ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຈີນສົ່ງເຈົ້າ​ໜ້າ​ທີ່​ມາ ສ​ຫລ ເພື່ອປູ​ທາງໃຫ້​ແກ່ ​ການ​ການ​ເຈ​ລະ​ຈາ ການ​ຄ້າລະ​ດັບ​ສູງຄືນ​ອີກ ​ໃນ​ເດືອນ​ໜ້ານີ້


ຮອງ​ນາ​ຍົກຫລີວ​ເຫຂອງ​ຈີນ (ຂວາ), ​ຫົວ​ໜ້າ​ເຈ​ລະ​ຈາດ້ານການ​ຄ້າຂອງປັກ​ກິ່ງ ​ນັ່ງ​ຢູກັບທ. ໂຣ​ເບີດ ໄລ​ໄທ​ເຊີ (ກາງ​ຊ້າຍ), ຜູ້ຕາງ​ໜ້າ​ດ້ານ​ການ​ຄ້າ​ ສຫລ ແລະ​ ທ. ສ​ຕີ​ເວັນ ມ​ນຸດ​ຈິນ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ສ​ຫລ ກ່ອນເລີ້​ມ​ຕັ້ນການ​ເຈ​ລະ​ຈາຢູ່​ນະ​ຄອນຊຽງ​ໄຮ, ວັນ​ທີ 31 ກໍ​ລະ​ກົດ 2019
ຮອງ​ນາ​ຍົກຫລີວ​ເຫຂອງ​ຈີນ (ຂວາ), ​ຫົວ​ໜ້າ​ເຈ​ລະ​ຈາດ້ານການ​ຄ້າຂອງປັກ​ກິ່ງ ​ນັ່ງ​ຢູກັບທ. ໂຣ​ເບີດ ໄລ​ໄທ​ເຊີ (ກາງ​ຊ້າຍ), ຜູ້ຕາງ​ໜ້າ​ດ້ານ​ການ​ຄ້າ​ ສຫລ ແລະ​ ທ. ສ​ຕີ​ເວັນ ມ​ນຸດ​ຈິນ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ສ​ຫລ ກ່ອນເລີ້​ມ​ຕັ້ນການ​ເຈ​ລະ​ຈາຢູ່​ນະ​ຄອນຊຽງ​ໄຮ, ວັນ​ທີ 31 ກໍ​ລະ​ກົດ 2019

ຈີນ​ເວົ້າ​ວ່າ ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ທ່ານ​ນຶ່ງ ຈະ​ເດີນ​ທາງ​ມາ​ຍັງ​ສະ​ຫະ​ລັດ ໃນ​ອາ​ທິດນີ້ ເພື່ອປູ​ພື້ນ​ຖານ​ໃຫ້​ແກ່​ການ​ການ​ເຈ​ລະ​ຈາ​ດ້ານການ​ຄ້າລະ​ດັບ​ສູງຄືນ​ອີກ ​ໃນ​ເດືອນ​ໜ້າ.

ອົງ​ການ​ຂ່າວຊິນ​ຫົວ (Xinhua) ຂອງລັດ​ຖະ​ບານ​ຈີນເວົ້າ​ວ່າ ຮອ​ງ​ລັດ​ຖະ​ມົນ​ຕີ ກະ​ຊວງ​ການ​ເງິນ, ທ່ານ ຫລຽວ​ມິນ, ຈະ​ມາ​ຮອດ​ວໍ​ຊິງ​ຕັນ ​ໃນ​ວັນ​ພຸດມື້​ອື່ນນີ້ ເພື່ອ​ພົບ​ປະ​ກັບ​ບັນ​ດາ​ຄູ່​ຕຳ​ແໜ່ງ​ຂອງ​ທ່ານ ຈາກ​ຄະ​ນະລັດ​ຖະ​ບານ​ທ່ານທຣຳ ເພື່ອ “​ປູ​ທາງ” ໃຫ້​ແກ່​ການ​ເຈ​ລະ​ຈາ​ລະ​ດັບ​ສູງທີ່​ຈະ​ຈັດ​ຂຶ້ນ​ຢູ່​ໃນ​ນະ​ຄອນ​ຫຼວງ ຂອງ​ສະ​ຫະ​ລັດ​ເຊັ່ນ​ກັນ.

ການ​ຕັດ​ສິນ​ໃຈ​ທີ່​ຈະຈັດໃຫ້​ມີ​ການ​ເຈ​ລະ​ຈາ​ຮອບ​ໃໝ່​ດັ່ງກ່າວ ໄດ້​ມີ​ຂຶ້ນ​ໃນ​ຕົ້ນ ເດືອນນີ້ ຢູ່ໃນການ​ໂອ້​ລົມ​ກັນ​ທາງ​ໂທ​ລະ​ສັບກັນ ລະ​ຫວ່າງຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີຫລີວ​ເຫ (Liu He) ຂອງ​ຈີນ ທີ່​ເປັນ​ຫົວ​ໜ້າ​ເຈ​ລະ​ຈາດ້ານການ​ຄ້າຂອງ ປັກ​ກິ່ງ ກັບຜູ້ຕາງ​ໜ້າ​ດ້ານ​ການ​ຄ້າ​ສະ​ຫະ​ລັດ, ທ່ານ ໂຣ​ເບີດ ໄລ​ໄທ​ເຊີ (Robert Lighthizer) ແລະ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ, ທ່ານ ສ​ຕີ​ເວັນ ມ​ນຸດ​ຈິນ (Steven Mnuchin).

ທັງ​ສອງ​ຝ່າຍໄດ້​ມີ​ການ​ເຈ​ລະ​ຈາ​ທີ່​ສຳ​ຄັນນຳ​ກັນຫລາຍ​ຮອບ ໃນເດືອນ​ກໍ​ລະ​ກົດ​ຜ່ານ​ມາ ແຕ່​ກໍ​ບໍ່​ໄດ້​ມີ​ການແກ້​ໄຂ​ຂໍ້​ຂັດ​ແຍ້ງ​ທາງ​ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ​ທີ່​ມີ​ເສດ​ຖະ​ກິດ​ໃຫຍ່​ທີ່​ສຸດ​ຂອງ​ໂລກທີ່​ວ່ານີ້ໄດ້​ຫລາຍ​ແຕ່​ຢ່າງ​ໃດ. ວໍ​ຊິງ​ຕັນແລະ​ ປັກ​ກິ່ງໄດ້​ເພີ້ມ​ການ​ເກັບ​ພາ​ສີ ​ຕໍ່​ກັນແລະ​ກັນ​ຫລາຍ​ຄັ້ງ ມາ​ໄດ້​ປີກວ່າ​ແລ້ວ ຊຶ່ງໄດ້ເລີ້ມ​ມາ​ຈາກ​ການ​ຮຽກ​ຮ້ອງຂັ້ນ​ທຳ​ອິດ ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ໃຫ້​ຈີນ​ມີ​ການ​ປ່ຽນ​ແປງ​ວິ​ທີການ​ເຮັດ​ການຄ້າ​, ການ​ໃຫ້​ທຶນຊ່ວຍ​ເຫລືອ​ແກ່​ທຸ​ລະ​ກິດ ແລະດ້ານ​ຊັບ​ສິນ​ທາງ​ປັນ​ຍາ. ສ່ວນ​ຈີນ​ກໍ​ເວົ້າ​ວ່າ ນະ​ໂຍ​ບາຍ​ທາງ​ການ​ຄ້າຂອງ​ສະ​ຫະ​ລັດ ແມ່ນ​ມີ​ຈຸດ​ປະ​ສົງທີ່​ຈະ​ພະ​ຍາ​ຍາມເຮັດ​ໃຫ້ຄວາມ​ສາ​ມາດ​ໃນ​ການ​ແຂ່ງ​ຂັນຂອງ​ຕົນ​ຖືກ​ຈຳ​ກັດ.

ສະ​ພາບ​ການ​ດັ່ງ​ກ່າວພາ​ໃຫ້ມີ​ການ​ຄາດ​ຄະ​ເນວ່າ​ຈະ​ມີຄວາມບໍ່​ແນ່ນອນຢູ່​ໃນ​ຕະ​ຫລາດ​ການ​ເງິນ ແລະ​ປ່ອຍ​ໃຫ້​ບັນ​ດາ​ບໍ​ລິ​ສັດ​ຕ່າງໆ ດິ້ນ​ຮົນໃນ​ການ​ຮັບ​ມື​ກັບ​ຜົນ​ກະ​ທົບ​ຂອງ​ພາ​ສີ​ຕ່າງໆ​ນັ້ນ.

ປະ​ທາ​ນາ​ທິ​ບໍ​ດີທ​ຣຳໄດ້ປະ​ກາດ​ໃນ​ອາ​ທິດ​ແລ້ວນີ້​ວ່າ ທ່ານ​ໄດ້​ເລື່ອນ​ການ​ຂຶ້ນ​ພາ​ສີ​ຮອບ​ໃໝ່ຕໍ່​ສິນ​ຄ້າ​ຈີນ​ທີ່​ມີ​ມູນ​ຄ່າ 250 ຕື້​ ໂດ​ລາ ທີ່​ຈະ​ເລີ້ມມີຂຶ້ນ​ໃນ​ວັນ​ທີ 1 ຕຸ​ລານັ້ນ ໄປ​ເລີ້ມ​ເກັບ​ໃນ​ວັນ​ທີ 15 ຕຸ​ລາເປັນ​ຕົ້ນ​ໄປ “ຊຶ່ງ​ເປັນ​ທ່າ​ທີ ສະ​ແດງ​ໃຫ້​ເຫັນ​ເຖິງຄວາມ​ຫວັງ​ດີ." ຈາກນັ້ນ ຈີນ​ກໍໄດ້ຍົກ​ເລີກ​ການ​ເກັບ​ພາ​ສີ​ຕໍ່​ຖົ່ວ​ເຫລືອງ, ຊີ້ນ​ໝູ, ແລະ​ສິນ​ຄ້າ​ກະ​ສິ​ກຳ ປະ​ເພດ​ອື່ນໆ​ອີກ.

​ທ່ານ ມ​ນຸດ​ຈິນ (Mnuchin), ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນສະ​ຫະ​ລັດ ​ເວົ້າໃນ​ອາ​ທິດ​ແລ້ວນີ້​ວ່າ ທ່ານ "ມີ​ຄວາມ​ຫວັງ​ໃນ​ແງ່​ດີ​ແບບ​ລະ​ມັດ​ລະ​ວັງ" ວ່າ ສາ​ມາດ​ທີ່​ຈະບັນ​ລຸ​ຂໍ້​ຕົກ​ລົງ​ກັນ​ໄດ້ ​ໃນ​ການ​ແກ້​ໄຂ​ຂໍ້​ຂັດ​ແຍ້ງ​ທາງ​ການ​ຄ້າໄດ້​ຢູ່​ໃນ​ການ​ເຈ​ລະ​ຈາຮອບຈະ​ມານີ້ ແຕ່​ກໍ​ໄດ້ເຕືອນ​ວ່າ ທ່ານທ​ຣຳ ຢູ່​ໃນ​ທ່າກຽມ​ພ້ອມທີ່​ຈະ​ທຳ​ການເກັບ​ພາ​ສີຢູ່ ຫລືບໍ່ ກໍຍິ່ງຈະ​ເພີ້ມ​ການ​ເກັບພາ​ສີ​ຕໍ່​ສິນ​ຄ້າ​ຈີນຂຶ້ນ​ກໍ​ເປັນ​ໄດ້.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG