ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ລັດ​ ໂອນ​ເຮ​ລີ​ຄອ​ບ​ເຕີ້ ທີ່​ຊື້​ໃຫ້​ອັ​ຟ​ການິ​​ສ​ຖານ ໄປ​ໃຫ້​ແກ່​ຢູ​ເຄ​ຣນ


ແຟ້ມ - ທະ​ຫານ​ອັ​ຟ​ກາ​ນິ​ສ​ຖານ ຍ່າງ​ຜ່ານ​ເຮືອ​ບິນ​ເຮ​ລີ​ຄອບ​ເຕີ້ Mi-17 ທີ່​ສະ​ໜາມ​ບິນ​ນະ​ຄອນ​ຫຼວງ​ກາ​ບູ​ລ ເມື່ອ​ວັນ​ທີ 17 ມັງ​ກອນ 2008.
ແຟ້ມ - ທະ​ຫານ​ອັ​ຟ​ກາ​ນິ​ສ​ຖານ ຍ່າງ​ຜ່ານ​ເຮືອ​ບິນ​ເຮ​ລີ​ຄອບ​ເຕີ້ Mi-17 ທີ່​ສະ​ໜາມ​ບິນ​ນະ​ຄອນ​ຫຼວງ​ກາ​ບູ​ລ ເມື່ອ​ວັນ​ທີ 17 ມັງ​ກອນ 2008.

ສະ​ຫະ​ລັດ​ມອບ​ເຮືອ​ບິນ​ເຮ​ລີ​ຄອບ​ເຕີ້ ມີ-17 (Mi-17) ຈຳ​ນວນ 16 ລຳ​ທີ່​ສະ​ຫະ​ລັດ​ໄດ້​ຈັດ​ຊື້​ໃຫ້​ອັ​ຟ​ກາ​ນິ​ສ​ຖານ ອີງ​ຕາມ​ຄຳ​ເວົ້າ​ຂອງ​ພະ​ແນກ​ການ​ຂອງ​ລັດ​ຖະ​ບານ​ສະ​ຫະ​ລັດ ​ທີ່​ຕິດ​ຕາມ​ເບິ່ງ​ສະ​ຖາ​ນະ​ການ​ໃນ​ອັ​ຟ​ກາ​ນິ​ສ​ຖານ ໃນ​ວັນ​ພຸດ​ວານນີ້.

ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ໄດ້​ແຈ້ງ​ໃຫ້​ລັດ​ຖະ​ສະ​ພາ​ຊາບ ໃນ​ເດືອນ​ມັງ​ກອນ​ຜ່ານ​ມາ​ວ່າ ຕົນ​ມີ​ຄວາມ​ຕັ້ງ​ໃຈ​ທີ່​ຈະ​ມອບ​ເຮືອ​ບິນ​ເຮ​ລີ​ຄອບ​ເຕີ້ ​ທີ່​ສ້າງ​ໂດຍ​ຣັດ​ເຊຍ​ຈຳ​ນວນ 5 ລຳ ທີ່​ສົ່ງ​ໄປກວດ​ແລະ​ບຳ​ລຸງ​ຮັກ​ສາ ​ຢູ່​ຕາມ​ສະ​ຖານ​ທີ່​ຕ່າງໆ​ໃນ​ປະ​ເທດ​ຢູ​ເຄ​ຣນ.

ຜູ້ກວດ​ກາ​ພິ​ເສດ​ກ່ຽວ​ກັບ​ການ​ບູ​ລະ​ນະ​ສ້າງ​ສາ​ອັ​ຟ​ກາ​ນິ​ສ​ຖານ ຫຼື SIGAR ​ໃຫ້​ຂໍ້​ສັງ​ເກດ​ໃນ​ລາຍ​ງານ​ປະ​ຈຳ​ສາມ​ເດືອນ ທີ່​ສົ່ງ​ໄປ​ໃຫ້​ສະ​ມາ​ຊິກ​ສະ​ພາ​ໃນ​ອາ​ທິດນີ້ ກ່າວ​ວ່າ “ຢູ​ເຄ​ຣນ​ຮັບ​ເອົາ​ອຸບ​ປະ​ກອນ​ດ້ານ​ປ້ອງ​ກັນ​ປະ​ເທດ​ເຫຼົ່າ​ນີ້​ໃນ​ວັນ​ທີ 11 ມີ​ນາ.”

ລາຍ​ງານ​ກ່າວ​ເພີ້ມ​ວ່າ “ໃນ​ກາງ​ເດືອນ​ເມ​ສານີ້ ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນ​ໄດ້​ປະ​ກາດ​ໂຄງ​ການ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ທາງ​ທະ​ຫານ​ແກ່​ຢູ​ເຄ​ຣນ ທີ່​ຮວມ​ທັງ​ເຮືອ​ບິນ​ເຮ​ລີ​ຄອບ​ເຕີ້ ມີ-17 ຈຳ​ນວນ​ຕື່ມ​ອີກ 11 ລຳ​ທີ່​ມີ​ກຳ​ນົດ​ຈະ​ຈັດ​ສົ່ງ​ໄປ​ໃຫ້​ອັ​ຟ​ກາ​ນິ​ສ​ຖານ.”

​ເຮ​ລີ​ຄອບ​ເຕີ້ ມີ-17 ສ່ວນ​ໃຫຍ່​ແລ້ວ​ແມ່ນ​ໃຊ້​ເພື່ອ​ຂົນ​ສົ່ງ​ທະ​ຫານ​ແລະ​ອຸບ​ປະ​ກອນທາງ​ທະ​ຫານ​ຕ່າງໆ. ຢູ​ເຄ​ຣນ​ແມ່ນ​ນຶ່ງ​ໃນ​ສາ​ທາ​ລະ​ນະ​ລັດ​ເກົ່າ​ຂອງ​ສະ​ຫະ​ພາບ​ໂຊ​ຫວຽດ ຊຶ່ງ​ເປັນ​ປະ​ເທດ​ທີ່​ຮັບເປັນ​ບ່ອນ​ຜະ​ລິດ​ແລະ​ສ້ອມແປງ​ເຮືອ​ບິນ​ເຮ​ລີ​ຄອບ​ເຕີ້​ເຫຼົ່າ​ນີ້.

ໃນ​ລາຍ​ງານ​ທີ່​ອອກ​ໃນ​ສັບ​ປະ​ດານີ້ ອົງ​ການ SIGAR ຍັງ​ໄດ້​ໃຫ້​ການ​ຢືນ​ຢັນ​ຕໍ່​ລາຍ​ງານ​ຂ່າວ​ທີ່​ວ່າ ການ​ແຕກ​ຂອງ​ລັດ​ຖະ​ບານ​ອັ​ຟ​ກາ​ນິ​ສ​ຖານ ທີ່​ໄດ້​ຮັບ​ການ​ໜຸນ​ຫຼັງ​ຈາກ​ປະ​ເທດ​ຕາ​ເວັນ​ຕົກ​ ເມື່ອ​ເດືອນ​ສິງ​ຫາ​ປີ​ກາຍ ໄດ້​ມອບ​ຫຼື​ເຂົ້າ​ເຖິງ​ອຸບ​ປະ​ກອນ​ຕ່າງໆ​ ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດ ໃຫ້​ແກ່​ລັດ​ຖະ​ບານ​ໃໝ່​ຂອງ​ກຸ່ມ​ຕາ​ລີ​ບານ ທີ່​ມີ​ມູນ​ຄ່າ​ຫຼາຍກວ່າ 7 ຕື້​ໂດ​ລາ.

ລາຍ​ງານ​ກ່າວ​ວ່​າ “ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດ ​ກະ​ປະ​ມານ​ວ່າ ມີອຸບ​ປະ​ກອນ​ຂອງ ANDSF ໃນ​ມູນ​ຄ່າ​ປະ​ມານ 7 ພັນ 120 ລ້ານ​ໂດ​ລາ ຍັງ​ຢູ່​ໃນ​ອັ​ຟ​ກາ​ນິ​ສ​ຖານ ໃນ​ສະ​ພາບ​ທີ່​ຢູ່​ໃນ​ການ​ສ້ອມ​ແປງ​ຫຼາຍ​ລະ​ດັບ ເວ​ລາ​ກຳ​ລັງ​ສະ​ຫະ​ລັດ​ຖອນ​ໂຕ​ອອກ​ຈາກ​ອັ​ຟ​ກາ​ນິ​ສ​ຖານ​ ໃນ​ເດືອນ​ສິງ​ຫາ​ປີ 2021” ຊຶ່ງ​ໝາຍ​ເຖິງ​ອະ​ດີດກອງ​ທັບ​ແຫ່ງ​ຊ​າດ​ແລະ​ກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບ​ອັ​ຟ​ກາ​ນິ​ສ​ຖານ​ທີ່​ໄດ້​ຮັບ​ເງິນ​ສະ​ໜັບ​ສະ​ໜຸນ​ຈາກ​ສະ​ຫະ​ລັດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG