ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ເຄື່ອງຈັກ ສອງໝາກ​ປິ່ນ ຂອງເຮືອບິນ TransAsia ຕາຍ ກ່ອນຈະຕົກ


ພາບເຮືອບິນ ຂອງສາຍການບິນ TransAsia ຕົກ ຈາກກ້ອງ ທີ່ຕິດຕັ້ງຢູ່ໜ້າລົດ ໄດ້ບັນທຶກໄວ້ ໃນລະຫວ່າງເກີດເຫດ.
ພາບເຮືອບິນ ຂອງສາຍການບິນ TransAsia ຕົກ ຈາກກ້ອງ ທີ່ຕິດຕັ້ງຢູ່ໜ້າລົດ ໄດ້ບັນທຶກໄວ້ ໃນລະຫວ່າງເກີດເຫດ.

ບັນດາ​ນັກ​ສືບສວນ​ສອບ​ສວນ​ ກ່າວໃນ​ວັນ​ສຸກ​ມື້​ນີ້ ເຄື່ອງຈັກ
ສອງໝາກ​ປິ່ນ ຂອງເຮືອບິນສາຍ​ການບິນ TransAsia ທີ່​ໄດ້
​ເກີດ​ອຸບັດ​ເຫດ​ຕົກ ​ຢູ່​ໄຕ້​ຫວັນ ​ເມື່ອ​ວັນ​ພຸດ​ຜ່ານ​ມາ ຊຶ່ງ​ເຮັດ​ໃຫ້​
ມີ​ຜູ້​ເສຍ​ຊີວິດຢ່າງ​ນ້ອຍ 35 ຄົນນັ້ນ ​ແມ່ນບໍ່ສາມາດ​ ສະໜອງ
​ແຮງ​ສົ່ງຢ່າງພຽງພໍ ເພື່ອ​ໃຫ້ເຮືອບິນ ສາມາດບິນ​ຂຶ້ນສູ່ລະດັບໄດ້.​

ບັນດາ​ເຈົ້າໜ້າ​ທີ່ ຈາກ​ສະພາ​ຄວາມ​ປອດ​ໄພ​ການບິນ​ຂອງ
ໄຕ້​ຫວັນ ​ກ່າວ​ຖະ​ແຫລ​ງຕໍ່​ກອງ​ປະຊຸມ​ນັກຂ່າວ​ວ່າ ຫີບ​ບັນທຶກ​
ສຽງ ​ແລະ​ຂໍ້​ມູນ ​ໄດ້​ເປີດ​ເຜີຍ​ວ່າ ​ເຄື່ອງ​ຈັກ​ໝາກ​ປິ່ນ​ເບື້ອງ​ຂວາ
​ໄດ້ຕາຍ ຫຼື ບໍ່ເຮັດວຽກ 37 ວິນາທີ ຫຼັງຈາກ​ທີ່​ໄດ້​ບິນ​ຂຶ້ນ. ນັກ​ບິນ​
ຄົນ​ນຶ່ງ ຕໍ່​ມາ​ໄດ້​ຕັ້ງ​ໃຈມອດເຄື່ອງ​ຈັກ​ໝາກ​ປິ່​ນ ​ເບື້ອງ​ຊ້າຍ​ລົງ​ ​
ແລ້ວໄດ້​ພະຍາຍາມ​ ທີ່​ຈະ​ຕິດ​ຈັກ​ຄືນ. ​ແຕ່​ເຮືອບິນໄດ້​ຕົກ​ກ່ອນທີ່ ​ພວກ​ນັກ​ບິນ ​ຈະສາມາດ
​ຕິດ​ຈັກ​ຄືນໄດ້. ການ​ບັນທຶກ​ຂອງ​ບັນດາ​ພະນັກ​ງານຫໍ​ຄວບ​ຄຸມ​ອາກາດ ​ໄດ້​ບົ່ງ​ບອກເຖິງ​
ຄຳເວົ້າຄັ້ງສຸດ​ທ້າຍ ​ຂອງ​ນັກ​ບິນກ່ອນ​ເຮືອບິນ​ຈະ​ຕົກນັ້ນ ​ແມ່ນວ່າ “ຊ່ອຍແດ່ ຊ່ອຍ​ແດ່
ຈັກ​ລຸກໄໝ້ເປັນ​ໄຟ.”

ບັນດາ​ເຈົ້າໜ້າທີ່ ກ່າວ​ໃນ​ວັນ​ສຸກ​ມື້​ນີ້​ວ່າ ມັນ​ຍັງເປັນການໄວເກີນໄປທີ່ ​ຈະ​ລົງຄວາມເຫັນ
ໄດ້ ກ່ຽວກັບສາ​ເຫດ​ທີ່ພາໃຫ້​ເຄື່ອງ​ຈັກ​ຕາຍ.

ວີດີໂອທີ່ນຳອອກເຜີຍແຜ່ທາງອິນເຕີແນັດສະແດງໃຫ້ເຫັນວ່າ ຖ້ຽວບິນ 235 ບໍ່​ເທົ່າ​ໃດ​
ນາທີ​ ລຸນຫລັງທີ່ໄດ້​ຂຶ້ນ​ຈາກ​ສະໜາມ​ບິນ Songshan ໃນນະຄອນ Taipei ເມື່ອ​ວັນ​ພຸດ
​ຜ່ານມາ​ນີ້ ເພື່ອມຸ້ງໜ້າໄປສູ່ໝູ່​ເກາະ Kinmen ຂອງໄຕ້ຫວັນ ທີ່ຢູ່ຫ່າງໄກອອກໄປ ໃກ້ໆ
ກັບຈີນແຜ່ນດິນໃຫຍ່. ປີກ​ຊ້າຍ​ຂອງ​ເຮືອບິນ ເປັນມູມຕັ້ງ​ກັບ​ໜ້າດິນ ທີ່ເບິ່ງ​ຄື​ວ່າ ມັນ​ໄດ້
ຕັດ​ຜ່ານ​ໜ້າ​ຖະໜົນ​ໃຫຍ່​ທີ່​ຍົກ​ສູງຂຶ້ນມາ ​ແລະ​ລົດແທັກ​ຊີ ກ່ອນ​ທີ່ ຈະ​ຕົກລົງ​ໃສ່​ແມ່ນ້ຳ
Keelung. ເຈົ້າໜ້າທີ່ກ່າວວ່າມີ 15 ຄົນ ລອດ​ຊີວິດ​ມາ​ໄດ້ ຮວມທັງ​ເດັກນ້ອຍ​ຜູ້​ນຶ່ງ​.
ການປະຕິບັດງານຊອກຄົ້ນຫາ ແລະກູ້ໄພ ພວກທີ່ຫາຍສາບສູນອີກ 8 ຄົນ ຍັງດຳເນີນ
ຢູ່ຕໍ່ມາ.

ນີ້ແມ່ນອຸບັດເຫດຄັ້ງທີສອງ ຂອງເຮືອບິນ ATR-72 ຢູ່ໄຕ້ຫວັນ ໃນໄລຍະສອງປີ ທີ່
ຜ່ານມານີ້. ໃນເດືອນກໍລະກົດປີກາຍເຮືອບິນສອງໝາກ ປິ່ນ ທີ່ເຮັດໂດຍຝຣັ່ງຮຸ້ນ
ດັ່ງກ່າວ ລຳນຶ່ງ ກໍໄດ້ປະສົບອຸບັດເຫດຕົກ ໃນ ລະຫວ່າງທີ່ດິນຟ້າອາກາດປັ່ນປ່ວນ
ໃກ້ໆ ສະໜາມບິນ ທີ່ເກາະ Penghu ເຮັດໃຫ້ 48 ຄົນເສຍຊີວິດ.

TAIWAN PLANE CRASH VIDEO
please wait

No media source currently available

0:00 0:00:51 0:00

XS
SM
MD
LG