ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ບໍລິສັດ ໂຕໂຢຕາ ເອີ້ນຄືນ ລົດ 7 ລ້ານ 4 ແສນກວ່າຄັນ ໃນທົ່ວໂລກ


ລົດໂຕໂຢຕາຂອງຍີ່ປຸ່ນ ຈໍານວນນຶ່ງ ຊຶ່ງກໍາລັງຖືກເອີ້ນຄືນ
ລົດໂຕໂຢຕາຂອງຍີ່ປຸ່ນ ຈໍານວນນຶ່ງ ຊຶ່ງກໍາລັງຖືກເອີ້ນຄືນ
ບໍລິສັດໂຕໂຢຕາ ກໍາລັງ​ເອີ້ນຄືນ ລົດຫລາຍກວ່າ 7 ລ້ານ 4 ແສນ
ຄັນ ໃນທົ່ວໂລກ ຍ້ອນຄວາມ​ສ່ຽງ​ຕໍ່​ການ​ເກີດໄຟໄໝ້ ​ເນື່ອງຈາກ​
ຂໍ້​ບົກ​ຜ່ອງ​ກ່ຽວ​ກັບ​ບ່ອນປິດເປີດແວ່ນ ປ່ອງຢ້ຽມອັດຕະ​ໂນມັດ
​ຂອງລົດ ໃນລົດຫລາຍກວ່າ 10 ລຸ້ນ.

ບໍລິສັດຜະລິດລົດຍີ່ປຸ່ນດັ່ງກ່າວເວົ້າໃນວັນພຸດມື້ນີ້ວ່າ ​ເຄື່ອງ​ຄວບ​
ຄຸມແວ່ນລົດຢູ່ເບື້ອງ ຄົນຂັບບໍ່ໄດ້ໃສ່ນໍ້າມັນຢ່າງທົ່ວເຖິງ ໃນຂັ້ນຕອນການຜະລິດນັ້ນ ຊຶ່ງ ໄດ້ເຮັດໃຫ້ເກີດການສຽດ​ສີ ແລະບາງຄັ້ງກໍເຮັດໃຫ້ມີຄວັນຂຶ້ນ.

ບໍ່ໄດ້ມີການລາຍງານວ່າມີອຸປະຕິເຫດລົດຕໍາກັນ ຫລືໄດ້ຮັບບາດເຈັບ ຍ້ອນຂໍ້ບົກຜ່ອງ ດັ່ງ ກ່າວ ຢູ່ໃນລົດໂຕໂຢຕາ 14 ລຸ້ນ ທີ່ຜະລິດໃນລະຫວ່າງ​ປີ 2005 ເຖິງປີ 2010. ໃນຈໍາ ນວນ ລົດທີ່​ໄດ້​ຮັບ​ຜົນ​ກະທົບ ລວມມີ ລຸ້ນທີ່ໂດ່ງດັງເຊັ່ນລົດ Camry, Corolla Yaris, Matrix ແລະ RAV4.

ລົດປະມານ 2 ລ້ານ 5 ແສນຄັນ ຈະຖືກຮຽກກັບຄືນຢູ່ໃນສະຫະລັດ. ແລະອີກ 2 ລ້ານ 8 ແສນຄັນ ຈະຖືກຮຽກຄືນຢູ່ຈີນ ແລ ຢູໂຣບ. ສ່ວນຍັງເຫລືອແມ່ນແຈກຢາຍກັນຢູ່ໃນທົ່ວ ໂລກ ຊຶ່ງລວມມີ ຍີ່ປຸ່ນ, ການາດາ, ອັອສເຕຣເລຍ ແລະເຂດຕາເວັນອອກກາງ.

ການຮຽກລົດຄືນຄັ້ງນີ້ ແມ່ນຄັ້ງຫລ້າສຸດ ໃນຈໍານວນການຮຽກຄືນຫລາຍໆຄັ້ງ ນັບແຕ່ ທ້າຍປີ 2009 ເປັນຕົ້ນມາ ທີ່ໄດ້ເຮັດໃຫ້ຊື່ສຽງຂອງລົດໂຕໂຢຕາເສຍຫາຍ ໃນເລື້ອງ ຄວາມໄວ້ວາງໃຈໄດ້ ແລະຄວາມປອດໄພ.

ລາຄາຮຸ້ນຂອງ​ລົດໂຕໂຢຕາ ໄດ້ຫລຸດລົງ 1.9% ໃນຕອນ​ອັດ​ຕະຫຼາດຂອງວັນພຸດມື້ນີ້.
XS
SM
MD
LG