ຫວຽດນາມໄດ້ຈັດພິທີໃນອາທິດນີ້ ກ່ຽວກັບຂໍ້ຕົກລົງ 11 ປະເທດ ພາຄີການຄ້າຂ້າມ
ມະຫາສະໝຸດປາຊິຟິກ ຫຼື TPP ທີ່ຈະຕິດຕາມມາໂດຍຂໍ້ຕົກລົງກັບສະຫະພາບຢູໂຣບ
ຊຶ່ງຈະອຳນວຍໃຫ້ປະເທດ ທີ່ກາງຕໍ່ການສົ່ງອອກດັ່ງກ່າວນີ້ ໄດ້ຮັບການຍົກເວັ້ນພາສີ
ຢູ່ໃນຕະຫຼາດ ທີ່ກວມເອົາ 45 ເປີເຊັນ ຂອງຍອດຜະລິດຕະພັນຮວມຂອງໂລກ ຫຼື GDP
ຊຶ່ງເປັນການຊຸກຍູ້ເສດຖະກິດ ທີ່ໃຫຍ່ສຸດ ນັບແຕ່ໄດ້ເຂົ້າຮ່ວມ ໃນອົງການການຄ້າໂລກ.
ສະພາແຫ່ງຊາດທີ່ນະຄອນຫຼວງຮາໂນ່ຍ ໄດ້ໃຫ້ສັດຕະຍາບັນ ຢ່າງກວ້າງຂວາງ ແລະ
ຮອບດ້ານ ຕໍ່ຂໍ້ຕົກລົງ ພາຄີການຄ້າຂ້າມມະຫາສະໝຸດປາຊິຟິກ ໃນເດືອນພະຈິກຜ່ານ
ມາ ທີ່ຈະເລີ້ມມີຜົນບັງຄັບໃຊ້ໃນວັນທີ 14 ເດືອນມັງກອນນີ້ ໄດ້ທັບ ມ້າງພາສີຂ້າເຂົ້າ
ຕໍ່ຕະຫຼາດທີ່ສຳຄັນໆເຊັນວ່າ ການາດາແລະຍີ່ປຸ່ນ. ພາຄີຂ້າມມະຫາສະໝຸດປາຊີຟິກ
ຊຶ່ງວໍຊິງຕັນ ໄດ້ຖອນຕົວອອກ ໃນປີ 2017 ແມ່ນກວມເອົາ13.5 ເປີເຊັນຂອງເສດຖະ
ກິດໂລກ ຫຼືປະມານ 10 ພັນຕື້ໂດລາ.
ບັນດາປະເທດພາຄີອື່ນໆ ກຳລັງຢູ່ໃນຂັ້ນຕອນ ການໃຫ້ສັດຕະຍາບັນຕໍ່ຂໍ້ຕົກລົງ ແລະອີກຫົກປະເທດທີ່ໄດ້ໃຫ້ໄປແລ້ວ ຊຶ່ງເຮັດໃຫ້ມີຄວາມເປັນໄປໄດ້ສູງທີ່ຈະໄດ້ ຮັບການ
ຈັດຕັ້ງປະຕິບັດຢ່າງເຕັມທີ່. ຫວຽດນາມຍັງລໍຖ້າສະຫະພາບຢູໂຣບ ທີ່ ກວມເອົາ 21.8
ເປີເຊັນ ຂອງຍອດຜະລິດຕະພັນຮວມຂອງໂລກ ເພື່ອໃຫ້ສັດຕະຍາບັນຕໍ່ຂໍ້ຕົກລັງການ
ຄ້າເສລີ ທີ່ທັງສອງຝ່າຍເຈລະຈາກັນໃນປີ 2015. ສະຫະພາຍຢູໂຣບຄາດວ່າ ຈະໃຫ້
ສັດຕະຍາບັນພາຍໃນປີນີ້.
ທັງສອງຂໍ້ຕົກລົງນີ້ ຈະຊ່ວຍເຮັດໃຫ້ຫຽດນາມທີ່ກາງຕໍ່ການສົ່ງອອກ ມີການເຕີບໂຕ
ທາງເສດຖະກິດວ່ອງໄວຂຶ້ນ ແລະເລັ່ງລັດການເຕີບໂຕຂອງພວກຊົນຊັ້ນກາງ ອີງຕາມ
ພວກນັກວິເຄາະ.
ເຂົາເຈົ້າກ່າວວ່າ ຂໍ້ຕົກລົງທັງສອງຍັງຈະເຮັດໃຫ້ປະເທດຫວຽດນາມ ເປັນທີ່ດຶງດູດເອົາ
ນັກລົງທຶນຕ່າງປະເທດຫຼາຍຂຶ້ນ ຜູ້ທີ່ບໍ່ດັ່ງນັ້ນຈີນຈະເລືອກເອົາເປັນບ່ອນເຮັດອຸດສາ
ຫະກຳ ເຖິງແມ່ນວ່າຫຽວດນາມ ຈະຕ້ອງໄດ້ເຄັ່ງຄັດຫຼາຍຂຶ້ນກ່ຽວກັບ ຊັບສິນທາງດ້ານ
ສະຕິປັນຍາແລະແຮງງານ ເພື່ອປະຕິບັດຕາມຂໍ້ຕົກລົງດັ່ງກ່າວ.
ທ່ານເຟເດີຣິກ ເບິກ ຮຸ້ນສ່ວນ ຂອງບໍລິສັດທະນາຍຄວາມ ເບກເກີ ແມັກເຄນຊີ ໃນນະ
ຄອນໂຮຈີມິນ ກ່າວວ່າ "ຫວຽດນາມຈະຊົມໃຊ້ ອັດຕາເກັບພາສີຂ້ອນຂ້າງຕ່ຳຢູ່ໃນບາງ
ຕະຫຼາດ ສົ່ງອອກສິນຄ້າ ບ່ອນທີ່ມີການແຂ່ງຂັນ. ມັນເປັນການຍາກທີ່ຈະກ່າວວ່າ ແມ່ນ
ຫຍັງຈະໃຫຍ່ກວ່າອົງການໆຄ້າໂລກ ທີ່ເປັນຜົນສຳເລັດໃຫຍ່ແທ້ໆ ແຕ່ໃນປີ 2018 ນີ້
ພວກເຮົາໄດ້ມີການລົງທຶນຈາກຕ່າງປະເທດໂດຍກົງຫຼາຍຂຶ້ນ ດັ່ງທີ່ພວກເຮົາໄດ້ມີ ໃນ
ປີ ທີ່ເຂົ້າເປັນສະມາຊິກອົງການໆຄ້າໂລກ."