ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ແຜນພາສີ​ຂາ​ເຂົ້າ ຕໍ່​ເຫຼັກກ້າ ​ແລະ​ອາ​ລູມີນຽມ ຂອງ ປ. ທຣໍາ ອາດນໍາໄປສູ່ ສົງຄາມການຄ້າ


ປະທານາທິບໍດີ ດໍ​ໂນ​ລ ທຣໍາໂອ້ລົມກັບຜູ້ບໍລິຫານບໍລິສັດຜະລິດເຫລັກກ້າ ແລະອາລູມີນຽມຢູ່ກອງປະຊຸມທີ່ຈັດຂຶ້ນ ໃນຫ້ອງການຂອງທໍານຽບຂາວ ໃນວັນທີ 1 ມີນາ 2018, ຢູ່ໃນນະຄອນວໍຊິງຕັນ. ຈາກຊ້າຍຫາຂວາແມ່ນ ທ່ານ ໂຣເຈີ ນີວປອດທ໌ (Roger Newport) ຂອງບໍລິສັດຜະລິດເຫລັກກ້າ ຈາກລັດອາຄານຊໍ, ທ່ານຈອນ ເຟີຣີໂອລາ (John Ferriola) ຈາກບໍລິສັດ ນູຄໍ (Nucor), ທ່ານທຣໍາ, ແລະທ່ານ ເດັຟວ໌ ເບີຣີດທ໌ (Dave Burritt) ຂອງບໍລິສັດຜະລິດເຫລັກກ້າຂອງສະຫະລັດ.
ປະທານາທິບໍດີ ດໍ​ໂນ​ລ ທຣໍາໂອ້ລົມກັບຜູ້ບໍລິຫານບໍລິສັດຜະລິດເຫລັກກ້າ ແລະອາລູມີນຽມຢູ່ກອງປະຊຸມທີ່ຈັດຂຶ້ນ ໃນຫ້ອງການຂອງທໍານຽບຂາວ ໃນວັນທີ 1 ມີນາ 2018, ຢູ່ໃນນະຄອນວໍຊິງຕັນ. ຈາກຊ້າຍຫາຂວາແມ່ນ ທ່ານ ໂຣເຈີ ນີວປອດທ໌ (Roger Newport) ຂອງບໍລິສັດຜະລິດເຫລັກກ້າ ຈາກລັດອາຄານຊໍ, ທ່ານຈອນ ເຟີຣີໂອລາ (John Ferriola) ຈາກບໍລິສັດ ນູຄໍ (Nucor), ທ່ານທຣໍາ, ແລະທ່ານ ເດັຟວ໌ ເບີຣີດທ໌ (Dave Burritt) ຂອງບໍລິສັດຜະລິດເຫລັກກ້າຂອງສະຫະລັດ.

ການ​ນາບຂູ່​ຂອງປະທານາທິບໍດີ ດໍ​ໂນ​ລ ທຣໍາ ວ່າ​ຈະ​ເກັບ​ພາສີ​ຂາ​ເຂົ້າ​ໃນ
​ອັດຕາ​ສູງຕໍ່ການ​ນໍາ​ເຂົ້າ​ເຫລັກກ້າ ​ແລະ​ອາ​ລູມີນຽມ ​ໄດ້​ກໍ່​ໃຫ້​ເກີດ​ຄວາມ
​ເປັນ​ຫ່ວງ​ກັນ​ວ່າ​ຈະ​ເຮັດ​ໃຫ້​ເກີດ​ສົງຄາມ​ທາງ​ການ​ຄ້າ ​ໃນ​ວັນ​ສຸກ​ມື້ນີ້ ໂດຍ
​ທີ່​ການ​ຄ້າ​ຂອງ​ປະ​ເທດ​ທີ່​ມີຕະຫລາດຫາກໍ່​ໂຜ່​ຕົວ​ຂຶ້ນ​ກັບສະຫະລັດ​ຈະ​
ຫລຸດລົງ ​ແລະ​ຜູ້​ນໍາ​ໂລກ​ບາງ​ຄົນ​ໄດ້​ເອົາ​ມາດ​ຕະການ​ຕອບໂຕ້​ຄືນ.

ໃນ​ວັນ​ສຸກ​ມື້ນີ້ ລະດັບ​ສະເລ່ຍຂອງ​ຮຸ້ນນິກ​ເກ (Nikkei) ຂອງ​ຍີ່ປຸ່ນ​ໄດ້​ຫລຸດ
​ລົງ​ຕໍ່າສຸດ ໃນ​ໄລຍະ​ຫລາຍ​ກວ່າ​ສອງ​ອາທິດຜ່ານ​ມາ. ດັດ​ສະ​ນີຮຸ້ນ​ນິກ​ເກ
ໄດ້ຫຼຸດ​ລົງ​ 2.5 ​ເປີ​ເຊັນ ​ຢູ່​ໃນ​ລະດັບ 21,181.64 ໃນຕອນອັດຕະຫຼາດ,
ຊຶ່ງ​ເປັນ​ລະດັບ​ໃນຕອນອັດຕະຫຼາດຂອງ​ວັນ​ນຶ່ງ​ທີ່​ຕໍ່າທີ່​ສຸ​ດ ນັບ​ແຕ່​ວັນ​ທີ
14 ກຸມພາ​ເປັນຕົ້ນມາ.

ທ່ານ​ຕາ​ກູ​ຢາ ຕາ​ກາ​ຮາ​ຊິ (Takuya Takahashi) ນັກ​ວາງຍຸດ​ທະ​ສາດ
ທີ່​ຕະຫລາດ​ຮຸ້ນດາຍ​ວາ (Daiwa) ​ເວົ້າວ່າ "ຜູ້​ຜະລິດ​ລົດ​ຈະ​ຕ້ອງ​ໄດ້ແບກ
​ຫາບຄ່າ​ໃຊ້​ຈ່າຍ​ອັນ​ນີ້ ​ແລະ​ພວກ​ເຂົາ​ເຈົ້າກໍ​ອາດ​ຈະ​ຕ້ອງ​ໄດ້​ຂຶ້ນລາຄາ
​ໃນ​ຂະນະ​ການ​ຂາຍ​ລົດ​ໃນ​ຕະຫລາດ​ມີ​ຄວາມ​ຊັກ​ຊ້າ​ຢູ່​ແລ້ວ. ສະພາບ​ນີ້​
ເບິ່ງ​ແລ້ວ​ແມ່ນ​ບໍ່ດີ​ຕໍ່ຂະ​ແໜງການ​ຜະລິດ​ລົດ​ເລີຍ."

ສ່ວນ​ຈີນ​ນັ້ນ ​ໃນ​ວັນ​ສຸກ​ມື້ນີ້​ໄດ້​ສະ​ແດງ ``ຄວາມ​ເປັນ​ຫ່ວງ​ຢ່າງ​ໃຫຍ່'' ກ່ຽວ
ກັບ​ນະ​ໂຍບາຍການ​ຄ້າ​ຂອງ​ສະຫະລັດທີ່​ປາກົດ​ໃຫ້​ເຫັນ​ຢ່າງ​ຊັດ​ເຈນ​ດັ່ງ
ກ່າວ ​ແຕ່​ກໍ​ບໍ່​ໄດ້​ຕອບ​ໂຕ້​ຕໍ່ການ​ປະກາດ​ຂອງ​ທ່ານ​ທຣໍາ ທີ່​ເວົ້າວ່າ ທ່ານ​
ຈະຂຶ້ນພາສີ​ຕໍ່ການ​ນໍາ​ເຂົ້າ​ເຫລັກກ້າ ​ແລະ​ອາ​ລູມີນຽມນັ້ນ.

ທ່ານ ຈີນ-​ໂຄລດ ຈັງ​ເຄີ (Jean-Claude Juncker) ປະທານ​ຂອງ​ຄະນະ
​ກໍາມາທິການຢູ​ໂຣບ ​ໄດ້ປະນາມ​ແຜນການ​ດ້ານ​ການ​ຄ້າ​ຂອງ​ທ່ານ​ທຣໍາວ່າ
​ເປັນ "ມາດ​ຕະການ​ປົກ​ປ້ອງ​ອຸດ​ສະຫະ​ກໍາ​ພາຍ​ໃນ​ຂອງ​ສະຫະລັດ ​ຢ່າງ​
ເປີດ​ແປນ." ທ່າ​ນຍັງ​ກ່າວ​ອີກ​ວ່າ ອີ​ຢູ (EU) ຈະ​ເອົາ​ມາດ​ຕະການ​ຕອບໂຕ້
​ຄືນ ຖ້າ​ຫາກ​ທ່ານ​ທຣໍາປະຕິ​ບັດ​ຕາມ​ແຜນ​ຂອງ​ທ່ານ.

ທາງ​ດ້ານ​ກາ​ນາ​ດານັ້ນ ​ເວົ້າວ່າຕົນ​ຈະ "​ເອົາ​ມາດ​ຕະການ​ຕອບ​ໂຕ້​ຄືນ" ​
ເພື່ອ​ປົກ​ປ້ອງ​ຜົນ​ປະ​ໂຫຍ​ດທາງ​ການ​ຄ້າ ​ແລະ​ກໍາມະກອນ​ຂອງ​ຕົນ, ຖ້າ
ຫາກ​ມີ​ການ​ວາງ​ຂໍ້​ຈໍາກັດ​ໃສ່​ຜະລິດ​ຕະພັນ​ເຫລັກກ້າ ​ແລະ​ອາ​ລູມີນຽມ
ຂອງ​ຕົນ.

ທ່າ​ນທຣໍາ ​ໄດ້​ກ່າວ​ໃນ​ວັນ​ພະຫັດ​ວານ​ນີ້ວ່າ ການວາງອັດຕາ​ພາສີ 25 ​ເປີ​ເຊັນ
ຕໍ່ການ​ນໍາ​ເຂົ້າ​ເຫລັກກ້າ ​ແລະ 10 ​ເປີ​ເຊັນ​ຕໍ່ການ​ນໍາ​ເຂົ້າອາ​ລູມີນຽມ ຈະ​ມີ
​ຜົນ​ບັງຄັບ​ໃຊ້​ເປັນ​ເວລາ​ດົນ​ນານ. ທ່ານ​ກ່າວ​ເພີ້ມອີກ​ວ່າ ມາດ​ຕະການ​ດັ່ງ
ກ່າວ ຈະ​ຖືກ​ເຊັນ​ຮັບຮອງ​ເອົາ "ພາຍ​ໃນ​ອາທິດໜ້ານີ້."

ການ​ເວົ້າເຖິງ​ສົງຄາມ​ການ​ຄ້າ ​ໄດ້​ເຮັດ​ໃຫ້​ຮຸ້ນ​ຫລຸດລາຄາ ​ໂດຍ​ມີ​ດັດ​ຊະ​ນີ
ຮຸ້ນ​ຕົກລົງ​ຕໍ່າຢ່າງໜັກຢູ່​ຕະຫລາດ​ຮຸ້ນວອລ​ສທຣີສ (Wall Street).

ສະມາຄົມຂາຍ​ລົດ​ສາກົນ​ຂອງ​ອາເມ​ເຣິກັນ ​ເວົ້າວ່າ ​ແຜນ​ເກັບ​ພາສີ​ຂາ​ເຂົ້າ
ຂອງ​ທ່ານ​ທຣໍາ​ ຈະ​ເຮັດ​ໃຫ້​ລາຄາລົດຖີບ​ຕົວ​ສູງ​ຂຶ້ນ "ຢ່າງ​ໃຫຍ່."

ມີ​ບາງ​ຄົນ​ໃນ​ບັນດານັກ​ການ​ເມືອງ​ຢູ່​ພັກຣີພັບ​ບລິກັນຂອງ​ທ່ານ​ແມ່ນບໍ່ເຫັນ​ດີ
ນໍາ​ການ​ເຈລະຈາ​ສົງຄາມ​ທາງ​ການ​ຄ້ານີ້ຂອງ​ທ່ານ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG