ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ບໍລິສັດ Toyota ເອີ້ນລົດຄືນ ຫລາຍກວ່າ 3 ລ້ານຄັນ


ຄົນງານຜູ້ນຶ່ງຍ່າງຜ່ານຫ້ອງວາງສະແດງລົດ Toyota ທີ່ນະຄອນ Tokyo.
ຄົນງານຜູ້ນຶ່ງຍ່າງຜ່ານຫ້ອງວາງສະແດງລົດ Toyota ທີ່ນະຄອນ Tokyo.

ບໍລິສັດລົດ Toyota ​ໄດ້​ເອີ້ນລົດ​ສາມ​ລ້ານ​ກວ່າ​ຄັນ​ຢູ່​ທົ່ວ​ໂລກ​ກັບ​ຄືນ ​ເນື່ອງ​ຈາກມີ​ບັນຫາ​ກ່ຽວ​ກັບ​ຖົງ​ລົມປ້ອງ​ກັນຄວາມ​ປອດ​ໄພແລະ​ເຄື່ອງຄວບຄຸມ​ອາຍ​ເສຍທີ່ບໍ່​ເຮັດວຽກ​ຢ່າງ​ຖືກຕ້ອງ ນັ້ນຄື​ຄຳ​ຖະ​ແຫຼງຂອງ​ບໍລິສັດ​ສ້າງ​ລົດ​ຢິ່ປຸ່ນ​ໄດ້​ກ່າວ​ໃນ​ວັນ​ພຸດ​ມື້​ນີ້.

ບໍລິສັດ Toyota ​ໄດ້ເອີ້ນລົດຄືນຫລາຍ​ກວ່າສອງ​ລ້ານ 5 ​ແສນ​ຄັນ ຍ້ອນ​ລະ ບົບ​ຄວບຄຸມ​ອາຍ​ເສຍບໍ່​ເຮັດ​ວຽກ​ຢ່າງ​ຖືກຕ້ອງ​ ພຽງ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ຫລັງ​ຈາກ​ໄດ້​ເອີ້ນ​ຄືນລົດ​ເກືອບນຶ່ງ​ລ້ານ​ 5 ​ແສນຄັນ ທີ່​ອາດ​ຈະ​ເປັນ​ອັນ​ຕະລາຍຍ້ອນ​ຖົງ​ລົມປ້ອງ​ກັນ.

ການ​ເອີ້ນ​ຄືນ​ດັ່ງ​ກ່າວ​ບໍ່​ພົວພັນ​ກັບບໍລິສັດ Takara ຜູ້ຜະລິດ​ຖົງ​ລົມ​ປ້ອງ​ກັນ​ທີ່​ຮັບຜິດ ຊອບຕໍ່​ການ​ເອີ້ນ​ຄືນ​ຜະລິດ​ຕະພັນ​ດັ່ງກ່າວ​ເປັນ​ຈຳນວນຫລວງ​ຫລາຍ​ ໃນໄລຍະ​ບໍ່​ເທົ່າ ໃດ​ເດືອນ​ທີ່​ຜ່ານ​ມາ​ນີ້.

ລົດ​ຮຸ້ນ Prius hybrid, Prius ທີ່​ສຸບ​ເຂົ້າໃສ່ ​ແລະ​ລົດ Lexus CT200 ທີ່​ຜະລິດໃນລະ​ຫວ່າງເດືອນ​ຕຸລາ ປີ 2008 ​ຫາ​ເມສາ ປີ 2012 ກຳລັງ​ຖືກ​ເອີ້ນ​ຄືນ​ ຍ້ອນມີ​ບ່ອນ​ແຕກ​ແຫງ​ນ້ອຍໆ​ຢູ່​ບ່ອນ​ຖົງ​ລົມ​ປ້ອງ​ກັນຈຳນວນ​ນຶ່ງທີ່​ອາດ​ຈະ​ເຮັດ​ໃຫ້​ຖົງ​ລົມໂພງ​ໃຫຍ່ຂຶ້ນຢູ່​ບ່ອນ​ຄົນ​ຂັບ ​ແລະບ່ອນ​ຜູ້​ໂດ​ຍສານ​ນັ່ງ​ຢູ່ທັງ​ສອງ​ຂ້າງ ທີ່ເຮັດ​ໃຫ້ບາງສ່ວນຂອງຖົງລົມຂະ​ ຫຍາ​ຍ​ໃຫຍ່​ຂຶ້ນ​.

ລົດ Prius ລຸ້ນອຶ່ນໆ ​ແລະ​ລົດ Toyota Corolla ຊຶ່ງເປັນ​ທີ່​ນິຍົມສູງຊຶ່ງ​ໄດ້ ຜະ​ລິດ​ລະ ຫວ່າງ​ປີ 2006 ​ຫາ 2015 ​ຖືກ​ເອີ້ນ​ຄືນ ​ຫລັງ​ຈາກບໍລິສັດ​ລົດ Toyota ​ໄດ້ພົບ​ເຫັນວ່າ ມີເຊື້ອ​ໄຟ​ຮົ່ວ​ໄຫລອອກ​ມາ​ຈາກ​ບ່ອນ​ລະບົບຄວບ​ຄຸມ​ອາຍ​ເສຍ ທີ່ເຮັດໃຫ້ແຕກແຫງ ຊຶ່ງ ອາດ​ຈະຂະຫຍາຍ​ໃນ​ເວລາ​ຕໍ່​ມາ ແລະ​ນຳໄປສູ່​ການ​ຮົ່ວ​ໄຫລ​ຂອງ​ເຊື້ອ​ໄຟ​ໄດ້.

​ບໍລິສັດ​ສ້າງ​ລົດ​ຍີ່ປຸ່່ນກ່າວ​ວ່າ ຕົນ​ບໍ່ຊາບ​ເຖິງ​ການ​ໄດ້​ຮັບ​ບາດ​ເຈັບ​ໃດໆຫລື​ເສຍ​ຊີວິດທີ່​ເປັນ​ຜົນ​ກະທົບ​ມາ​ຈາກ​ການ​ຜິດພາດ​ດັ່ງກ່າວ.

ການປະກາດ​ດັ່ງກ່າວ​ນີ້ ​ເປັນ​ເທື່ອຫ​ລ້າ​ສຸດ​ຂອງ​ບັນຫາຖົງ​ລົມ​ປ້ອງ​ກັນທີ່​ມີ​ມາ​ເປັນລຳດັບ​ມາຢູ່​ທົ່ວ​ບັນດາ​ບໍລິສັດ​ສ້າງ​ລົດ ທີ່​ເປັນ​ຜົນ​ກະທົບ​ຕໍ່​ການ​ເອີ້ນ​ຄືນລົດ​ກວ່າ 100 ລ້ານ​ຄັນ​ຢູ່ໃນທົ່ວ​ໂລກ. ຢ່າງ​ໜ້ອຍ 11 ຄົນ​ໄດ້​ເສຍ​ຊີວິດ​ຈາກ​ຄວາມ​ຜິ​ດພາດ​ຂອງ​ຖົງ​ລົມ​ປ້ອງ​ກັນ ​ແລະ​ຈຳນວນ 100 ກວ່າ​ຄົນ​ໄດ້ຮັບ​ບາດ​ເຈັບ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Japan Toyota Recall
please wait
Embed

No media source currently available

0:00 0:00:59 0:00

XS
SM
MD
LG