ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

TransAsia ​​ພົບ​ປະກັບ ​ຄອບຄົວພວກເຄາະ​ຮ້າຍ ເພື່ອ​ສົນທະນາ​ເລື້ອງການ​ຊົດ​ເຊີຍ


ຍາດຕິພີ່ນ້ອງຂອງພວກທີ່ໄດ້ຮັບເຄາະຮ້າຍ (ຊ້າຍລຸ່ມ) ໃນອຸບັດເຫດເຮືອບິນໂດຍສານ TransAsia Airways ຖ້ຽວບິນ 235 ຕົກ ທຳການໄຫວ້ພາວະນາ ຢູ່ແຄມຝັ່ງແມ່ນ້ຳ Keelung ໃນນະຄອນຫລວງ Taipei ປະເທດໄຕ້ຫວັນ, ວັນທີ 8 ກຸມພາ 2015.
ຍາດຕິພີ່ນ້ອງຂອງພວກທີ່ໄດ້ຮັບເຄາະຮ້າຍ (ຊ້າຍລຸ່ມ) ໃນອຸບັດເຫດເຮືອບິນໂດຍສານ TransAsia Airways ຖ້ຽວບິນ 235 ຕົກ ທຳການໄຫວ້ພາວະນາ ຢູ່ແຄມຝັ່ງແມ່ນ້ຳ Keelung ໃນນະຄອນຫລວງ Taipei ປະເທດໄຕ້ຫວັນ, ວັນທີ 8 ກຸມພາ 2015.

ໃນ​ວັນ​ອາທິດ​ມື້​ນີ້ ຜູ້ຕາງໜ້າສາຍ​ການບິນ TransAsia ​ໄດ້​ພົບ​ປະ
ກັບ ບັນດາ​ຄອບຄົວ​ຂອງພວກເຄາະ​ຮ້າຍ ຈາກ​ອຸບັດ​ເຫດ​ເຮືອບິນ
​ຕົກໃນ​ໄຕ້​ຫວັນ ເມື່ອ​ອາທິດ​ແລ້ວ​ນີ້ ເພື່ອ​ສົນທະນາ​ເລື້ອງການ
​ຊົດ​ເຊີຍ​.

​ໂຄສົກ​ຂອງ​ສາຍ​ການບິນ ກ່າວ​ວ່າ TransAsia ຈະ​ຈ່າຍ​ຄ່າເສຍ
​ຫາຍ ປະ​ມານ 38,000 ດອນ​ລາ ຕໍ່ຄົນ​ຜູ້​ເຄາະຮ້າຍຄົນ​ໜຶ່ງ ​ເພື່ອ​
ໃຊ້​ຈ່າຍໃນ​ການ​ຊາ​ປາ​ນະ​ກິດ​ສົບ.

​ມີ​ຢ່າງ​ນ້ອຍ 40 ຄົນ​ເສຍ​ຊີວິດ ​ແລະ 15 ຄົນ​ຖືກ​ຊ່ອຍ​ຊີວິດ​ອອກ
​ມາ​ໄດ້ ຈາກອຸບັດ​ເຫດ​ເຮືອບິນ​ຕົກດັ່ງກ່າວ. ຫຼາຍໆທີ​ມກູ້​ໄພ ກຳລັງ
​ຊອກ​ຫາ ອີກ 3 ຄົນ​ທີ່​ຍັງ​ຫາຍ​ສາບ​ສູນ ຢູ່​ໃນ​ແມ່ນ້ຳ Keelung.

ບັນດານັກ​ບິນຂອງ​ TransAsia ຜູ້​ທີ່ຂັບ​ເຮືອບິນໝາກ​ປິ່ນ​ ແບບ​ດຽວ​ກັນ​ກັບ​ເຮືອບິນ​ທີ່ຕົກ ​ເມື່ອ​ວັນພຸດ​ຜ່ານ​ມານັ້ນ ​ໄດ້​ເລີ້ມທຳ​ການ​ສອບ​ເສັງຄວາມ​ຊຳນານຄືນ​ໃໝ່ ​ໃນ​ວັນ​ເສົາ​ວານ​ນີ້ ຂະນະ​ທີ່​ບັນ​ດາ​ນັກ​ສືບສວນ​ສອບ​ສວນ ​ກວດ​ເບິ່ງ​ວ່າ ຄວາມ​ຜິດພາດຂອງນັກບິນ ​ໄດ້​ເປັນ​ປັດ​ໄຈເຮັດ​ໃຫ້​ຍົນ​ຕົກຫຼືບໍ່?

ສາຍ​ການບິນ TransAsia ​ໄດ້​ຍົກ​ເລີກ 90 ຖ້ຽວ​ບິນ ​ໃນ​ໄລຍະ 3 ມື້​ຂ້າງ​ໜ້າ ​ເພື່ອ​ອະນຸຍາດ ໃຫ້ບັນດານັກ​ບິນ ຍົນລຸ້ນ 71 ATR ຂອງ​ຕົນ ​ໄດ້​ທຳ​ການ​ສອບເສັງ​ຄືນ​ໃໝ່ຕາມ ​ຂໍ້ບັງຄັບ​ຂອງກົມ​ການບິນ​ພົນລະ​ເຮືອນ​ຂອງ​ໄຕ້​ຫວັນ.

ບັນ​ດາ​ນັກ​ສືບສວນ​ສອບ​ສວນ ກ່າວ​ໃນ​ວັນ​ສຸກ​ຜ່ານ​ມາ ວ່າ ເຄື່ອງຈັກສອງໝາກ​ປິ່ນ ຂອງ
ເຮືອບິນລຳ​ທີ່​ຕົກ ບໍ່ສາມາດ​ສະໜອງແຮງ​ສົ່ງ ຢ່າງພຽງພໍ ເພື່ອ​ໃຫ້ເຮືອບິນ ສາມາດບິນ​ຂຶ້ນ
ສູ່ລະດັບໄດ້ ຈຶ່ງ​ສົ່ງ​ຜົນ​ໃຫ້ເຮືອບິນ​ຕົກລົງ​ໃສ່​ແມ່ນ້ຳ ​ໃນ​ເວລາບໍ່​ດົນຫຼັງຈາກ​ທີ່​ໄດ້​ບິນຂຶ້ນຈາກ ສະໜາ​ມບິນ Songshan ​ໃນ​ນະຄອນຫລວງ Taipei ​ເມື່ອ​ຕອນ​ເ​ຊົ້າ ວັນ​ພຸດ​ທີ່​ຜ່ານ​ມາ.

ບັນດາ​ເຈົ້າໜ້າ​ທີ່ ຈາກ​ສະພາ​ຄວາມ​ປອດ​ໄພ​ການບິນ​ຂອງໄຕ້​ຫວັນ ​ກ່າວ​ຖະ​ແຫລ​ງຕໍ່​
ກອງ​ປະຊຸມ​ນັກຂ່າວ ​ໃນ​ວັນ​ສຸກ​ຜ່ານ​ມາວ່າ ຫີບ​ບັນທຶກ​ສຽງ ​ແລະ​ຂໍ້​ມູນ ​ໄດ້​ເປີດ​ເຜີຍ​ວ່າ
​ເຄື່ອງ​ຈັກ​ໝາກ​ປິ່ນ​ເບື້ອງ​ຂວາໄດ້ຕາຍ 37 ວິນາທີ ຫຼັງຈາກ​ທີ່​ໄດ້​ບິນ​ຂຶ້ນ. ຕໍ່​ມາ ນັກ​ບິນ​
ຄົນ​ນຶ່ງ ​ຄົງໄດ້ຫລົງ​ມອດເຄື່ອງ​ຈັກ​ໝາກ​ປິ່​ນ​ເບື້ອງ​ຊ້າຍ​ລົງ​ ​ແລະຕໍ່​ມາ​ໄດ້​ພະຍາຍາມ​ ທີ່​ຈະ​
ຕິດ​ຈັກ​ຄືນ. ​ແຕ່​ເຮືອບິນໄດ້​ຕົກ​ກ່ອນທີ່ ​ພວກ​ນັກ​ບິນຈະສາມາດຕິດ​ຈັກ​ຄືນໄດ້. ​ໃນສຽງ​ທີ່
ບັນທຶກ​ໄວ້​ໂດຍຫໍ​ຄວບ​ຄຸມ​ການບິນ​ ຄຳເວົ້າຄັ້ງສຸດ​ທ້າຍ​ຂອງ​ນັກ​ບິນ ກ່ອນ​ເຮືອບິນ​ຈະ
ຕົກນັ້ນ ​ແມ່ນວ່າ “ຊ່ອຍແດ່ ຊ່ອຍ​ແດ່ ຈັກ​ລຸກໄໝ້ເປັນ​ໄຟ.”

TAIWAN PLANE CRASH VIDEO
please wait

No media source currently available

0:00 0:00:52 0:00

TransAsia Airways representatives met Sunday with families of the victims of last week's plane crash in Taiwan to discuss compensation.

An airline spokesman said TransAsia would pay about $38,000 per victim to cover the costs of funerals.

The plane crash killed at least 40 people, while 15 people were rescued. Teams are searching the Keelung River for three people who remain missing.

TransAsia pilots who operate the type of propeller-jet involved in Wednesday's deadly crash began proficiency tests Saturday, as investigators looked at pilot error as a factor in the crash.

TransAsia has canceled 90 flights over three days to allow its 71 ATR pilots to be re-tested as required by Taiwan's Civil Aeronautics Administration.

Investigators said Friday that the two turboprop engines failed to provide enough thrust to lift the ATR 72-600 aircraft, sending it into the Keelung River shortly after takeoff from Songshan Airport in Taipei.

Officials from Taiwan's Aviation Safety Council told a news conference on Friday that voice and data recorders revealed that the right engine failed 37 seconds after takeoff.

One of the pilots then shut down the left engine -- likely by mistake -- then tried a restart. But the plane crashed before the pilots could restart the engine.

A recording of air traffic controllers indicated that the pilot's last words before the plane went down were "Mayday, mayday, engine flameout."

XS
SM
MD
LG