ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ການຂາດດຸນ ການຄ້າ ຂອງສະຫະລັດ ສູງຂຶ້ນ ຢ່າງເປັນປະຫວັດການ


ຖັງບັນຈຸສິນຄ້າ ຢູ່ໃນກຳປັ່ນຈາກຈີນ ພວມມຸ້ງໜ້າໄປສູ່ທ່ານກຳປັ່ນ Massport's Conley ທີ່ນະ​ຄອນ Boston ລັດ Massachusetts ວັນທີ 13 ກໍລະກົດ 2012.
ຖັງບັນຈຸສິນຄ້າ ຢູ່ໃນກຳປັ່ນຈາກຈີນ ພວມມຸ້ງໜ້າໄປສູ່ທ່ານກຳປັ່ນ Massport's Conley ທີ່ນະ​ຄອນ Boston ລັດ Massachusetts ວັນທີ 13 ກໍລະກົດ 2012.

ສະຫະລັດໄດ້ສັ່ງຊື້ສິນຄ້າເຂົ້າມາ ຫລາຍກວ່າປີກາຍນີ້ ເພື່ອຊຸກຍູ້ການຂາດດຸນການ
ຄ້າກັບປະເທດຕ່າງໆ ທີ່ມີຢູ່ 891.3 ຕື້ໂດລາ ເຖິງແມ່ນປະທານາທິບໍດີທຣຳ ຈະມີນະ
ໂຍບາຍ ປ້ອງກັນສິນຄ້າພາຍໃນກໍຕາມໂດຍມີເປົ້າໝາຍ ທີ່ຈະອັດຊ່ອງຫວ່າງລົງ. ຈຳ
ນວນທັງໝົດຂອງການຂາດດຸນ ລວມທັງການຮັບໃຊ້ບໍລິການແມ່ນມີຢູ່ 621 ຕື້ໂດລາ
ສູງສຸດ​ນັບ​ແຕ່ປີ 2008 ເປັນ​ຕົ້ນ​ມາ.

ການຂາດດຸນການຄ້າ ແມ່ນຄວາມແຕກຕ່າງ ລະຫວ່າງສິ່ງທີ່ອາເມຣິກາ ໄດ້ຂາຍໄປ
​ໃຫ້ຄູ່ການຄ້າ ກັບສິນຄ້າ ທີ່ຕົນຊື້ເຂົ້າມາ ຈາກຕ່າງປະເທດ. ພວກນັກຊ່ຽວຊານເວົ້າ
ວ່າ ການຂາດດຸນທີ່ໃຫຍ່ໂຕ ອາດເປັນຜົນສະທ້ອນໃນທາງບໍ່ດີ ຕໍ່ເສດຖະກິດ. ຍົກ
ຕົວຢ່າງເຊັ່ນ ໃນເດືອນທັນວາຜ່ານມາ ຄວາມບໍ່ກໍ້າເກິ່ງດ້ານການຄ້າ ແມ່ນມີຫລາຍ
ຂຶ້ນ ເພາະວ່າ ສະຫະລັດ ສັ່ງຊື້ສິນຄ້າເຂົ້າມາ 2.1 ເປີເຊັນ ໃນຂະນະທີ່ສົ່ງອອກໄປ
ຕ່າງປະເທດ ໄດ້ຕົກລົງສູ່ 1.9 ເປີເຊັນ.

ການ​ຂາດ​ດຸນ​ໃນ​ດ້ານ​ການ​ຄ້າ​ກັບ​ຈີນ ເມັກ​ຊິ​ໂກ ແລະ​ສະ​ຫະ​ພາບ​ຢູ​ໂຣບ ໄດ້​ເພີ້ມ
ສູງ​ຂຶ້ນ​ເປັນ​ປະ​ຫວັດ​ການ ທັງໆ​ທີ່​ໄດ້​ມີ​ການ​ເກັບ​ພາ​ສີ ໃນ​ປີ​ກາຍນີ້ຕໍ່​ຜະ​ລິດ​ຕະ​ພັນ
ຂອງ​ຈີນ ພ້ອມ​ທັງ​ຕໍ່​ອາ​ລູ​ມີ​ນຽມ ແລະ​ເຫຼັກ​ກ້າ​ນຳ​ດ້ວຍ.

ພວກ​ເຈົ້າ​ໜ້າ​ທີ່​ຂອງ​ລັດ​ຖະ​ບານ​ທ່ານ​ທ​ຣຳ ຍັງ​ກ່າວ​ວ່າ ສະ​ຫະ​ລັດ​ໃກ້​ຈະ​ບັນ​ລຸ​ການ
ຕົກ​ລົງ​ໃນ​ເລື້ອງ​ການ​ຄ້າ​ກັບ​ຈ​ີນ​ແລ້ວ ແຕ່​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ
ທ່ານ​ໄມ​ຄ໌ ພອມ​ພຽວ ໄດ້​ເຕືອນ​ວ່າ ປະ​ທາ​ນາ​ທິ​ບໍ​ດີ ຄວນ​ຈະ​ປະ​ຕິ​ເສດ​ຕໍ່​ການ​ຕົກລົງ
ໃດໆ​ທີ່​ບໍ່​ດີ​ແລ້ວ. ທ່ານ​ພອມ​ພຽວ​ກ່າວ​ໃນ​ການ​ໃຫ້​ສຳ​ພາດ​ເມື່ອ​ໄວໆ​ມານີ້ຕໍ່​ກຸ່ມ​ອອກ
ອາ​ກາດ​ຊິນ​ແຄ​ລ ຂອງ​ພວກ​ນິ​ຍົມ​ແນວ​ທາງ​ເດີມ​ວ່າ "ນີ້​ຕ້ອງ​ເປັນ​ຜົນ​ດີ​ຕໍ່​ຊາວ​ອາ​ເມ
ຣິ​ກັນ ຖ້າ​ຫາກ​ບໍ່​ເປັນ​ຜົນ​ດີ​ແລ້ວ ພວກ​ເຮົາ​ກໍ​ຈະ​ບໍ່​ຮັບ​ເອົາ."

ເຊີນອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG