ພວກກູ້ໄພໄດ້ສືບຕໍ່ເຮັດວຽກ ໃນວັນອາທິດແລ້ວນີ້ ຢູ່ໃນເຄັນຢາ
ຫຼັງຈາກທີ່ລົດໄຟ ມຸ່ງໜ້າໄປ Uganda ໄດ້ຕົກລາງ ແລະແລ່ນ
ເຂົ້າຕໍາບ້ານເຮືອນໃກ້ໆກັບຄຸ້ມຄົນທຸກ Kibera ທີ່ນະຄອນຫຼວງ
Nirobi.
ສະພາກາແດງຂອງເຄັນຢາ ໄດ້ກ່າວວ່າ ມີ 7 ຄົນໄດ້ຮັບບາດ
ເຈັບ ແລະຍັງຢ້ານກົວວ່າ ຍັງ ມີບາງຄົນ ຕົກຄ້າງຢູ່ໃນຕູ້
ລົດໄຟນັ້ນ.
ສະພາກາແດງໄດ້ປະສານງານກັບພວກເຈົ້າໜ້າທີ່ທ້ອງຖິ່ນ
ໃນຄວາມພະຍາຍາມເພື່ອຢາກຮູ້ວ່າ ມີຈັກຄົນແທ້ ອາໄສຢູ່ໃນເຂດດັ່ງກ່າວ ບ່ອນທີ່
ລົດໄຟຕົກລາງນັ້ນ.
ມີຕຶກອາຄານບາງຫຼັງແລະກໍາແພງທີ່ຢູ່ໃນບໍລິເວນອ້ອມແອ້ມນັ້ນ ຕ້ອງຖືກຮື້ລົງ ເພື່ອຈະ
ໄດ້ແປງ ທາງໃຫ້ລົດຍົກຂະໜາດໃຫຍ່ ສາມາດເຂົ້າໄປ ເພື່ອຍົກເອົາລົດໄຟທີ່ຕົກລາງນັ້ນ
ຕັ້ງຂຶ້ນ.
ຄຸ້ມ Kibera ແມ່ນເປັນເຂດຄົນທຸກຫຼືສະລໍາທີ່ໃຫຍ່ທີ່ສຸດໃນເຄັນຢາ. ບ້ານເຮືອນແມ່ນ
ສ້າງດ້ວຍແຜ່ນເຫຼັກສັງກະສີ ແລະກໍໄດ້ປຸກຂຶ້ນໃກ້ໆກັບທາງລົດໄຟ.