ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລົດໄຟ ຕໍາລົດເມ ທີ່ອີຈິບ ເຮັດ​ໃຫ້ 24 ຄົນ ​ເສຍ​ຊີ​ວິດ (ວີດີໂອ)


Egypt Train Crash Kills 24
please wait

No media source currently available

0:00 0:00:42 0:00
ລິງໂດຍກົງ
ບັນດາ​ເຈົ້າ​ໜ້າ​ທີ່ ອີ​ຈິບ ກ່າວ​ວ່າ ລົດ​ໄ​ຟຄັນ​ນຶ່ງ​ໄດ້​ແລ່ນ​ຕໍາ​ລົດ​
ສອງ​ຄັນ​ຢູ່​ພາກ​ໃຕ້​ ກຸງ​ໄຄ​ໂຣ ​ເຮັດ​ໃຫ້​ມີ​ຜູ້​ເສ​ຍຊີວິດຢ່າງ​ໜ້ອຍ
24 ຄົນ ​ແລະ​ບາດ​ເຈັບ​ 28 ຄົນ.

ອຸປະຕິ​ເຫດ​ໄດ້​ເກີດ​ຂື້ນ​ໃນ​ຕອນ​ເຊົ້າ​ວັນ​ຈັນ​ມື້​ນີ້ ໃກ້​ກັບ​ເມືອງ
Dhashur​. ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ຜູ້​ເຄາະ​ຮ້າ​ຍສ່ວນ​ໃຫຍ່
ພາກັນ​ຢູ່​ໃນ​ລົດ​ບັສນ້ອຍ ທີ່​ເດີນທາງ​ກັບ​ມາ​ຈາກ​ພິທີ່​ແຕ່ງງານ
​ເວລາ​ຖືກລົດໄຟ​ຕໍາ​ເອົາ.

​ເຈົ້າ​ໜ້າ​ທີ່​ຂັ້ນ​ສຸງຂອງ​ລົດ​ໄຟອິຈິບ ກ່າວ​ວ່າ ລາຍ​ງານ​ຂັ້ນ​ຕົ້ນ​ສະ​ແດງ​ໃຫ້​ເຫັນ​ວ່າ ​ໄມ້​ກັ້ນທາງ​ລົດໄດ້ຕັນ​ຢູ່​ ເວລາ​ເກີດ​ເຫດນັ້ນ ​ແຕ່​ລົດ​ບັສຄັນ​ດັ່ງກ່າວ​ຍັງແລ່ນ​ຂ້າມ​ລາງ​ລົດ​ໄຟ​ໄປ​ຢູ່.

ລະບົບ​ລາງ​ລົດໄຟ​ຂອງ​ອິຈິບ ມີ​ປະຫວັດ​ຄວາມ​ປອດ​ໄພທີ່ບໍ່ດີ ​ເນື່ອງ​ຈາກ​ຂາດ​ການ​ຮັກ
ສາ​ສ້ອມ​ແປງ ​ແລະ​ການບໍລິ​ຫານ​ບໍ່​ດີ.

​ໃນ​ເດືອນ​ມັງ​ກອນຜ່ານ​ມາ 19 ຄົນ​ໄດ້​ເສຍ​ຊີວິດ ​ເວລາ​ລົດ​ໄຟ​ບັນທຸກ​ທະຫານເກນ​ໄປ ​ໄດ້​ຕົກ​ລາງຢູ່​ໃກ້​ກັບ​ນະຄອນ​ໄຄ​ໂຣ.

​ເດືອນ​ພະຈິກ​ປີ​ກາຍ​ນີ້ ລົດ​ໄຟ​ຄັນ​ນຶ່ງ​ໄດ້​ແລ່ນ​ຕໍາ​ລົດເມ ​ເຮັດ​ໃຫ້ເດັກ​ນ້ອຍ 51 ຄົນເສຍ​ຊີວິດ​ໃນ​ເວລາ​ເຂົາເຈົ້າ​ກໍ​າລັງ​ໄປ​ໂຮງຮຽນ.
XS
SM
MD
LG