ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ໂຕ​ໂຢຕ້າ​ ​ຕົກລົງ​ຈ່າຍເງິນ 1.100 ລ້ານ​ໂດ​ລາ ​ຊົດເຊີຍ ແກ່ເຈົ້າຂອງລົດ


ບໍລິສັດ​ລົດຍົນ​ໂຕ​ໂຢຕ້າ​ຂອງ​ຍີ່ປຸ່ນ ​ໄດ້​ບັນລຸ​ຂໍ້​ຕົກລົງ​ໃນວົງ​ເງິນ​ ນຶ່ງ​ພັນ ນຶ່ງ​ຮ້ອຍລ້ານ​ໂດ​ລາ ​ເພື່ອ​ຊໍາລະ​ການ​ຟ້ອງ​ຮ້ອງ​ໂດ​ຍບັນດາ​ເຈົ້າຂອງ​ລົດ​ໃນ​ສະຫະລັດ ທີ່​ລົດໂຕ​ໂຢຕ້າ​ຂອງ​ພວກ​ເຂົາ​ເຈົ້າ ​ເລັ່ງຄວາມ​ໄວ​ຂຶ້ນ​ເອງ​ໃນ​ທັນ​ທີ ແລະ​ຢ່າງ​ບໍ່​ໄດ້​ບັງຄັບ​ ​ເວລາ​ທີ່​ເຂົາ​ເຈົ້າ​ຂັບ​ໄປ.

​ໂຄສົກ​ບໍລິສັດ​ໂຕ​ໂຢຕ້າກ່າວ​ເມື່ອ​ວັນ​ພຸດ​ວານ​ນີ້​ວ່າ ຂໍ້​ຕົກລົງ​ກັນ​ທີ່​ວ່າ​ນີ້ມີ​ໂຮມ​ທັງ​ການ​ຈ່າຍ​ເງິນໃຫ້​ພວກ​ລູກ​ຄ້າ​ໂດຍ​ກົງ ພ້ອມ​ທັງ​ຄ່າ​ໃຊ້​ຈ່າຍຂອງ ການ​ປ່ຽນ​ເຄຶ່ອງອາ​ໄຫຼ່​ໃໝ່​ຂອງລົດ​ລຸ້ນ​ເກົ່າ ຫຼາຍກວ່າສາມ​ລ້ານ​ຄັນ ​ແລະ​ຕິດຕັ້ງ​ລະບົບ​ເບ​ຣກ​ໃໝ່. ນອກ​ນີ້​ ຍັງ​ໂຮມ​ທັງເງິນຊົ​ດ​ເຊີຍ​ຈໍານວນ 250 ລ້ານ​ໂດລາ ​ໃຫ້​ແກ່​ພວກ​ອະດີດ​ເຈົ້າຂອງ​ລົດ​ໂຕ​ໂຢຕ້າ​ທີ່​ໄດ້​ຂາຍ​ລົດ​ຂອງ​ພວກ​ຕົນ​ໄປ ໃນ​ລາຄາ​ຕໍ່າ​ໃນ​ໄລຍະ​ບໍ່​ເທົ່າໃດ​ປີຜ່ານມາ ຍ້ອນ​ຂ່າວ​ບໍ່​ດີ​ກ່ຽວ​ກັບ​ລົດ​ໂຕ​ໂຢຕ້າ​ນັ້ນ.

​ເງື່ອນ​ໄຂ​ຕ່າງໆ​ຂອງ​ຂໍ້​ຕົກລົງ​ດັ່ງກ່າວ ຍັງ​ຕ້ອງ​ໄດ້ຮັບ​ການ​ອະນຸມັດ​ຈາກ ສານ​ລັດຖະບານ​ກາງ​ສະຫະລັດ.

​ໂຕ​ໂຢຕ້າ ​ໄດ້​ເອີ້ນເອົາລົດຄືນ​ມາກ​ວດ​ແລະ​ແກ້​ໄຂ ຫຼາຍກວ່າ 12 ລ້ານ​ຄັນ​ໃນ​ທົ່ວ​ໂລກ​ນັບ​ຕັ້ງ​ແຕ່​ປີ 2009 ​ເປັນ​ຕົ້ນ​ມາ ຫຼັງຈາກ​ມີ​ລາຍ​ງານກ່ຽວ​ກັບຄັນ​ເລັ່ງຜິດ​ປົກກະຕິ ​ເທື່ອ​ທໍາ​ອິດ​ເມື່ອນຶ່ງ​ປີ​ກ່ອນ​ໜ້າ​ນີ້.

ການ​ສືບສວນ​ຂອງ​ສະພາ​ຄອງ​ແກ​ຣສບັ້ນ​ນຶ່ງ​ ໃນ​ປີ 2010 ໄດ້​ຍັງ​ຜົນ​ໃຫ້ ມີ​ການຂໍ​ຂະ​ມາໂທດ​ຕໍ່​ມະຫາຊົນ ຈາກ​ປະທານ​ບໍລິສັດ​ໂຕໂຢຕ້າ​ ສໍາ​ລັບ​ບັນຫາ​ຄັນ​ເລັ່ງ ​ເບຣ​ກລົດ ແລະ​ລະບົບ​ໄຟ ນັ້ນ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG