ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ນະຄອນນິວຢອກ ຈະເປີດສູນກາງ ການຄົມມະນາຄົມ ຢູ່ໃກ້ ກັບ World Trade Center


ນັກສະຖາປະນິກຄົນ ສເປນ ທ່ານ Santiago Calatrava ຢືນຖ່າຍຮູບ ໃນລະກວ່າງ ການທ່ຽວຊົມຂອງສື່ມວນຊົນ ໃນ ສູນກາງ ການຄົມມະນາຄົມ World Trade Center transportation ໃນນະຄອນ ນິວຢອກ.
ນັກສະຖາປະນິກຄົນ ສເປນ ທ່ານ Santiago Calatrava ຢືນຖ່າຍຮູບ ໃນລະກວ່າງ ການທ່ຽວຊົມຂອງສື່ມວນຊົນ ໃນ ສູນກາງ ການຄົມມະນາຄົມ World Trade Center transportation ໃນນະຄອນ ນິວຢອກ.

ນະຄອນ ນິວຢອກ ໄດ້ບັນລຸເຫດການອັນສຳຄັນອີກຄັ້ງໜຶ່ງ ໃນ ຄວາມ ພະຍາຍາມທີ່ຈະບູລະນະສ້າງຄືນ ບໍລິ​ເວນຕຶກສູນກາງການ ຄ້າໂລກ ຫຼື World Trade Center ຫຼັງຈາກການໂຈມຕີກໍ່ການ ຮ້າຍ​ໃນ​ວັນ​ທີ 11 ກັນຍາ ປີ 2001 ດ້ວຍການເປີດສູນກາງການ ຄົມມະນາຄົມທີ່ມີມູນຄ່າ 4 ພັນລ້ານໂດລາ.

ນັກສະຖາປະນິກຄົນ ສເປນ ທ່ານ Santiago Calatrava ໄດ້ ອອກແບບສະຖານທີ່ດ້ວຍເຫຼັກສີຂາວເປັນດິ້ວ ແລະ ແກ້ວ​ໂດ່​ງຂຶ້ນ ຈາກພື້ນດິນ ໃກ້ກັບບ່ອນທີ່ມີຕຶກແຝດເຄີຍຕັ້ງຢູ່.

ມັນປະສົມປະສານດ້ວຍຫ້າງຂາຍເຄື່ອງ ພ້ອມກັບ ສະຖານີລົດໄຟ ໂດຍສານທີ່ລວມມີສະຖາລົດໄຟທີ່ເຊື່ອມຕໍ່ໄປກັບລົດໄຟໃຕ້ດິນ 11 ສາຍ.

ສູນກາງດັ່ງກ່າວໄດ້ກາຍກຳນົດການກໍ່ສ້າງມາດົນ ແລະ ເກີນງົບປະມານ, ດ້ວຍແຜນການຂອງ ທ່ານ Calatrava ທຳອິດທີ່ໄດ້ປະກາດ ອອກມາໃນ ປີ 2004 ແລະ ຄາດວ່າຈະສຳເລັດໃນປີ 2009 ພ້ອມ ລາຄາການກໍ່ສ້າງ 2 ພັນລ້ານໂດລາ. ມູນຄ່າການກໍ່ສ້າງສຸດທ້າຍແມ່ນເທົ່າທຽມ ກັບລາຄາຂອງຕຶກ One World Trade Center, ເປັນສູນກາງທີ່ຄົດຄ້ຽວມີລວງສູງ 540 ແມັດ ເຊິ່ງຕອນນີ້ຕັ້ງຢູ່ສະ ຖານທີ່ດັ່ງກ່າວ.

ຂັ້ນຕອນການກໍ່ສ້າງໄດ້ຊັກຊ້າຍ້ອນສິ່ງທ້າທາຍຕ່າງໆຂອງການເຮັດວຽກໃນ ສະຖານທີ່ ທີ່ ອ້ອມຮອບໂດຍໂຄງການກໍ່ສ້າງອື່ນໆ, ລວມທັງຕຶກ One World Trade Center, ອານຸສາ ວະລີ 11 ກັນຍາ ແລະ ຫໍພິພິດທະພັນ ແລະ ອີກ 3 ຕຶກອື່ນໆທີ່ປະຊາຊົນຈະສາມາດເຂົ້າຫາໄດ້ ຈາກສູນກາງຄົມມະນາຄົມນີ້.

XS
SM
MD
LG