ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ພິພາກສາ ສຫລ ກີດກັນ ການຍຸຕິ ໂຄງການ ປົກປ້ອງ ພວກຄົນເຂົ້າເມືອງ ຈາກ 4 ປະເທດ ໂດຍ ລັດຖະບານ ທ່ານທຣຳ


ພວກປະທ້ວງພາກັນເດີນຂະບວນ ໃນລະຫວ່າງ ການຊຸມນຸມ ເພື່ອສະໜັບສະໜູນ ພວກຄົນເຂົ້າເມືອງ ໃນໂຄງການ ການຍຸຕິດຳເນີນການ ຕໍ່ພວກເດັກນ້ອຍ​ ທີ່​ເຂົ້າ​ເມືອງ ໂດຍຜິດກົດໝາຍ ຫຼື DACA ແລະ ໂຄງການ ຖານະປົກປ້ອງຊົ່ວຄາວ ຫຼື TPS, ຢູ່ທີ່ລັດຖະສະພາ ຫຼື Capitol Hill ໃນນະຄອນຫຼວງ ວໍຊິງຕັນ.
ພວກປະທ້ວງພາກັນເດີນຂະບວນ ໃນລະຫວ່າງ ການຊຸມນຸມ ເພື່ອສະໜັບສະໜູນ ພວກຄົນເຂົ້າເມືອງ ໃນໂຄງການ ການຍຸຕິດຳເນີນການ ຕໍ່ພວກເດັກນ້ອຍ​ ທີ່​ເຂົ້າ​ເມືອງ ໂດຍຜິດກົດໝາຍ ຫຼື DACA ແລະ ໂຄງການ ຖານະປົກປ້ອງຊົ່ວຄາວ ຫຼື TPS, ຢູ່ທີ່ລັດຖະສະພາ ຫຼື Capitol Hill ໃນນະຄອນຫຼວງ ວໍຊິງຕັນ.

ຜູ້ພິພາກສາ ລັດຖະບານກາງ ສະຫະລັດ ໄດ້ອອກຄຳສັ່ງຫ້າມ ໃນເບື້ອງຕົ້ນ ເພື່ອກີດກັນ
ລັດຖະບານທ່ານທຣຳ ບໍ່ໃຫ້ຍຸຕິການປົກປ້ອງ ທີ່ອະນຸຍາດໃຫ້ພວກຄົນປະມານ
300,000 ຄົນ ຈາກເຮຕີ ຊູດານ ນິກາຣາກົວ ແລະ ແອລຊາລວາດໍ ອາໄສ ແລະເຮັດວຽກ
ໄດ້ ຢູ່ໃນສະຫະລັດ.

ລັດຖະບານ ສະຫະລັດ ສາມາດອະ​ນຸ​ມັດ ຖານະການປົກປ້ອງຊົ່ວຄາວ ຫຼື TPS ໃຫ້ແກ່
ພວກປະເທດ ທີ່ມີສະພາບການບໍ່ປອດໄພ ສຳລັບພົນລະເມືອງ ຂອງປະເທດເຫຼົ່ານັ້ນ
ທີ່ຈະກັບຄືນໄປ ຫຼື ບ່ອນທີ່ລັດຖະບານບໍ່ສາມາດຮອງຮັບເອົາ ການກັບຄືນຂອງພົນລະ
ເມືອງຕົນ ໄດ້ຢ່າງເໝາະສົມ ຍ້ອນສາເຫດ ບາງສິ່ງບາງຢ່າງ ເຊັ່ນວ່າ ໄພພິບັດທາງ
ທຳມະຊາດເປັນຕົ້ນ.

ໂດຍການຍົກເລີກຖານະ TPS ແລ້ວ ປະ​ຊາ​ຊົນພວກດັ່ງກ່າວ ທີ່ໄດ້ຮັບການປົກປ້ອງ
ພາຍໃຕ້ໂຄງການນີ້ ກໍຈະຖືກເນລະເທດ ອອກຈາກ ສະຫະລັດ.

ຜູ້ພິພາກສາ ສານເມືອງຂອງສະຫະລັດ ທ່ານ ແອດວາຣດ໌ ເຊັຈ ສຳລັບເຂດພາກເໜືອ
ຂອງລັດຄາລີຟໍເນຍ ໄດ້ກ່າວໃນຄຳສັ່ງຂອງສານ ເມື່ອວັນພຸດວານນີ້ ວ່າ ໂດຍປາສະ
ຈາກ ຄຳສັ່ງນີ້ແລ້ວ ພວກຜູ້ທີ່ໄດ້ຮັບຜົນປະໂຫຍດ ຈາກໂຄງການ TPS ແລະ ພວກ
ລູກເຕົ້າຂອງເຂົາເຈົ້າ “ກໍຈະໄດ້ຮັບໄພ ອັນຕະລາຍທີ່ບໍ່ສາມາດ ປົວແປງໄດ້ ແລະ
ຈະໄດ້ຮັບຄວາມຍາກລຳບາກຢ່າງຍິ່ງ ແບບຖຽງບໍ່ຂຶ້ນເລີຍ.”

ທ່ານ ເຊັຈ ໄດ້ກ່າວອີກວ່າ ລັດຖະບານ ຕ້ອງເອົາມາດຕະການເພື່ອຮັກສາໂຄງການນີ້
ໄວ້ແບບເດີມ ເອົາມັນໄວ້ຢູ່ຄືເກົ່າ ຈົນກວ່າວ່າ ສານຈະໄດ້ຕັດສິນຢ່າງຖີ່ຖ້ວນ ຕໍ່ການ
ຟ້ອງຮ້ອງທາງດ້ານກົດໝາຍໂດຍລວມ ທີ່ເປັນການທ້າທາຍຕໍ່ ການຕັດສິນໃຈຂອງ
ລັດຖະບານ ເພື່ອໃຫ້ຍຸຕິໂຄງການ TPS ສຳລັບ 4 ປະ ເທດດັ່ງກ່າວນັ້ນ.

ທ່ານ ເຊັຈ ໄດ້ຂຽນໃນຄຳສັ່ງຂອງສານ ວ່າ ໃນຂະນະທີ່ພວກຄົນເຫຼົ່ານັ້ນ ທີ່ຢູ່ໃນ
ໂຄງການ TPS ຈະປະເຊີນກັບຄວາມຍາກລຳບາກຕ່າງໆນາໆ ຖ້າຫາກມີການຍົກເລີກ
ຄຳສັ່ງຂອງສານ ທີ່ມີຜົນບັງຄັບໃຊ້ ລັດຖະບານ ກໍ “ບໍ່ໄດ້ພິສູດໃຫ້ເຫັນວ່າ ໄດ້ເກີດໄພ
ອັນຕະລາຍໃດໆທີ່ເປັນຈິງ ໃນສະພາບເດີມທີ່ເປັນຢູ່”
ໃນຂະນະທີ່ຂະບວນການ
ທາງດ້ານກົດໝາຍ ຍັງດຳເນີນຢູ່ຕໍ່ໄປນັ້ນ. ທ່ານໄດ້ກ່າວຕໍ່ໄປອີກວ່າ ພວກຮ້ອງຟ້ອງ
ທັງຫຼາຍ ແລະອົງການຈັດຕັ້ງຕ່າງໆ ທີ່ໄດ້ຍື່ນຄຳຮ້ອງສະບັບຫຍໍ້ ໃນຄະດີນີ້ ກໍໄດ້ “ພິສູດໂດຍບໍ່ມີຂໍ້ພິພາດເລີຍ ວ່າ ເສດຖະກິດ ໃນທ້ອງຖິ່ນ ແລະ ໃນທົ່ວປະເທດ ຈະ
ໄດ້ຮັບຜົນເສຍຫາຍ ຖ້າຫາກ ພວກທີ່ໄດ້ຮັບຜົນປະໂຫຍດ ຈາກໂຄງການ TPS
ຫຼາຍພັນຄົນ ແມ່ນຖືກຖອນຮາກຖອນໂຄນ ແລະຖືກສົ່ງອອກຈາກປະເທດ.”

ສ່ວນກະຊວງຍຸຕິທຳ ໄດ້ຕ້ອງຕິຄຳສັ່ງຂອງສານ ໃນຖະແຫລງການສະບັບນຶ່ງ ເມື່ອຕອນ
ແລງວັນພຸດວານນີ້ ໂດຍກ່າວວ່າ ສານດັ່ງກ່າວ ໄດ້ໃຊ້ອຳນາດໃນ ທາງທີ່ຜິດ ເພື່ອຕັດສິນ
ບັນຫາຕ່າງໆເຊັ່ນນັ້ນ ໄປຈາກຂະແໜງບໍລິຫານ ຂອງ ລັດຖະບານ ກໍຄື ອຳນາດບໍລິຫານ
ຂອງປະທານາທິບໍດີ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG