ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

​ທ່ານມາກ​ຣົງ ທີ່​ພວມ​ຢ້ຽມ​ຢາມ​ຈີນ ຮຽກ​ຮ້ອງໃຫ້​ມີ​ສັນ​ຕິ​ພາບ ແບບ​ມີ​ຄວາມ​ຮັບ​ຜິດ​ຊອບ​ຮ່ວມ​ກັນ


ປະ​ທາ​ນາ​ທິ​ບໍ​ດີ​ຝ​ຣັ່ງ ທ່ານ​ເອັມ​ມາ​ນູ​ແອ​ລ ມາ​ກ​ຣົງ ປາ​ໄສ​ໃນ​ລະ​ຫວ່າງ​ການ​ພົບ​ປະ ​ກັບ​ປະ​ຊາ​ຄົມ​ຝ​ຣັ່ງ ​ໃນ​ປະ​ເທດ​ຈີນ ທີ່​ບ້ານ​ພັກ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຝ​ຣັ່ງ ​ທີ່​ປັກ​ກິ່ງ ເມື່ອ​ວັນ​ທີ 5 ເມ​ສາ 2023.
ປະ​ທາ​ນາ​ທິ​ບໍ​ດີ​ຝ​ຣັ່ງ ທ່ານ​ເອັມ​ມາ​ນູ​ແອ​ລ ມາ​ກ​ຣົງ ປາ​ໄສ​ໃນ​ລະ​ຫວ່າງ​ການ​ພົບ​ປະ ​ກັບ​ປະ​ຊາ​ຄົມ​ຝ​ຣັ່ງ ​ໃນ​ປະ​ເທດ​ຈີນ ທີ່​ບ້ານ​ພັກ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຝ​ຣັ່ງ ​ທີ່​ປັກ​ກິ່ງ ເມື່ອ​ວັນ​ທີ 5 ເມ​ສາ 2023.

ປະ​ທາ​ນາ​ທິ​ບໍ​ດີ​ຝ​ຣັ່ງ ທ່ານ​ເອັມ​ມາ​ນູ​ແອ​ລ ມາກ​ຣົງ ກ່າວ​ວ່າ ທ່ານ​ຕ້ອງ​ການ​ “ຢາກ​ຈະ​ພົວ​ພັນ​ກັບ​ຈີນ​ໄປ​ສູ່​ການ​ມີ​ສັນ​ຕິ​ພາບ​ແບບ​ມີ​ຄວາມ​ຮັບ​ຜິດ​ຊອບ​ຮ່ວມ​ກັນ” ໃນ​ຢູ​ເຄ​ຣນ ເວ​ລາ​ທ່ານ​ພົບ​ປະ​ກັບ​ຜູ້​ນຳ​ຂອງຈີນ ທ່ານ​ສີ ຈິ້ນ​ຜິງ​ ໃນ​ອາ​ທິດນີ້ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ.

ເຈົ້າ​ໜ້າ​ທີ່​ຝ​ຣັ່ງ​ກ່າວ​ວ່າ ທ່ານ​ມາ​ກົງ ມີ​ແຜນ​ການ​ທີ່​ຈະ​ຮຽກ​ຮ້ອງ​ໃຫ້​ທ່ານ​ສີ ໃນ​ການ​ເຈ​ລະ​ຈາ​ໃນ​ວັນ​ພະ​ຫັດ​ນີ້ ໃຫ້​ໃຊ້​ອິດ​ທິ​ພົນ​ຂອງ​ປັກ​ກິ່ງ​ຕໍ່​ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານວ​ລາ​ດີ​ເມຍ ປູ​ຕິນ ແຕ່​ກໍ​ບໍ່​ໄດ້​ຄາດ​ວ່າ ຈະ​ມີ​ການ​ປ່ຽນ​ແປງ​ຢ່າງ​ໃຫຍ່​ຫຼວງ​ໃນ​ທ່າ​ທີ​ຂອງ​ຈີນ.

ທ່ານ​ມາ​ກ​ຣົງ ແມ່ນ​ຕິດ​ຕາມ​ໂດຍ​ປະ​ທານ​ກຳ​ມາ​ທິ​ການ​ຢູ​ໂຣບ ທ່ານ​ນາງ​ເອີ​ຊູ​ລາ ວອນ ເດິ ເລ​ເຢັນໃນ​ການ​ສະ​ແດງ​ອອກ​ຊຶ່ງ​ຄວາມ​ເປັນ​ເອກ​ກະ​ພາບ​ຂອງ​ຢູ​ໂຣບ.

ທ່ານ​ສີແລະ​ທ່ານ​ປູ​ຕິນ​ໄດ້​ປະ​ກາດ​ວ່າ ລັດ​ຖະ​ບານ​ຂອງ​ພວກ​ທ່ານ “ມີ​ຄວາມ​ສຳ​ມິດ​ຕະ​ພາບ​ແບບ​ບໍ່​ມີ​ຂີດ​ຈຳ​ກັດ” ກ່ອນ​ການ​ພົບ​ປະ​ທີ່​ມົ​ສ​ກູ​ ກ່ອນ​ການ​ບຸກ​ໂຈມ​ຕີ​ຢູ​ເຄ​ຣນ ເມື່ອ​ເດືອນ​ກຸມ​ພາ ປີ ໒໐໒໒.

ທ່ານ​ມາກ​ຣົງ​ກ່າວ​ວ່າ ທ່ານ​ຈະ “ພະ​ຍາ​ຍາມ​ສ້າງ ແລະ​ທຳ​ການ​ພົວ​ພັນ​ແບບ​ໃດ​ແບບ​ນຶ່ງ​ກັບ​ຈີນ ໄປ​ສູ່​ການ​ມີ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ ​ແບບ​ມີ​ຄວາມ​ຮັບ​ຜິດ​ຊອບ​ຮ່ວມ​ກັນ ກ່ຽວ​ກັບ​ບັນ​ຫາ​ລະ​ຫວ່າງ​ປະ​ເທດ​ຕ່າງໆ” ຮວມ​ທັງ​ຢູ​ເຄ​ຣນ.

French President Emmanuel Macron says he wants to "engage China toward a shared responsibility for peace" in Ukraine when he meets Chinese leader Xi Jinping this week. French officials say Macron plans to urge Xi in talks Thursday to use Beijing's influence with Russian President Vladimir Putin but didn't expect a big shift in the Chinese position. Macron is accompanied by European Commission President Ursula von der Leyen in a show of European unity. Xi and Putin declared their governments had a "no limits friendship" before Moscow's February 2022 attack on Ukraine. Macron said he would "try to build, and somehow engage China toward a shared responsibility for peace and stability on international issues" including Ukraine.

XS
SM
MD
LG