ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ລົດໄຟຕຳກັນ ຢູ່ໃນພາກໃຕ້ ຂອງປາກິສຖານ ເຮັດໃຫ້ຢ່າງໜ້ອຍ 30 ຄົນ ເສຍຊີວິດ


ພາບນີ້ ໄດ້ມາຈາກວີດີໂອ, ສະແດງໃຫ້ເຫັນສະຖານທີ່ເກີດເຫດລົດໄຟຕຳກັນ ໃນເມືອງໂກດກີ ຂອງປາກິສຖານ ໃນວັນຈັນ ທີ 7 ມິຖຸນາ 2021.
ພາບນີ້ ໄດ້ມາຈາກວີດີໂອ, ສະແດງໃຫ້ເຫັນສະຖານທີ່ເກີດເຫດລົດໄຟຕຳກັນ ໃນເມືອງໂກດກີ ຂອງປາກິສຖານ ໃນວັນຈັນ ທີ 7 ມິຖຸນາ 2021.

ບັນດາເຈົ້າໜ້າທີ່ປາກິສຖານ ກ່າວວ່າ ລົດໄຟສອງຂະບວນຕຳກັນຢູ່ໃນພາກໃຕ້ຂອງປາກິສຖານໃນວັນຈັນມື້ນີ້ ເຮັດໃຫ້ຢ່າງໜ້ອຍ 40 ຄົນເສຍຊີວິດ ແລະອີກ 50 ຄົນບາດເຈັບ ອີງຕາມທ່ານ ໂມຮາມມັດ ອຸສມານ ອັບດູລາ ຮອງກໍາມາທິການໃນເມືອງໂກດກີ ໃນແຂວງຊິນດ໌.

ພວກພະນັກງານກູ້ໄພ ຍັງຊ່ອຍກອບກູ້ພວກຜູ້ໂດຍສານທີ່ຕິດຄ້າງຢູ່ໃນຊາກຫັກພັງຢ່າງຫ້າວຫັນ ໂດຍຢ້ານວ່າ ຈຳນວນຜູ້ເສຍຊີວິດອາດຍັງຈະເພີ້ມຂຶ້ນ ອີງຕາມທ່ານອັບດູລາ ທີ່ໄດ້ກ່າວຕໍ່ບັນດານັກຂ່າວໃນທ້ອງຖິ່ນ.

ລັດຖະມົນຕີກະຊວງຖະແຫລງຂ່າວ ທ່ານຟາວາດ ຊາວດຣີ (Fawad Chaudhry) ໄດ້ກ່າວໃນຖະແຫລງການວ່າ ມັນໄວເກີນໄປທີ່ຈະເວົ້າໄດ້ວ່າ ອຸບັດເຫດເກີດຂຶ້ນຍ້ອນຄວາມຜິດພາດດ້ານເທັກນິກ ການລະເລີຍ ຫຼືການກໍ່ວິ ນາດສະກຳ ຫຼືບໍ່ ແຕ່ທຸກໆດ້ານ ກຳລັງຖືກສອບສວນຢູ່. ນາຍົກລັດຖະມົນຕີ ອິມຣານ ຄານ ໄດ້ກ່າວໃນຂໍ້ຄວາມທີ່ຂຽນລົງທາງທວິດເຕີ້ ວ່າ ທ່ານ “ຕື່ນຕົກໃຈຍ້ອນຄວາເສຍຫາຍ” ຕໍ່ອຸບັດເຫດຂອງລົດໄຟ ແລະໄດ້ສັງການວ່າ “ໃຫ້ສືບສວນຢ່າງຮອບດ້ານກ່ຽວກັບຄວາມຜິດພາດໃນດ້ານຄວາມປອດໄພຂອງທາງລົດໄຟ.” ກອງທັບປາກິສຖານ ແລະກອງກຳລັງທະຫານຕິດອາວຸດ ໄດ້ຖືກສົ່ງລົງໄປພື້ນທີ່ເກີດເຫດ ແລະໄດ້ໃຫ້ການຊ່ອຍເລືອພົນລະເຮືອນໃນການກອບກູ້ໄພ ແລະຄວາມພະຍາຍາມໃນການບັນເທົາທຸກ.

tweet: https://twitter.com/imrankhanpti/status/1401754056226480128?s=21

ການຕຳກັນຢ່າງຮ້າຍແຮງໃນເມືອງໂກດກີ ຂອງແຂວງຊິນດ໌ ໄດ້ເກີດຂຶ້ນຫຼັງຈາກທີ່ຂະບວນລົດໄຟໂດຍສານໄດ້ຕົກລາງ ແລະຂະບວນລົດໄຟອີກຄັນນຶ່ງແລ່ນຕຳເຂົ້າໃສ່ມັນ ອີງຕາມໂຄສົກຄົນນຶ່ງຂອງກົມລົດໄຟປາກິສຖານ ຫຼື Pakistan Railways ທີ່ໄດ້ກ່າວໄປ.

ສ່ວນອຳນາດການປົກຄອງ ກ່າວວ່າ ລົດໄຟໂດຍສານຊື່ວ່າ Millat Express ທີ່ດຳເນີນການໃນແຕ່ລະວັນໂດຍກົມລົດໄຟປາກິສຖານ ໄດ້ຕົກລາງແລະເຄື່ອນ ຂ້າມໄປໃສ່ລາງລົດໄຟອີກສາຍນຶ່ງ ຊື່ວ່າ Sir Syed Express ທີ່ກຳລັງແລ່ນສວນມາ ຢູ່ໃກ້ເຂດດາຣກີ ທີ່ເປັນເມືອງນຶ່ງຢູ່ໃນເມືອງໂກດກີ.

ກອງທັງປາກິສຖານ ແລະກຳລັງທະຫານຕິດອາວຸດ ແມ່ນຢູ່ໃນສະຖານທີ່ເກີດເຫດ ແລະໄດ້ໃຫ້ການຊ່ອຍເຫຼືອພົນລະເຮືອນກູ້ໄພ ແລະໃຫ້ການບັນເທົາທຸກ.

ໃນຕອນເຊົ້າໝືດ ສື່ມວນຊົນໄດ້ລາຍງານວ່າ ພວກພະນັກງານສຸກເສີນ ໄດ້ປະສົບກັບບັນຫາໃນການກູ້ໄພເອົາພວກຄົນອອກມາຈາກຂະບວດລົດໄຟທີ່ພິກຂວ້ຳນັ້ນ.

ຮອງຄະນະກຳມາທິການ ເມືອງໂກດກີ ທ່ານອຸສມານ ອັບດູລາ ໄດ້ກ່າວຕໍ່ອົງການຂ່າວ Geo News ວ່າ ການປະຕິບັດງານກູ້ໄພ ເປັນ “ວຽກງານທີ່ທ້າທາຍ” ແລະວ່າ “ມັນຈະໃຊ້ເວລາ” ໂດຍການໃຊ້ເຄື່ອງກົນຈັກໜັກ ເພື່ອຊ່ອຍເອົາພວກຄົນຜູ້ທີ່ຍັງຕິດຄ້າງຢູ່ພາຍໃນ ອອກມາ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG