ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ໝໍ້​ແປງ​ໄຟ​ຟ້າ ລະ​ບົບ​ປ້ອງ​ກັນ​ໄພ​ທາງ​ອາ​ກາດ ແມ່ນສິ່ງ​​ທີ່ຕ້ອງ​ການ​​ຢ່າງ​ຮີບ​ດ່ວນ ຢູ​ເຄ​ຣນ ກ່າວ​ຕໍ່​ລັດ​ຖະ​ມົນ​ຕີ ທີ່​ໄປ​ຢ້ຽມ​ຢາມ


ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຢູ​ເຄ​ຣນ ທ່ານ​ດະ​ມີ​ໂຕ​ຣ ຄູ​ເລ​ບາ ກ່າວ​ຄຳ​ປາ​ໄສ ໃນ​ຖະ​ແຫຼງ​ການ​ຮ່ວມ ​ຂອງ​ລັ​ດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຈາກ 7 ປະ​ເທດ​ເຂດ​ນໍ​ດິກ ແລະ​ທະ​ເລ​ບາ​ລ​ຕິກ ທ່າມ​ກາງ​ການ​ໂຈມ​ຕີ​ຂອງ​ຣັດ​ເຊຍ ຕໍ່​ຢູ​ເຄ​ຣນ​ ທີ່​ນະ​ຄອນ​ຫຼວງ​ກີ​ຢິບ ເມື່ອ​ວັນ​ທີ 28 ພະ​ຈິກ 2022.
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຢູ​ເຄ​ຣນ ທ່ານ​ດະ​ມີ​ໂຕ​ຣ ຄູ​ເລ​ບາ ກ່າວ​ຄຳ​ປາ​ໄສ ໃນ​ຖະ​ແຫຼງ​ການ​ຮ່ວມ ​ຂອງ​ລັ​ດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຈາກ 7 ປະ​ເທດ​ເຂດ​ນໍ​ດິກ ແລະ​ທະ​ເລ​ບາ​ລ​ຕິກ ທ່າມ​ກາງ​ການ​ໂຈມ​ຕີ​ຂອງ​ຣັດ​ເຊຍ ຕໍ່​ຢູ​ເຄ​ຣນ​ ທີ່​ນະ​ຄອນ​ຫຼວງ​ກີ​ຢິບ ເມື່ອ​ວັນ​ທີ 28 ພະ​ຈິກ 2022.

ລັດ​ຖະ​ມົນ​ຕີ​ການ​ຕ່​າງ​ປະ​ເທດຢູ​ເຄ​ຣນ ທ່ານ​ດະ​ມີ​ໂຕ​ຣ ຄູ​ເລ​ບາ ກ່າວ​ຕໍ່​ກອງ​ປະ​ຊຸມບັນ​ດາ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ ຂອງ 7 ປະ​ເທດ​ຈາກ​ເຂດ​ນໍ​ດິກ ແລະ​ທະ​ເລ​ບາ​ລ​ຕິກ ໃນ​ວັນ​ຈັນ​ວານນີ້​ວ່າ ປະ​ເທດ​ຂອງ​ທ່ານ​ຕ້ອງ​ການ​ໝໍ້​ແປງ​ໄຟ​ຟ້​າ ແລະ​ລະ​ບົບ​ປ້ອງ​ກັນ​ໄພ​ທາງ​ອາ​ກາດ​ທີ່​ດີ​ຂຶ້ນເພື່ອ​ຂັດ​ຂວາງ​ການ​ໂຈມ​ຕີ​ຕໍ່​ພື້ນ​ຖານ​ໂຄງ​ລ່າງ​ດ້ານ​ພະ​ລັງ​ງ​ງານ​ຂອງ​ປະ​ເທດ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ຣອຍ​ເຕີ້.

ທ່ານ​ຄູ​ເລ​ບາ​ແມ່ນ​ຫ້ອມ​ລ້ອມ​ໂດຍ​ເຈົ້າ​ໜ້າ​ທີ່​ຈາກ​ປະ​ເທດ​ແອັ​ສ​ທົວ​ເນຍ ຟິນ​ແລນ ໄອ​ຊ໌​ແລນ ລັດ​ເວຍ ລີ​ທົວ​ເນຍ ນໍ​ເວ ແລະ​ສະ​ວີ​ເດັນ ກ່ອນ​ໜ້າ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ​ຂອງ​ອົງ​ການ​ພັນ​ທະ​ມິດ​ເນ​ໂຕ້ ທີ່​ນະ​ຄອນ​ບູ​ຄາແຣັດ ໃນ​ວັນ​ອັງ​ຄານ ແລະ​ວັນ​ພຸດນີ້.

“ເພື່ອ​ຟື້ນ​ຟູ​ລະ​ບົບ ​ພວກ​ເຮົາ​ຈຳ​ເປັນ​ຕ້ອງ​ໄດ້​ມີສອງ​ຢ່າງ” ທ່ານ​ຄູ​ເລ​ບາ ໄດ້ກ່າວ​ຕໍ່​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ ໃນ​ຂະ​ນະ​ທີ່​ພວກ​ຄົນ​ງານ​ດ້ານ​ສາ​ທາ​ລະ​ນຸ​ປະ​ໂພກ​ໃນ​ຢູ​ເຄ​ຣນ ຊອກ​ຫາ​ທາງ​ທີ່​ຈະ​ຟື້ນ​ຟູ​ລະ​ບົບ​ໄຟ​ຟ້າ​ແລະ​ການ​ບໍ​ລິ​ການ​ຕ່າງໆ ລຸນ​ຫຼັງ​ການ​ໂຈມ​ຕີ​ຮອບ​ຫຼ້າ​ສຸດ​ຂອງ​ຣັດ​ເຊຍ ໃນ​ອາ​ທິດ​ແລ້ວນີ້.

“ພວກ​ເຮົາ​ຕ້ອງ​ການ​ໝໍ້​ແປງ​ໄຟ​ຟ້າ. ນີ້​ແມ່ນ​ອົງ​ການ​ປະ​ກອບ​ທີ່​ໃຫຍ່​ທີ່​ສຸດ ​ຂອງ​ພື້ນ​ຖານ​ໂຄງ​ລ່າງ​ດ້ານ​ພະ​ລັງ​ງານທີ່​ຈະ​ຕ້ອງ​ໄດ້​ຮັບ​ການ​ສ້ອມ​ແປງ ແລະ​ພວກ​ເຮົາ​ກໍ​ຕ້ອງ​ການ​ລະ​ບົບ​ປ້ອງ​ກັນ​ໄພ​ທາງ​ອາ​ກາດ ທີ່​ຈະ​ອຳ​ນວຍ​ໃຫ້​ພວກ​ເຮົາ​ສາ​ມາດ​ຍິງ​ລູກ​ສອນ​ໄຟ​ຂອງ​ຣັດ​ເຊຍ​ ທີ່​ແນ​ເປົ້າ​ໝາຍ​ໃສ່​ພື້ນ​ຖານ​ໂຄງ​ລ່າງ.”

ແລະ ​ທ່ານ​ກ່າວ​ຕື່ມ​ວ່າ “ແຕ່​ມັນ​ກໍ​ມີ​ຄວາມ​ສຳ​ຄັນ​ເຊັ່ນ​ດຽວ​ກັນ ທີ່​ຈະ​ມີ​ຄະ​ນະ​ຜູ້​ແທນ​ແບບນີ້ ຢູ່​ໃນ​ຢູ​ເຄ​ຣນ… ສຳ​ລັບ​ເພື່ອນ​ຮ່ວມ​ງານ​ຂອງ​ພວກ​ເຮົາ, ຂອບ​ໃຈ.”

ບັນ​ດາ​ລັດ​ຖະ​ມົນ​ຕີ​ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມຫຼັງ​ຈາກ​ການ​ເຈ​ລະ​ຈາ​ທີ່​ຮຽກ​ຮ້ອງ​ໃຫ້​ມີ​ການ​ດຳ​ເນີນ​ຄວາມ​ພະ​ຍາ​ຍາມ​ ເພື່ອ​ປັບ​ປຸງ​ລະ​ບົບ​ປ້ອງ​ກັນ​ໄພ​ທາ​ອາ​ກາດ​ຂອງ​ຢູ​ເຄ​ຣນ. ພວກ​ທ່ານ​ກ່າວ​ວ່າ ອະ​ທິ​ປະ​ໄຕ ​ແລະ​ຖາ​ນະ​ທີ່​ເທົ່າ​ທຽມ​ກັນ​ຂອງ​ທຸກ​ປະ​ເທດ ຈະ​ຕົກ​ຢູ່​ພາຍ​ໃຕ້​ການ​ຂົ່ມ​ຂູ່ ນອກ​ຈາກວ່າ​ຣັດ​ເຊຍ​ຕ້ອງ​ໄດ້​ປະ​ເຊີນ​ໜ້າ​ກັບ​ການ​ຕອບ​ໂຕ້​ທີ່​ເຂັ້ມ​ແຂງ ໃນ​ການ​ໂຈມ​ຕີ​ຂອງ​ພວກ​ເຂົາ.

ກ່ອນ​ໜ້ານີ້ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ​ແອັ​ສ​ທົວ​ເນຍ ທ່ານ​ເອີ​ມາສ ໄຣ​ຊາ​ລູ (Urmas Reinsalu) ກ່າວ​ຕໍ່​ອົງ​ການ​ຂ່າວ​ຣອຍ​ເຕີ້ ໃນ​ການ​ໃຫ້​ສຳ​ພາດ​ວ່າ ປະ​ເທດ​ຕາ​ເວັນ​ຕົກ​ຈຳ​ເປັນ​ຕ້ອງ​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ເພີ້ມ​ຂຶ້ນ​ແກ່​ຢູ​ເຄ​ຣນ.

ທ່ານ​ໄຣ​ຊາ​ລູ ກ່າວ​ວ່າ “ຂ່າວ​ທີ່​ແຂງ​ຂັນ​ທີ່​ສຸດ​ທີ່​ໄດ້​ຮັບ​ຈາ​ກ​ການ​ຢ້ຽມ​ຢາມ​ໃນ​ຄັ້ງ​ນີ້ ກໍ​ແມ່ນຢູ​ເຄ​ຣນ​ຕ້ອງ​ໄດ້​ຊ​ະ​ນະ​ສົງ​ຄາມນີ້ ແລະ​ດັ່ງ​ນັ້ນການ​ໃຫ້​ຄວາມ​ສະ​ໜັບ ສະ​ໜຸນຂອງ​ປະ​ເທດ​ຕາ​ເວັນ​ຕົກ​ ກໍ​ຄວນ​ຈະ​ເຂັ້ມ​ແຂງ​ຂຶ້ນ​ຕື່ມ ມີ​ອາ​ວຸດ​ໜັກ​ເພີ້ມ​ຂຶ້ນ ໂດຍ​ປາ​ສະ​ຈາກ​ເງື່ອນ​ໄຂ​ທາງ​ດ້ານ​ການ​ເມືອງ ແລະ​ໃຫ້​ຮວມ​ທັງ​ລູກ​ສອນ​ໄຟ​ທີ່​ຍິງ​ໄດ້​ໃນ​ໄລ​ຍະ​ໄກ​ນຳ​ດ້ວຍ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG