

ການ​ໂຄຈອນ​ຜ່ານ​ກາຍໜ້າ​ພະ​ອາທິດ ຂອງ​ດາວ​ພະສຸ​ກ ຫລື​ວີ​ນັສ ​ແມ່ນ​ໄດ້​ເກີດ​ຂຶ້ນຫົກ
​ຄັ້ງເທົ່າ​ນັ້ນ ນັບ​ຕັ້ງ​ແຕ່ໄດ້ມີ​ການ​ສັງ​ເກດ​ເຫັນປາກົດການ​ດັ່ງກ່າວ​ເທື່ອ​ທໍາ​ອິດ ​ດ້ວຍ​ກ້ອງ​
ໂທລະທັດ ຫຼື​ກ້ອງ​ເບິ່ງ​ດາວ ​ໃນ​ປີ 1639 ​ແລະເທື່ອ​ດຽວ​ເທົ່າ​ນັ້ນ ນັບ​ຕັ້ງ​ແຕ່​ມີການ​ປະດິດ​
ໂທລະພາບຂຶ້ນມາ.

ຕາມ​ທີ່​ເຫັນ​ຈາກ​ວີ​ດີ​ໂອ​ຂອງ
​ປາກົດການ​ເມື່ອ​ປີ 2004 ນັ້ນ
ດາວ​ພະສຸ​ກຈະ​ປະກົດໃຫ້​ເຫັນ
​ແຕ່​ເງົາ ເປັນ​ຈຸດ​ດໍາ​ນ້ອຍໆ​ຢູ່
​ຜິວ​ໜ້າດວງ​ຕາ​ເວັນ.

ມັນ​ເປັນປາກົດ​ການ​ທີ່​ບໍ່ທໍາ​ມະ​ດາ
ແຕ່​ກໍ​ບໍ່ເຖິງ​ວ່າເປັນ​ປາກົດການ​ທີ່
ໜ້າເບິ່ງ​ໜ້າ​ຊົມ.

ທ່ານ David DeVorkin ​ຜູ້​ກໍາ
​ກັບ​ດູ​ແລ ​ພະ​ແນ​ກປະ​ວັດ​ສາດ​
ດ້ານດາລາສາດຂອງຫໍພິພິທະ
​ພັນອາກາດ​ແລະ​ອະວະກາດ​ແຫ່ງ​ຊາດ Smithsonian ທີ່​ວໍ​ຊິງ​ຕັນ​ດີ​ຊີ ອະທິບາຍວ່າ:

ສິ່ງ​ທີ່​ເກີດ​ຂຶ້ນ​ແທ້ໆນັ້ນ ສໍາລັບ​ຄົນ​ທໍາ​ມະ​ດາ​ສາມັນທີ່​ບໍ່​ຮູ້​ວ່າ​ມັນ​ເກີດ​ຂຶ້ນນັ້ນ ກໍ​ແມ່ນ​ບໍ່​ມີ​
ຄວາມ​ໝາຍ
​ຫຍັງ. ​ຄື​ມັນຈະ​ບໍ່​ມີ​ການ​ປ່ຽນ​ແປງ​ໃດ​ໆໃນຄວາມ​ແຈ້ງ​ສະຫວ່າງຂອງ​ທ້ອງຟ້າ
​ແລະພວກ​ນົກ​ກໍ​ຈະ​ບໍ່​
ຟ້າວ​ບິນກັບ​ຄືນມານ​ອນ​ຮັງ ຫຼື​ວ່າເກີດສິ່ງ​ໃດ​ສິ່ງ​ນຶ່ງ​ໃນ​ທໍານອງ​ນັ້ນ.
​ແຕ່​ຖ້າ​
ທ່ານ​ຮູ້​ວ່າ​ ມັນ​ກໍາລັງ​ເກີດ​ຂຶ້ນ ມັນ​ກໍ​ເປັນເລຶ່ອງທີ່​ໜ້າ​ສົນ​ໃຈແທ້ໆ.

ມັນ​ເປັນ​ເລື່​ອງທີ່ໜ້າ​ສົນ​ໃຈ ສ່ວນ​ນຶ່ງ​ນັ້ນ ກໍ​ຍ້ອນ​ວ່າ​ມັນ​ຫາ​ເບິ່ງ​ໄດ້ຍາກຫຼາຍເພາະວ່າ ດົນດົນ
ມັນ​ຈຶ່ງ​ເກີດ​ຂຶ້ນ​ເທື່ອ​ນຶ່ງ. ປາກົດການດາວ​ພະສຸ​ກໂຄຈອນ​ຜ່ານ​ກາຍໜ້າ​ພະ​ອາທິດນັ້ນ ຈະ​ເກີດ​
ຂຶ້ນ​ເປັນຄູ່​ ຄື​ຈະ​ເກີດ​ຂື້ນ​ສອງ​ເທື່ອໃນ​ເວລາໃກ້ໆກັນ​ ​ຫາກແຕ່​ວ່າ​ປາກົດການແຕ່ລະ​ຄູ່​ນັ້ນ ຈະ​
ຫ່າງ​ກັນ ຫຼາຍ​ກວ່າ​ນຶ່ງສັດຕະ​ວັດ ຫຼື​ນຶ່ງ​ຮ້ອຍປີ. ການ​ໂຄຈອນ​ຜ່ານ​ກາຍໜ້າ​ພະ​ອາທິດຂອງ
​ດາວ​ພະສຸ​ກ ທີ່​ກໍາລັງ​ຈະ​ເກີດ​ຂຶ້ນ​ໃນ​ມື້​ອື່ນ​ມື້ຮື​ນີ້ ​ເປັນ​ຄູ່​ຂອງ​ປາກົດການ​ທີ່​ເກີດ​ຂຶ້ນໃນປີ 2004
ທີ່ໄດ້​ສ້າງ​ຄວາມ​ຕື່ນ​ເຕ້ນ​ໃຫ້​ແກ່​ປະຊາຊົນ​ໃນ​ທົ່ວ​ໂລກ ​ໂຮມ​ທັງທ່ານ DeVorkin ທີ່ອະທິບາຍ​ວ່າ:

ຖ້າ​ຫາກ​ພວກ​ເຮົາ​ເບິ່ງ​ຕາ​ເວັນ​ຢ່າງ​ປອດ​ໄພ​ແລ້ວ ​ເຮົາ​ຈະ​ເຫັນ​ຈຸດ​ນຶ່ງ​ຢູ່​ຂອບ​ດວງ​ຕາ​ເວັນ
ຊຶ່ງມີ​ຂະໜາດ​ປະມານ ນຶ່ງ ສ່ວນ 30 ຂອງ​ຈານ​ດວງ​ຕາ​ເວັນ ​ແລະ​ໃນ​ໄລຍະເວລາ​ຜ່ານ​ໄປ
ສອງ​-ສາ​ມຊົ່ວ​ໂມງ ມັນ​ກໍຈະຄ່ອຍໆເຄື່ອນຜ່ານ​ໜ້າ​ດວງ​ຕາ​ເວັນ ​ໄປ​ເລື້ອຍໆ ຈົນ​ຜ່າ​ນ​
ເລີຍ​ອອກ​ໄປ.”

​ທ່ານ Devorkin ​ໃຫ້​ຂໍ້​ສັງ​ເກດ​ອີກ​ວ່າ ຫຼັກ​ສໍາຄັນກໍ​ຄື​ໃຫ້ເບິ່ງ​ຢ່າງປອດ​ໄພ ຄື​ບໍ່​ຄວນ​ຈ້ອງຕາ​
ເບິ່ງ​ຕາ​ເວັນ​ໂດຍ​ກົງ ແຕ່ໃຫ້ໃຊ້​ແວ່ນຕາກັນ​ແດດ ​ແລະ​ກ້ອງ​ໂທລະທັດ ​ທີ່​ມີ​ແຜ່ນກອງ​ແສງ
ບໍ່​ໃຫ້​ເຫຼື້ອມຕາ.

​ໃນ​ຂະນະ​ທີ່​ປະຊາຊົນ​ບາງ​ຄົນໃນ​ສັດຕະວັດ​ນີ້ພາກັນຕື່ນ​ເຕ້ນ​ກັບ​ປາກົດການ​ດັ່ງກ່າວ ບັນດາ​
ນັກ​ວິທະຍາສາດ​ໃນ​ຫຼາຍສັດຕະວັດ​ຜ່ານ​ມາ ​ໄດ້​ໃຊ້​ປາກົດການ​ນີ້​ ເປັນ​ຄໍາ​ຕອບ​ຕໍ່​ຄໍາ​ຖາມ
​ຕ່າງໆ​ກ່ຽວ​ກັບ​ລະບົບ​ສຸລິຍະ​ຈັກກະວານ. ທ່ານ Devorkin ກ່າວ​ວ່າ

ບັນດາ​ນັກ​ດາາສາດ​ທັງຫຼາຍ ​ໄດ້​ຮຽນຮູ້​ໃນ​ສັດຕະວັດ​ທີ່ 17 ວ່າ ຖ້າ​ເຮົາ​ສາມາດ​
ກໍາໜົດ​ເວລາ
ການ​ໂຄຈອນ​ຜ່ານ​ກາຍໜ້າ​ພະ​ອາທິດຂອງ​ດາວ​ພະສຸ​ກນີ້ ໄດ້ຢ່າງ​ທ່ຽງ​
ກົງ​ ​ແລະ​
ສາມາດ​ຈັບເວລາ​ໄດ້​ຢ່າງ​ຖືກຕ້ອງ​ທີ່​ສຸດ​ເທົ່າ​ຈະ​ເຮັດ​ໄດ້​ຈາກ​ສອງ​​ເຂດ ທີ່​ຢູ່​​ໄກ
​ກັນ​ຄົນ
​ລະ​ຟາກ​ໂລກ​ນັ້ນ ​ເຮົາ​ກໍອາດສາມາດ​ໃຊ້​ກໍາໜົດ​ເວລາ​ທີ່​ແຕກ​ຕ່າງ​ກັນສອງ​ອັນ
​ນັ້ນ
ມາຄໍານວນ​ຈາກສາມ​ດ້ານ​ເພື່ອ​​ໃຫ້​ຮູ້​ວ່າ​ ພວກ​ເຮົາ​ຢູ່​ຫ່າງ​ໄກ​ສໍ່າ​ໃດຈາກ​ດວງ​ຕາ
​ເວັນ
​ແລະນັ້ນ​ຄື​ຄໍາ​ຖາມ​ພື້ນຖານ​ຂໍ້​ນຶ່ງ.

ບັນດາ​ນັກວິທະຍາສາດ ນັກ​ດາລາສາດ ​ແລະ​ນັກ​ຜະຈົນ​ໄພ ​ໂຮມ​ທັງກັບຕັນ James Cook
ນັກ​ສໍາ​ຫຼວດຊາວ​ອັງກິດ​ທີ່​ມີ​ຊື່​ສຽງ ​ໄດ້​ເລິ່ມການ​ເດີນທາງ​ເພື່ອ​ສໍາ​ຫຼວດ ​ແລະ​ເກັບ​ກໍາ​ຂໍ້​ມູນ
​ຕ່າງໆກ່ຽວ​ກັບ​ການ​ໂຄຈອນ​ຜ່ານ​ກາຍໜ້າ​ພະ​ອາທິດ ເປັນຄູ່​ກັນຂອງ​ດາວ​ພະສຸ​ກນີ້ ໃນ​ຊຸມ
​ປີ 1760.

ຫລັງ​ຈາກ​ປາກົດການ​ໃນ​ປີ​ນີ້​ແລ້ວ ​ເທື່ອ​ໜ້າ​ທີ່ດາວ​ພະສຸ​ກຈະ​ວຽນມາ ໂຄຈອນ​ຜ່ານ​ກາຍໜ້າ​
ພະ​ອາທິດອີກ ກໍ​ແມ່ນ​ໃນ​ປີ 2117 ພຸ້ນ.

ໝາຍເຫດຈາກບັນນາທິການ: ປາກົດການນີ້ຈະເກີດຂຶ້ນໃນວັນອັງຄານ ຢູ່ສະຫະລັດ ເວລາ
2209 ຕາມເວລາສາກົນ ຫລື 6:09 ໂມງແລງ ໄປຫາຕາເວັນຕົກດິນ. ສ່ວນຢູ່ແຖວເອເຊຍ
ຕາເວັນອອກສຽງໃຕ້ ຫລືປະເທດລາວ ຈະແມ່ນຕັ້ງແຕ່ຕາເວັນຂຶ້ນ ຫລືປະມານ 5:09 ຕອນ
ເຊົ້າ
ຂອງວັນທີ 6 ມີຖຸນາ ໄປຈົນໝົດເວລາ ຄື ປະມານ 6 ຊົ່ວໂມງເຄິ່ງ ຕາມແຜ່ນທີ່ຂ້າງລຸ່ມນີ້.
ສະນັ້ນ ທ່ານຍັງມີເວລາໄດ້ເບິ່ງຢູ່ ແຕ່ຢາລືມໃຊ້ແວ່ນຕາທີ່ມີສິ່ງກັນແສງແດດກ້າ ເພື່ອຄວາມ
ປອດໄພ..

ເບິ່ງລາຍງານວີດີໂອອີກເລື້ອງນຶ່ງ ກ່ຽວກັບການໂຄຈອນມາຜ່ານໜ້າພະອາທິດ
ຂອງດາວພະສຸກ:

XS
SM
MD
LG