ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທູດ​ພິ​ເສດ​ການ​ຄ້າ ເວົ້າ​ວ່າ ສະ​ຫະ​ລັດ ບໍ່​ໄດ້​ພະ​ຍາ​ຍາມ "ແຍກ​" ອອກ​ຈາກ ຈີນ


ທູດ​ການ​ຄ້າ​ ສະ​ຫະ​ລັດ ທ່ານ​ນາງ ແຄ​ເທີ​ຣິ​ນ ທາຍ ເດີນ​ທາງ​ຮອດ​ສະ​ໂມ​ສອນ​ນັກ​ຂ່າວ​ຕ່າງ​ປະ​ເທດ​ຂອງ ຍີ່​ປຸ່ນ, ນະ​ຄອນຫຼວງ ໂຕ​ກຽວ, 20 ເມ​ສາ 2023.
ທູດ​ການ​ຄ້າ​ ສະ​ຫະ​ລັດ ທ່ານ​ນາງ ແຄ​ເທີ​ຣິ​ນ ທາຍ ເດີນ​ທາງ​ຮອດ​ສະ​ໂມ​ສອນ​ນັກ​ຂ່າວ​ຕ່າງ​ປະ​ເທດ​ຂອງ ຍີ່​ປຸ່ນ, ນະ​ຄອນຫຼວງ ໂຕ​ກຽວ, 20 ເມ​ສາ 2023.

ວໍ​ຊິງ​ຕັນ ບໍ່​ໄດ້​ພະ​ຍາ​ຍາມ​ທີ່​ຈະ​ແຍກ​ເສ​ດ​ຖະ​ກິດ ອ​າ​ເມ​ຣິ​ກາ ອອກ​ຈາກ ຈີນ, ທູດ​ການ​ຄ້າ ສະ​ຫະ​ລັດ ທ່ານ​ນາງ ແຄ​ເທີ​ຣິ​ນ ທາຍ ໄດ້​ກ່າວ​ໃນ​ວັນ​ພະ​ຫັດ​ວານນີ້ ໃນ​ຂະ​ນະ​ທີ່​ເດີນ​ທາງ​ຢ້ຽມ​ຢາມ ໂຕ​ກຽວ.

ທ່ານ​ນາງ ທາຍ, ຜູ້​ທີ່​ໄດ້​ຢ້ຽມ​ຢາມ ຍີ່​ປຸ່ນ ເປັນ​ຄັ້ງ​ທີ 4 ຫຼັງ​ຈາກ​ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ​ທູດ​ພິ​ເສດ​ການ​ຄ້າລະ​ດັບ​ສູງ​ຂອງ ສະ​ຫະ​ລັດ ນັ້ນ, ໄດ້​ກ່າວ​ວ່າ​ສະ​ມາ​ຊິກ​ທຸກ​ຄົນ​ຂອງ​ລັດ​ຖະ​ບານ​ປະ​ທານ​າ​ທິ​ບໍ​ດີ ໂຈ ໄບ​ເດັນ ແມ່ນ​ໄດ້ “ໃຫ້​ຄວາມ​ກະ​ຈ່າງ​ແຈ້ງຫຼາຍ​ແລ້ວ​ວ່າ ​ເຂົາ​ເຈົ້າ​ບໍ່​ມີ​ເຈ​ຕະ​ນາ​ທີ່​ຈະ​ແຍກ” ເສດ​ຖະ​ກິດຂອງ ຈີນ.

ທ່ານ​ນາງ​ໄດ້​ກ່າວ​ວ່າ “ມາດ​ຕະ​ການ​ລົງ​ໂທດ​ດ້ານ​ການ​ຄ້າ ສະ​ຫະ​ລັດ ຕໍ່ ຈີນ ແມ່ນ “ຖືກ​ແນ​ເປົ້າ​ໃສ່​ຢ່າງ​ຈຳ​ກັດ.”

ຍ້ອນ​ຂະ​ໜາດ​ທີ່​ໃຫຍ່ ແລະ ຄວາມ​ສຳ​ຄັນ​ຂອງ​ມັນ, ການ​ທຳ​ລາຍ​ສາຍ​ພົວ​ພັນ​ກັບ ຈີນ ທີ່​ເຮັດ​ໃຫ້​ເສດ​ຖະ​ກິດ​ໂລກ​ດຳ​ເນີນ​ໄປ​ນັ້ນ “ບໍ່​ແມ່ນ​ເປົ້າ​ໝາຍ ຫຼື ສາ​ມາດ​ເຮັດ​ໃຫ້​ສຳ​ເລັດ​ໄດ້,” ທ່ານ​ນາງ ທາຍ ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ຢູ່​ສະ​ໂມ​ສອນ​ນັກ​ຂ່າວ​ຕ່າງ​ປະ​ເທດ​ຂອງ ຍີ່​ປຸ່ນ.

ບັນ​ດາ​ເຈົ້າ​ໜ້າ​ທີ່ ຈີນ ມັກ​ຈະ​ອອກ​ມາ​ໂຈມ​ຕີ ສະ​ຫະ​ລັດ ຍ້ອນ​ມາດ​ຕະ​ການ​ລົງ​ໂທດ​ຂອງ ສະ​ຫະ​ລັດ ແລະ ການ​ຫ້າມ​ອື່ນໆ​ຕໍ່​ການ​ແລກ​ປ່ຽນ​ເທັກ​ໂນ​ໂລ​ຈີ​ທີ່​ກ້າວ​ໜ້າ​ກັບ ຈີນ, ໂດຍ​ກ່າວ​ຫາ ວໍ​ຊິງ​ຕັນ ​ພະ​ຍາ​ຍາມ​ທີ່​ຈະ “ຍັບ​ຢັ້ງ” ຈີນ ແລະ ຂັດ​ຂວາງ​ເສັ້ນ​ທາງ​ຂອງ​ເຂົາ​ເຈົ້າ​ ໄປ​ສູ່​ການ​ມີ​ອິດ​ທິ​ພົນ​ທີ່​ໃຫຍ່ກວ່າ.

ທ່ານ​ນາງ ທາຍ ໄດ້​ກ່າວ​ວ່າ​ວຽກ​ງານ​ການ​ຄ້າ​ປົກ​ກະ​ຕິ​ລະ​ຫວ່າງ ສະ​ຫະ​ລັດ ແລະ ຈີນ ໄດ້​ດຳ​ເນີນ​ຕໍ່​ໄປ ແລະ ທ່ານ​ນາງ​ແມ່ນ “ເປີດກວ້າງ​ຢ່າງ​ສິ້​ນ​ເຊີງ​ເພື່ອ​ພົວ​ພັນ​ກັບ​ບັນ​ດາ​ຄູ່​ຮ່ວມ​ຂອງ​ຂ້າ​ພະ​ເຈົ້າ​ ໃນປັກ​ກິ່ງ,” ແນວ​ໃດ​ກໍ່​ຕາມ​ທ່ານ​ນາງບໍ່​ມີ​ແຜນ​ທີ່​ຈະ​ໄປ​ຢ້ຽມ​ຢາມ ຈີນ ໃນ​ເວ​ລາ​ອັນ​ໃກ້​ນີ້.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG