ໃນວັນທີ 5 ແລະທີ 6 ມິຖຸນາ ຜ່ານມານີ້ ປະຊາຊົນຢູ່ໃນທົ່ວໂລກພາກັນເອົາກ້ອງສ່ອງດູດາວ ຫຼືກ້ອງໂທລະທັດຂອງຕົນອອກມາຕັ້ງ ເພື່ອເບິ່ງປະ ກົດການທາງທຳມະຊາດ ທີ່ຈະບໍ່ມີໂອກາດໄດ້ເຫັນກັນອີກ ເປັນເວລາດົນ ກວ່ານຶ່ງສັດຕະວັດ ນັ້ນກໍຄືປະກົດການດາວພະສຸກ ໂຄຈອນຜ່ານກາຍໜ້າດວງຕາເວັນ.
ພວກສິ້ງຊອມເບິ່ງທ້ອງຟ້າທັງຫຼາຍ ໄດ້ໄປເຕົ້າໂຮມກັນຢູ່ນອກບໍລິເວນຫໍພິພິດທະພັນ
ອາກາດແລະອະວະກາດແຫ່ງຊາດ Smithsonian ທີ່ກຸງວໍຊິງຕັນ ນະຄອນຫຼວງຂອງ
ສະຫະລັດ ມີຄວາມກະຕືລືລົ້ນຢາກເຫັນການໂຄຈອນຜ່ານໜ້າດວງຕາເວັນຂອງດາວ
ພະສຸກ ຫຼືວີນັສນັ້ນ.
ຫໍພິພິດທະພັນດັ່ງກ່າວ ໄດ້ໃຫ້ຜູ້ເບິ່ງຊົມຢືມກ້ອງໂທລະທັດ. ພວກປະຊາຊົນພາກັນໃສ່ແວ່ນຕາປ້ອງກັນພິເສດ ເພື່ອເຂົາເຈົ້າຈະສາມາດຈ້ອງເບິ່ງຕາເວັນ ໂດຍກົງໄດ້.
ແຕ່ປະກົດວ່າໄດ້ມີເມກເຝື້ອປົກຄຸມທ້ອງຟ້າ ແທນທີ່ຈະໄດ້ເຫັນເງົາດຳໆ ຂອງດາວພະສຸກ ໂຄຈອນຜ່ານໜ້າດວງຕາເວັນນັ້ນ.
ພວກເບິ່ງທ້ອງຟ້າ ຢູ່ໃນພາກສ່ວນອື່ນໆຂອງໂລກ ກໍໂຊກດີແດ່ທີ່ໄດ້ເຫັນ ປະກົດການດັ່ງກ່າວ. ແຕ່ໃນທາງເທັກນິກແລ້ວ ການໂຄຈອນຂອງດາວພະສຸກຜ່ານໜ້າດວງຕາເວັນດັ່ງກ່າວນີ້ ແມ່ນສາມາດມອງເຫັນໄດ້ຈາກໝົດທັງເຈັດທະວີບ. ບັນດານັກສັງເກດການໃນອອສເຕຣເລຍ ໄດ້ປະສົບຜົນສໍາເລັດໃນລະດັບໃດລະດັບນຶ່ງ ດັ່ງຊາຍໜຸ່ມຄົນນຶ່ງຢູ່ນະຄອນ Sydney ປະເທດອອສເຕຣເລຍ ອະທິບາຍສູ່ຟັງວ່າ
“ເຮົາຈະສາມາດມອງເຫັນ ຮູບວົງມົນສີໝາກກ້ຽງຈາງໆ ແລະແລ້ວກໍປະກົດເຫັນຈຸດດໍານ້ອຍໆນໍາ ຄືເຫັນແຕ່ພຽງເຄິ່ງນຶ່ງເທົ່ານັ້ນ ແຕ່ກໍໄດ້ເຫັນຢູ່.
ແຕ່ ທີວທັດທີ່ເຫັນຈາກອະວະກາດໃນຄັ້ງນີ້ ນັບວ່າເປັນປະກົດການທີ່ຫາເບິ່ງໄດ້ຍາກແທ້ໆ.